Homeວິທະຍາສາດ-ວິທະຍາການນັກ​ວິທະຍາ​ສາດ​ຄົ້ນ​ພົບ​ປາ​ທີ່​ອາໄສ​ຢູ່ໃນ​ພູເຂົາ​ໄຟ​ໃຕ້​ນ້ຳ

ນັກ​ວິທະຍາ​ສາດ​ຄົ້ນ​ພົບ​ປາ​ທີ່​ອາໄສ​ຢູ່ໃນ​ພູເຂົາ​ໄຟ​ໃຕ້​ນ້ຳ

Published on

http://www.vcharkarn.com/media/images/

ຍິ່ງ​ເຮົາ​ຮຽນ​ຮູ້​ເລື່ອງ​ພູເຂົາ​ໄຟ​ໃຕ້​ນ້ຳ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຍິ່ງຮູ້ໄດ້​ຫຼາຍ​ຂຶ້ນ​ວ່າ​ຊີວິດ​ນັ້ນ​ສາມາດ​ຈະເລີນ​ເຕີບໂຕ​ໄດ້​ໃນເກືອບທຸກ​ບ່ອນ ເຊີ່ງ​ໃນ​ຕອນ​ນີ້ ເຮືອ​ສຳລັບ​ການ​ວິ​ໄຈ​ສັນ​ຊາດ​ອອດ​ສ໌ເຕ​ເລຍ​ໄດ້​ຄົ້ນ​ພົບ​ປາ​ຊະນິດ​ໃໝ່​ທີ່​ອາໄສ​ຢູ່ໃນ​ພູເຂົາ​ໄຟ​ຕ່າງໆ ນອກ​ຊາຍ​ຝັ່ງ​ຂອງທະ​ວີບ​ອອດສ໌​ເຕ​ເລຍ​ເຊີ່ງ​ມັນ​ຖືກ​ເອີ້ນວ່າ scaleless blackfish ແລະ​ໜ້າຕາມັນ​ກໍບໍ່ເປັນຕາ​ເບິ່ງ​ປານໃດ

ທີມ​ວິ​ໄຈ​ທີມ​ນີ້​ກໍ​ກຳ​ລັງ​ພະຍາຍາມ​ທີ່​ຈະ​ລະ​ບຸ​ສາຍ​ພັນ​ຂອງ​ປາ​ສີ​ດຳ​ຕົວ​ນ້ອຍ​ທີ່​ມີ​ແຂ້ວ​ໂປ່ງ​ແສງ​ແລະ​ບໍ່​ມີ​ເກັດ​ນີ້ ເຊີ່ງ​ກໍ​ມີ​ບາງ​ຄົນ​ເຊື່ອ​ວ່າ​ມັນ​ຄື​ປາ snaggletooth dragonfish ເຊີ່ງ​ເປັນ​ສາຍ​ພັນ​ທີ່​ບໍ່​ສາມາດ​ພົບ​ໄດ້​ຕາມ​ປົກກະຕິ​ໃນ​ພື້ນ​ທີ່​ດັ່ງ​ກ່າວ ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຍັງມີ​ປາ​ອື່ນໆ​ອີກ​ຫຼວງຫລາຍ​ທີ່​ພວກ​ພວກເຂົາ​ສາມາດ​ລະ​ບຸ​ໄດ້​ວ່າ​ເປັນ​ປາ​ຫຍັງ ເນື່ອງ​ຈາກ​ສ່ວນ​ໃຫຍ່​ເປັນ​ເພາະ​ວ່າ​ເປັນ​ຕົວ​ອ່ອນ​ຂອງ​ປາ​ແລະ​ກຸ້ງ​ລອບສ໌​ເຕີທີ່​ມີ​ການ​ປະ​ມົງ​ກັນ​ຢູ່​ແລ້ວ​ໃນ​ອອດສ໌​ເຕ​ເລຍ ເຊີ່ງ​ເວລາ​ທີ່​ຕົວ​ອ່ອນ​ຂອງ​ສັດ​ເຫຼົ່າ​ນີ້​ຖືກ​ພັດ​ອອກ​ໄປ​ນອກ​ພື້ນ​ທີ່​ທີ່​ເໝາະ​ກັບ​ການ​ເຕີບໂຕ​ອອກ​ໄປ​ສູ່​ທ້ອງ​ທະ​ເລ​ເປີດ​ນັ້ນ​ຄົນ​ຫາ​ປາ​ກໍ​ມັກ​ຈະ​ຄິດວ່າ​ພວກ​ມັນ​ຄົງ​ຫາຍ​ສາບ​ສູນ​ໄປ​ຕະຫຼອດ​ການ​ແລ້ວ ແຕ່​ປາກົດ​ວ່າ​ພວກ​ພວກເຂົາ​ຄິດ​ຜິດ ເພາະ​ປາກົດ​ວ່າ​ພວກ​ມັນ​ກໍ​ກຳ​ລັງ​ເຕີບໂຕ​ຢູ່ໃນ​ນ້ຳ​ທີ່​ມີ​ອຸນຫະພູມ​ສູງ​ແລະ​ເປັນ​ກົດ​ໃກ້​ພູເຂົາ​ໄຟ​ໃຕ້​ນ້ຳ​ນັ້ນ​ເອງ

