ການແຂ່ງຂັນລາວພຣີເມຍລີກ ໃນຮອບຂາກັບ ຈະກັບມາແຂ່ງຂັນໃນວັນທີ 25 ກໍລະກົດ, ເຊີ່ງໃນ ວັນເສົາ 25 ກໍລະກົດ 2015 ເວລາ 17:00 ໂມງ ເປັນການພົບກັນລະຫວ່າງ ສະໂມສອນ ເອັສເຮັສບີວຽງຈັນ ພົບກັບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ແລະ ເວລາ 18:00 ໂມງ ເປັນການພົບກັນລະຫວ່າງ ສະໂມສອນ ໄຟຟ້າລາວ ພົບ ສະໂມສອນ ປກສ ແຂ່ງຂັນຢູ່ທີ່ສະຫນາມກິລາລ້ານຊ້າງບ້ານຫນອງໄຮ



