ລາວມີລາຍໄດ້ຫຼາຍກວ່າ 1,240 ລ້ານໂດລາ ຈາກການສົ່ງອອກພະລັງງານໄຟຟ້າ ແລະ ແຮ່ທາດ ໃນ 6 ເດືອນທຳອິດ ຂອງແຜນການປີ 2014-2015 ແລະ ຄາດວ່າ ຈະມີລາຍໄດ້ເພີ້ມຂຶ້ນໃນແຜນການປີ 2015-2016.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ສະເໜີລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວຊຸດທີ 7 ໃນເດືອນກໍລະກົດ ວ່າ ໃນຊ່ວງ 6 ເດືອນທຳອິດຂອງແຜນການປີ 2014-2015 ການຜະລິດໃນພາກພະລັງງານ ແລະ ການຂຸດຄົ້ນແຮ່ທາດໄດ້ຂະຫຍາຍຕົວເພີ້ມຂຶ້ນ 12 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນໃນແຜນການປີ 2013-2014 ທີ່ຜ່ານມາ, ເຊີ່ງກໍເປັນຜົນເຮັດໃຫ້ມີລາຍໄດ້ຈາກການສົ່ງອອກກະແສໄຟຟ້າ ໃນມູນຄ່າ 385 ລ້ານໂດລາ ແລະ ແຮ່ທາດ 856 ລ້ານໂດລາ.
ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ສະເໜີລາຍງານວ່າ ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ໄດ້ເພີ້ມຂຶ້ນໃນອັດຕາສະເລ່ຍ 8 ເປີເຊັນ ຕໍ່ປີ ໃນແຜນການປີ 2011-2015 ໂດຍມີມູນຄ່າລວມ 94,342.39 ຕື້ກີບ ຄິດເປັນ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແລະ ເພີ້ມຂຶ້ນ 9.22 ເປີເຊັນ ທຽບກັບແຜນການປີ 2006-2010.
ພ້ອມກັນນີ້ ທ່ານສຸລິວົງ ໄດ້ໃຫ້ການຄາດໝາຍດ້ວຍວ່າ ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ຈະເພີ້ມຂຶ້ນເປັນ 20 ເປີເຊັນ ຂອງ GDP ໃນປີ 2020 ຖ້າຫາກວ່າ ສາມາດຮັກສາອັດຕາ ການຂະຫຍາຍຕົວໃຫ້ໄດ້ໃນລະດັບ 12 ເປີເຊັນຕໍ່ປີ ໃນແຜນການປີ 2016-2020 ໂດຍແບ່ງເປັນການຂະຫຍາຍຕົວ ຂອງຂະແໜງພະລັງງານໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີຕາມລຳດັບ.
ທ່ານສຸລິວົງ ຢືນຢັນວ່າ ການພັດທະນາພະລັງງານໃນລາວ ທີ່ສ່ວນໃຫຍ່ເປັນການສ້າງເຂື່ອນໄຟຟ້ານັ້ນ ຖືເປັນພະລັງງານທີ່ສະອາດສົ່ງຜົນກະທົບຕໍ່ສັງຄົມ ແລະ ສະພາບແວດລ້ອມທຳມະຊາດ ໃນລະດັບທີ່ຕ່ຳຫຼາຍ ທັງຍັງຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນ ເທື່ອລະກ້າວອີກດ້ວຍ ດັ່ງທີ່ ທ່ານສຸລິວົງ ໄດ້ເນັ້ນຢ້ຳວ່າ:
“ການພັດທະນາໄຟຟ້າ ຢູ່ສປປ ລາວ ສ່ວນໃຫຍ່ແມ່ໄຟຟ້ານ້ຳຕົກ ເຊີ່ງຈັດເປັນພະລັງງານ ໃນກຸ່ມແຫລ່ງພະລັງງານ ທີ່ສະອາດເປັນພະລັງງານທົດແທນໄດ້ ແລະ ມີຜົນກະທົບນ້ອຍ ຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມພ້ອມກັນນັ້ນ ພະລັງງານໄຟຟ້ານ້ຳຕົກຍັງປະກອບ ສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາທ້ອງຖິ່ນຊົນນະບົດ ໄປໃນຕົວເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດ ຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະເພີ່ມ ຄວາມອາດສາມາດ ການຜະລິດ ພະລັງງານໄຟຟ້າຈາກ3,200 ເມກາວັດ ໃນປັດຈຸບັນເປັນບໍ່ນ້ອຍກວ່າ 12,500 ເມກາວັດໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນໄຟຟ້າ ຈຳນວນ 38 ໂຄງການ ແລະ ໂຮງງານໄຟຟ້າຖານຫິນ 1 ໂຄງການ
ແຕ່ຢ່າງໃດກໍຕາມສຳຫລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ທຳການກວດສອບ ການດຳເນີນງານຂອງບັນດາ ບໍລິສັດທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ທາດ ໃນທົວປະເທດ ເຊີ່ງພົບວ່າ ການດຳເນີນງານຂອງບໍລິສັດສ່ວນໃຫຍ່ບໍ່ເປັນ ໄປຕາມສັນຍາ ເຊັ່ນການຄຸ້ມຄອງໂຄງການບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ.
ສ່ວນການຊົດເຊຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວກັນກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນແຮ່ທາດທີ່ບໍ່ໂປ່ງໃສ ແລະ ການປະຕິບັດໜ້າທີ່ ຂອງພະນັກງານລັດ ກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບ ຂອງລັດຖະບານລາວດ້ວຍ.
ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບຂອງ ກະຊວງພະລັງງານ ມີເຖິງ 226 ບໍລິສັດຊຶ່ງກວມເອົາພື້ນທີ່ຂຸດຄົ້ນລວມກັນ ກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດລາວໃນປັດຈຸບັນ.