spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວແຫ່ເຂົ້າຊົມ ພະທາດຊະເວດາກອງຂອງມຽນມາ ພຽງ 3 ເດືອນ ເກືອບ 8 ໝື່ນຄົນ!

ນັກທ່ອງທ່ຽວແຫ່ເຂົ້າຊົມ ພະທາດຊະເວດາກອງຂອງມຽນມາ ພຽງ 3 ເດືອນ ເກືອບ 8 ໝື່ນຄົນ!

Published on

ย่างกุ้ง

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກໍລະກົດນີ້ວ່າ ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມພະທາດຊະເວດາກອງ ຢູ່ນະຄອນຢາງກຸ້ງ ປະເທດມຽນມາ ໃນໄລງວດທຳອິດ (ເມສາ – ມິຖຸນາ) ຂອງສົກປີງົບປະມານມຽນມາ 2015 – 2016 ຈຳນວນ 79,249 ຄົນ ເຊິ່ງໃນນັ້ນແມ່ນຫລາຍກ່ວາມີແມ່ນຊາວໄທ 20,000 ຄົນ, ຖັດຈາກນັ້ນແມ່ນນັກທ່ອງທ່ຽວຈາກປະເທດຈີນ ແລະ ເກົາຫລີ ຕາມລຳດັບ ໂດຍສ້າງລາຍຮັບໃຫ້ແກ່ລັດຖະບານມຽນມາ ຈາກການເກັບປີ້ຄ່າເຂົ້າຊົມ ຄົນລະ 8,000 ຈາດ ຫລື ປະມານ 8 ໂດລາ.

ທັງນີ້ ໃນໄລຍະ 6 ເດືອນຕົ້ນປີ 2015 ແມ່ນມີນັກທ່ອງທ່ຽວຕ່າງປະເທດ ເດີນທາງໄປຢ້ຽມຢາມປະເທດມຽນມາແລ້ວ ຫລາຍກ່ວາ 500,000 ຄົນ ເຊິ່ງເປົ້າໝາຍ ຂອງລັດຖະບານມຽນມາໃນສົກປີງົບປະມານ 2015 – 2016 ນີ້ ແມ່ນຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ເຖິງ 5 ລ້ານຄົນ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...