Homeຂ່າວພາຍ​ໃນນັດທຳອິດໃນການແຂ່ງຂັນ AFF U-16 ລາວພົບໄທ

ນັດທຳອິດໃນການແຂ່ງຂັນ AFF U-16 ລາວພົບໄທ

Published on

ໃນການແຂ່ງຂັນບານເຕະ AFF ຮຸ້ນບໍ່ເກີນ 16 ປີ ຈະເລີ່ມແຂ່ງຂັນເປັນນັດທຳອິດສຳລັບທີມຊາດ ລາວ ຈະລົງສະໜາມພົບກັບທີມຊາດ ໄທ ແລະ ທັງນີ້ທ່ານ ບຸນລັບ ເຄນກິຕິສັກ ຄູເຝິກ ທີມຊາດລາວ ລຸ້ນ 16 ປີ ໄດ້ອອກມາເປີດເຜີຍວ່າ : ສຳລັບການພົບກັບທີມຊາດໄທ ມັນບໍ່ແມ່ນເລື່ອງງ່າຍເພາະມາດຕະຖານບານເຕະໄທດີກວ່າ ແຕ່ທີມຊາດລາວເຮົາເອງກໍມີຄວາມພ້ອມ ແລະ ມີການກຽມຄວາມພ້ອມເປັນຢ່າງດີມາເຊັ່ນດຽວກັນ, ເຊິ່ງນັກກິລາສ່ວນໃຫຍ່ແມ່ນຫລິ້ນນຳກັນມາແຕ່ດົນ ໃນຈຸດນີ້ເປັນຈຸດແຂງຂອງທີມນັກເຕະທີມຊາດ ລາວ ທີ່ເຄີຍເອົາຊະນະໄທ 3-0 ໃນການແຂ່ງຂັນຢູ່ທີ່ປະເທດຍີ່ປຸ່ນໃນລະຫວ່າງເດືອນ ມິຖຸນາທີ່ຜ່ານມາ ແລະ ໃນມື້ນີ້ ເວລາ 15:30 ໂມງ ທີມຊາດລາວ ພົບກັບ ທີມຊາດໄທ ໃນລາຍການ AFF U-16 ທີ່ປະເທດກຳປູເຈຍ

11705329_1628048690745983_6581849037085447388_n

ຂ່າວແລະພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...