spot_img
Homeຂ່າວພາຍ​ໃນຝົນຕົກລິນ ນ້ຳຂອງຂຶ້ນ ເຕືອນຜູ້ຢູ່ໃກ້ແຄມຂອງ ໃຫ້ລະວັງ!

ຝົນຕົກລິນ ນ້ຳຂອງຂຶ້ນ ເຕືອນຜູ້ຢູ່ໃກ້ແຄມຂອງ ໃຫ້ລະວັງ!

Published on

ຝົນຕົກລິນ ນ້ຳຂອງຂຶ້ນ ເຕືອນຜູ້ຢູ່ໃກ້ແຄມຂອງ ໃຫ້ລະວັງ!

ຈາກ​ສະພາບ​ດິນ​ຟ້າ​ອາກາດ ໃນ​ປັດຈຸບັນ ໄລຍະ​ນີ້​ມີ​ຝົນຕົກ​ລິນ​ຕິດຕໍ່​ກັນ​ຫຼາຍ​ວັນ ພາໃຫ້​ເກີດ​ນ້ຳ​ຂັງ​ອັ່ງ​ອໍ​ຕາມ​ຫ້ວຍຮ່ອງ​ຄອງ​ບຶງ ເຊິ່ງ​ຜົນ​ກະທົບ​ທີ່​ມັກ​ຈະ​ເກີດ​ຂຶ້ນ ນອກຈາກ​ຈະ​ລະວັງ​ການ​ແຜ່ພັນ​ຂອງ​ຍຸງ​ແລ້ວ ສິ່ງ​ທີ່​ສຳຄັນ​ຍິ່ງ​ຍັງ​ຕ້ອງ​ໄດ້​ລະວັງ​ອາດ​ຈະ​ກໍ່​ເກີດ​ນ້ຳ​ຖ້ວມ​ໃນ​ບາງ​ບ່ອນ ທີ່​ມີ​ການ​ລະບາຍ​ນ້ຳ​ບໍ່​ທັນ ຫຼື ໃນ​ຂົງເຂດ​ເນື້ອທີ່​ຕ່ຳ​ເຊັ່ນ​ດຽວ​ກັບ​ພາກ​ໃຕ້​ຂອງ​ລາວ ບາງ​ເຂດ​ກໍ​ເກີດ​ມີ​ນ້ຳ​ຖ້ວມ.

ດັ່ງນັ້ນ ຈຶ່ງ​ເຕືອນ​ມາ​ຍັງ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ທີ່​ມີ​ບ່ອນຢູ່​ອາໄສ​ໃກ້​ກັບ​ແມ່ນ້ຳ​ລຳເຊ ຫຼື ບ່ອນ​ທີ່​ມີ​ເນື້ອທີ່​ຕ່ຳ ໃຫ້​ລະມັດລະວັງ​ຕິດຕາມ​ການ​ເຄື່ອນ​ເໜັງ​ລາຍ​ງານ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຕາມ​ສື່​ຕ່າງໆ ໂດຍ​ສະເພາະ​ຂ່າວ​ຈາກ​ກົມ​ອຸຕຸນິຍົມ​ຕະຫຼອດ​ເວລາ ຕ້ອງ​ມີ​ສະຕິ​ເປັນ​ເຈົ້າ​ການ​ກຽມ​ຄວາມ​ພ້ອມ​ໃນ​ການ​ຕອບ​ໂຕ້​ສະຖານະ​ການ​ຂອງ​ດິນ​ຟ້າ​ອາກາດ ທີ່​ອາດ​ຈະ​ມີ​ຂຶ້ນ​ຢ່າງ​ມີ​ສະຕິ​ລະວັງ​ຕົວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...