http://www.vcharkarn.com/media/images/

ຈາກ​ຄຳ​ກ່າວ​ຂອງ​ສາດສະ​ດາ​ຈານຍ໌​ດ້ານ​ຊີວະ​ວິທະຍາ Iain Suthers ແລະ​ຫົວ​ໜ້າ​ນັກ​ວິທະຍາ​ສາດ​ຂອງ​ການເດີນທາງ​ໃນ​ເທື່ອ​ນີ້​ນັ້ນ ທີມ​ວິ​ໄຈ​ເອງ​ກໍ​ປະ​ຫຼາດ​ໃຈ​ຫຼາຍ​ກັບ​ການ​ຄົ້ນ​ພົບ​ກະ​ແສ​ນ້ຳ​ວົນ​ນອກ​ຊາຍ​ຝັ່ງ​ຂອງ Sydney ທີ່​ເປັນ​ສູນ​ລວມ​ຂອງ​ຕົວ​ອ່ອນ​ລອບສ໌​ເຕີ ແລະ ​ສັດ​ຂະໜາດ​ນ້ອຍ​ອື່ນໆ​ອີກ​ຫຼວງຫຼາຍ​ໃນ​ຊ່ວງ​ເວລາ​ຂອງ​ປີ​ທີ່​ພວກ​ພວກເຂົາ​ບໍ່​ຄິດວ່າ​ຈະ​ໄດ້​ພົບ​ພໍ້ພວກ​ມັນ ເຊີ່ງ​ການ​ຄົ້ນ​ພົບ​ເທື່ອ​ນີ້​ເປັນ​ການ​ພິກ​ກັບ​ຄວາມ​ເຂົ້າໃຈ​ເດີມໆ​ຂອງ​ຕົວ​ອ່ອນ​ປາ​ສາຍ​ພັນ​ເຊີງ​ພາ​ນິດຕ່າງໆ​ໄປ​ເລີຍ

“ພວກ​ເຮົາ​ເຄີຍ​ຄິດວ່າ​ປາ​ນັ້ນ​ຈະ​ຈະເລີນ​ເຕີບໂຕ​ໃນ​ສະເພາະ​ພື້ນ​ທີ່​ປາກ​ແມ່ນ້ຳ​ຊາຍ​ຝັ່ງ​ເທົ່າ​ນັ້ນ ແລະ​ເມື່ອ​ຕົວ​ອ່ອນ​ໄດ້​ຖືກ​ພັດ​ອອກ​ໄປ​ສູ່​ທະ​ເລ​ນັ້ນ​ກໍ​ເທົ່າ​ກັບ​ວ່າ​ເປັນ​ຈຸດ​ຈົບ​ຂອງ​ພວກ​ມັນ ແຕ່​ກັບ​ກາຍ​ເປັນ​ວ່າ​ທີ່​ຈິງ​ແລ້ວ​ກະ​ແສ​ນ້ຳ​ວົນ​ເຫຼົ່າ​ນີ້​ກັບ​ເປັນ​ພື້ນ​ທີ່​ເພາະ​ລ້ຽງ​ສຳລັບ​ການ​ປະ​ມົງ​ເຊີງ​ພາ​ນິດ​ຕະຫຼອດ​ຊາຍ​ຝັ່ງ​ຕະເວັນ​ອອກ​ຂອງ​ອອດສ໌​ເຕ​ເລຍ”

ບໍ່-ດົນ​ມາ​ນີ້​ນັກ​ວິທະຍາ​ສາດ​ເອງ​ກໍ​ຫາກໍ່​ໄດ້​ພົບ​ປາ​ສະ​ຫລາມ​ທີ່​ໃຊ້​ຊະ​ [ີ] ​ [ິ] ​ວິດ​ຢູ່ໃນ​ພູເຂົາ​ໄຟ​ໃຕ້​ນ້ຳ​ຄືກັນ ຊຶ່ງ​ບໍ່​ແນ່​ວ່າ​ເຮົາ​ອາດຈະ​ຄົ້ນ​ພົບ​ຫຍັງ​ທີ່​ໜ້າ​ຕື່ນ​ເຕັ້ນ​ກວ່າ​ນີ້​ອີກ​ກໍ​ເປັນ​ໄດ້

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...