Homeຂ່າວພາຍ​ໃນຄຳທະນະພອນ ຄວັດແກະສະຫຼັກຫັດຖະກຳໄມ້ ສະໜັບສະໜູນງານ CAEXPO

ຄຳທະນະພອນ ຄວັດແກະສະຫຼັກຫັດຖະກຳໄມ້ ສະໜັບສະໜູນງານ CAEXPO

Published on

ຄຳທະນະພອນ ຄວັດແກະສະຫຼັກຫັດຖະກຳໄມ້ ສະໜັບສະໜູນງານ CAEXPO

ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ (CAEXPO) ທີ່​ເມືອງ​ໜານ​ໜິງ ແຂວງ​ກວາງຊີ ​ສປ.ຈີນ ເປັນ​ງານ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ລາວ ທີ່​ມີ​ໂອກາດ​ໃນ​ການ​ຊອກ​ຫາ​ຕະຫຼາດ ແລະ ຄູ່​ຮ່ວມ​ຄ້າ-ຂາຍຂອງ​ຕົນ ໂດຍ​ສະເພາະ​ແມ່ນ​ການ​ນຳ​ເອົາ​ບັນດາ​ສິນຄ້າ​ທີ່​ເປັນ​ທ່າແຮງ​ຂອງ ​ສປປ ລາວ ໄປ​ເຈາະ​ຕະຫຼາດ​ຂອງ ​ສປ.ຈີນ ທັງ​ເປັນ​ການ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ ແລະ ການ​ເພີ່ມ​ຂຶ້ນ​ຂອງ​ມູນ​ຄ່າ​ດ້ານ​ການ​ຄ້າ-ການ​ລົງທຶນ​ຂອງ ​ສປປ ລາວ​ໃຫ້​ສູງ​ຂຶ້ນ.

ການ​ເຂົ້າ​ຮ່ວມ​ງານ CAEXPO ໃນ​ໄລຍະ​ຜ່ານ​ມາ ຖື​ວ່າ ​ສປປ ລາວ ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ສົມຄວນ ສະແດງ​ອອກ​ດ້ານ​ການ​ໂຄສະນາ (ເມືອງ​ແຫ່ງ​ສະເໜ) ຮ້ານ​ວາງສະແດງ​ແຫ່ງ​ຊາດ​ລາວ ໄດ້​ຮັບ​ລາງວັນ​ເມືອງ​ແຫ່ງ​ສະເໜ​ດີເດັ່ນ ແລະ ລາງວັນ​ການຈັດຕັ້ງ​ຂະແໜງ​ອຸດສາຫະກຳ​ດີເດັ່ນ ສຳລັບ​ພາກ​ທຸລະ​ກິດ​ກໍ​ໄດ້​ມີ​ການ​ເຊັນ​ສັນຍາ​ຊື້-ຂາຍ​ສິນຄ້າ​ກັບ​ບັນດາ​ນັກທຸລະກິດ​ຈີນ​ຈຳນວນ​ຫຼາຍ​ສະບັບ ສະນັ້ນ ເພື່ອ​ເປັນ​ການ​ສະໜັບສະໜູນ​ໃຫ້​ນະຄອນຫຼວງ​ວຽງ​ຈັນ ໃນ​ການ​ສ້າງສາ​ລະ​ຄະດີ​ສ້າງ​ຮູບ​ແບບ​ຈຳລອງ​ເມືອງ​ແຫ່ງ​ສະເໜ ແລະ ວຽກ​ງານ​ການ​ກະກຽມ​ອື່ນໆ​ເພື່ອ​ເຂົ້າ​ຮ່ວມ​ໃນ​ງານ CAEXPO ສຳລັບ​ປີ 2013 (CAEXPO ຄັ້ງ​ທີ 10) ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກັນຍາ 2013 ກໍ​ໄດ້​ມີ​ຫຼາຍ​ຫົວໜ່ວຍ​ທຸລະ​ກິດ ໄດ້​ແຈ້ງ​ເຈດ​ຈຳນົງ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ ແລະ ໄດ້​ມອບ-ຮັບ​ໄປ​ແລ້ວ​ຈຳນວນ​ໜຶ່ງ ສຳລັບ​ປີ​ນີ້ ບໍລິສັດ ຄຳ​ທະນະ​ພອນ ຄວັດ​ແກະສະຫຼັກ​ຫັດຖະກຳ​ໄມ້ ຈຳກັດ​ຜູ້​ດຽວ ໄດ້​ໃຫ້ການ​ສະໜັບສະໜູນ​ງານ​ດັ່ງກ່າວ​ຈຳນວນ 30 ລ້ານ​ກີບ.

ພິທີ​ມອບ-ຮັບ​ເງິນ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມອບ​ໂດຍ​ທ່ານ ວິລັດ ປັນຍາ​ລາດ ປະທານ​ບໍລິສັດ ຄຳ​ທະນະ​ພອນ ຄວັດ​ແກະສະຫຼັກ​ຫັດຖະກຳ​ໄມ້ ຈຳກັດ​ຜູ້​ດຽວ ແລະ ຮັບ​ໂດຍ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ຊ້ອງ​ໜ້າ​ພະນັກງານ​ທີ່​ກ່ຽວຂ້ອງ.

ที่มาhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...