spot_img
Homeຂ່າວການພັດທະນາຊາວຕ່າງດ້າວທີ່ມາຫາກິນຢູ່ລາວ ສ່ວນຫລາຍບໍ່ຖືກລະບຽບ!

ຊາວຕ່າງດ້າວທີ່ມາຫາກິນຢູ່ລາວ ສ່ວນຫລາຍບໍ່ຖືກລະບຽບ!

Published on

viet

ພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ :ໃນແຕ່ລະ ປີມີຊາວຕ່າງດ້າວເຂົ້າ ມາທຳມາຫາກິນ, ຄ້າຂາຍ ແລະ ອອກແຮງງານຢູ່ລາວເພີ່ມ ຂຶ້ນເລື້ອຍໆ ແລະ ສ່ວນຫລາຍເຫັນວ່າມີການເຄື່ອນໄຫວ ແບບບໍ່ຖືກລະບຽບ ກົດໝາຍ.

ພະແນກດັ່ງກ່າວໃຫ້ຮູ້ວ່າ: ໃນຫລາຍປີຜ່ານມາ, ຂະແໜງການຕົນໄດ້ປະສານ ສົມທົບກັບຫລາຍພາກສ່ວນກ່ຽວ ຂ້ອງເພື່ອພ້ອມກັນແກ້ໄຂບັນຫາຊາວຕ່າງດ້າວ ທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ ແລະ ອອກແຮງງານທີ່ຜິດລະບຽບ ໃນ ຫລາຍຮູບການ, ຕາມສະຖິຕິຂໍ້ມູນເກັບກຳຫລ້າສຸດໃຫ້ຮູ້ວ່າ:ປັດຈຸບັນຢູ່ນະຄອນຫລວງວຽງຈັນມີແຮງງານຊາວ ຕ່າງ ດ້າວເກືອບ 7 ພັນຄົນ, ຍິງປະມານ 1.700 ກວ່າຄົນ, ໃນນັ້ນສັນຊາດຈີນ 2.300 ກວ່າຄົນ, ຫວຽດນາມ 3.200 ກວ່າຄົນ, ໄທເກືອບ 700 ຄົນ ແລະ ໃນນີ້ມີພຽງ 2 ພັນກວ່າຄົນມີບັດອະນຸຍາດເຮັດວຽກຖືກຕ້ອງຕາມລະບຽບກົດໝາຍ.

ສ່ວນການດຳເນີນທຸລະກິດຄ້າຂາຍຂອງຊາວຕ່າງດ້າວສ່ວນຫລາຍບໍ່ຖືກລະບຽບຫລັກການທີ່ກຳນົດອອກເຊັ່ນ: ບໍ່ມີໃບ ອະນຸຍາດດຳເນີນທຸລະກິດ, ວົງເງິນການລົງທຶນບໍ່ສອດຄ່ອງກັບລະບຽບ ແລະ ອື່ນໆດັ່ງຕົວຢ່າງຢູ່ 9 ຕົວເມືອງ ໃນນະ ຄອນຫລວງວຽງຈັນມີຮ້ານຄ້າຊາວຕ່າງດ້າວທັງໝົດ 885 ຮ້ານ, ໃນນັ້ນຮ້ານຄົນຈີນ 681ຮ້ານ, ຫວຽດນາມ 287 ຮ້ານ, ໄທ 4 ຮ້ານ ແລະ ເກົາຫລີ 3 ຮ້ານ, ໃນນີ້ໄດ້ອອກໃບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍມີພຽງ 293 ຮ້ານ ແລະ ຢູ່ບັນດາແຂວງໃນທົ່ວປະເທດກໍເຫັນວ່າມີລັກສະນະຄ້າຍຄືກັນ.

ພະແນກດັ່ງກ່າວໃຫ້ຮູ້ວ່າ: ສຳລັບການແກ້ໄຂບັນຫາແຮງງານຊາວຕ່າງດ້າວເຄື່ອນໄຫວບໍ່ຖືກລະບຽບຢູ່ປະເທດ ເຮົາໃນໄລຍະຜ່ານມານີ້, ດ້ານດີແມ່ນໄດ້ມີຄະນະກຳມະການຮັບພິຊອບຊີ້ນຳແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ມີຫລາຍນິຕິກຳເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ, ແຕ່ຄຽງຄູ່ກັນນັ້ນກໍເຫັນວ່າມີບັນຫາຫຍຸ້ງຍາກບາງດ້ານ ຄື: ການປະສານສົມທົບຂອງຄະນະຮັບພິຊອບແຕ່ລະຂັ້ນບໍ່ທັນກົມກຽວດີເທົ່າທີ່ຄວນ, ການກວດກາອອກໃບອະນຸຍາດມີຫລາຍຂັ້ນຫລາຍຂອດ ຈຶ່ງເຮັດໃຫ້ການເກັບກຳຂໍ້ມູນຊັກຊ້າແກ່ຍາວ ແລະ ອອກໃບອະນຸຍາດໄດ້ໜ້ອຍ, ການປະຕິບັດ ມາດຕະການຕໍ່ຜູ້ລະເມີດ ຫລື ຜູ້ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດບໍ່ທັນຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດແທ້, ເຊິ່ງເຫັນວ່າ ບັນຫານີ້ຈະຕ້ອງໄດ້ສຸມໃສ່ແກ້ໄຂໂດຍໄວ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...