Homeຂ່າວເຫດການຮອງປະທານປະເທດ ລາວ - ມຽນມາ ຕີລາຄາສູງ ຕໍ່ການຮ່ວມມືສອງຝ່າຍ

ຮອງປະທານປະເທດ ລາວ – ມຽນມາ ຕີລາຄາສູງ ຕໍ່ການຮ່ວມມືສອງຝ່າຍ

Published on

9887.22.07.1

ຂປລ. ໃນໂອກາດຢ້ຽມຢາມ ສສ ມຽນ ໃນວັນທີ 21-23 ກໍລະກົດ 2015 ນີ້ ທ່ານ​ບຸນຍັງ​ ວໍລະ​ຈິດ ຮອງປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ​ອູ ຢຽນ ຕູນ ຮອງ​ປະທານາທິບໍດີ ​ແຫ່ງ ສສ ມຽນມາ ​ເຊິ່ງການ​ພົບ​ປະ​ຄັ້ງ​ນີ້  ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ກວ້າງ​ຂວາງ ​ແລະ ​ເລິກ​ເຊິ່ງ ກ່ຽວ​ກັບ​​ສາຍພົວພັນມິດຕະພາບອັນເປັນມູນເຊື້ອອັນ​ດີງາມ ​ເປັນ​ເວລາ​ດົນນານ ລະຫວ່າງ ປະຊາຊົນສອງຊາດ, ການຮ່ວມ​ ມື​ທີ່ດີ ແລະ ຄວາມໄວ້ວາງໃຈ ເຊິ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສປປ ລາວ ກັບ ສສ ມຽນມາ ໃຫ້ແໜ້ນແຟ້ນ ແລະ ມີປະສິດຖິຜົນສູງຍິ່ງໆຂຶ້ນ.

ສອງຝ່າຍໄດ້ຕີລາຄາສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ ​ອັນ​ເປັນ​ມູນ​ເຊື້ອ ​ແລະ ໝາກຜົນການ ​ຮ່ວມ​ມື​ຂອງສອງປະເທດໃນໄລຍະຜ່ານມາ ນັບແຕ່ໄດ້ສ້າງຕັ້ງ ສາຍພົວພັນການທູດໃນປີ 1955 ເປັນຕົ້ນມາເຊິ່ງປີນີ້ຄົບຮອບ 60 ປີພໍດີທີ່ສອງ ປະເທດພວກເຮົາ ນັບມື້ນັບໄດ້ຮັບການ ເສີມຂະຫຍາຍສາຍພົວພັນ ມິດຕະພາບຢ່າງບໍ່ຢຸດຢັ້ງ ​ແລະ ​ໄດ້ສະແດງອອກ ​ໃນ​ການແລກ ປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນ ລະດັບສູງຢ່າງຕໍ່ເນື່ອງ ອັນເປັນ ພື້ນຖານ ອັນໜັກແໜ້ນ ໃຫ້ແກ່ການຊຸກຍູ້ ການຮ່ວມມື ໃນຂະແໜງການຕ່າງໆ ຂອງສອງປະເທດໃຫ້ ມີປະສິດທິຜົນຍິ່ງໆຂຶ້ນ, ມີຄວາມໄວ້ເນື້ອເຊື່ອໃຈກັນ, ມີຄວາມຮັກແພງ ເຂົ້າອົກເຂົ້າໃຈກັນ ແລະ ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ທັງສອງ​ຝ່າຍ​ມີ​ຄວາມປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ​​ແລະ ຕີ​ລາຄາ​ສູງຕໍ່ໝາກຜົນ​ການ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ​ລາວ ​ແລະ ມຽນມາ​ ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ ​ຝ່າຍ, ​ທັງ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊ​ີຍ ຕໍ່​ຜົນ​ສໍາ​ເລັດ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ຂ້າມ​ແມ່​ນ້ຳຂອງ​ ລາວ-ມຽນມາ ທີ່​ໄດ້​ຈັດ​ພິທີ​ເປີດ​ນໍາ​ໃຊ້​ຂົວ​ດັ່ງກ່າວ ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນເດືອນພຶ​ ດສະພາ2015 ຜ່ານມານີ້ ໂດຍ ມີການນຳຂັ້ນສູງ ຂອງທັງສອງປະເທດເຂົ້າຮ່ວມ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ຊຸກຍູ້​​ແລກປ່ຽນ​ການ​ຢ້ຽມຢາມ​ເຊິ່ງ​ກັນ ​ແລະ ກັນ ລະຫວ່າງ ການ​ນໍາ​ຂັ້ນ​ສູງ ​ແລະ ຂັ້ນ​ຕ່າງໆ​ ໃນ​ທຸກ​ລະດັບ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ເພື່ອ​ປຶກສາ​ຫາລື ​ແລະ ຖອດ​ຖອນ​ບົດຮຽນ​ດ້ານ​ການ​ຮ່ວມ​ມື​ສອງ​ຝ່າຍ ທີ່ ​ມີ​ມາ​ແລ້ວ​ນັ້ນ​ ໃຫ້​ນັບມື້ມີ​ປະສິດທິ​ຜົນ​ຂຶ້ນ​ເລື້ອຍໆ. ຊຸກຍູ້ສອງຝ່າຍພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບົດບັນທຶກ ກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ມຽນ ຄັ້ງທີ11 ໃນຕົ້ນເດືອນມີ ນາ 2015 ຜ່ານມາ ທີ່ນະຄອນຫລວງເນປີດໍ

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...