spot_img
Homeຂ່າວພາຍ​ໃນສະໂມສອນ “ໄອດີຊີ ຈຳປາສັກ” ປະຕິເສດຂໍ້ກ່າວຫາ “ຄ້າມະນຸດ” ຂອງ ບີບີຊີ

ສະໂມສອນ “ໄອດີຊີ ຈຳປາສັກ” ປະຕິເສດຂໍ້ກ່າວຫາ “ຄ້າມະນຸດ” ຂອງ ບີບີຊີ

Published on

ສະໂມສອນ “ໄອດີຊີ ຈຳປາສັກ ຢູໄນເຕັດ” ອີກໜຶ່ງທີມດັງ ໃນວົງການບານເຕະ ລາວ ພຣີເມຍລີກ ອອກມາປະຕິເສດຂໍ້ກ່າວຫາວ່າ “ຄ້າມະນຸດ” ພ້ອມກັບຢືນຢັນຄວາມບໍລິສຸດ ຫລັງຕົກເປັນຂ່າວຈາກສື່ດັງຂອງໂລກ ຢ່າງ “ວິທະຍຸ ບີບີຊີ” ອອກມາປ່ອຍຂ່າວ ແບບຝ່າຍດຽວ ໃຫ້ເສຍຫາຍວ່າ ມີການພົວພັນກັບການຊື້ຂາຍນັກເຕະ ຈາກທະວີບແອຟຣິກກາ ແບບຜິດກົດໝາຍ ຫລືເຂົ້າຄ່າຍ “ຄ້າມະນຸດ” ແລະ ໄອດີຊີ ຈຳປາສັກ ພ້ອມທີ່ຈະເອົາເລື່ອງກັບແຫລ່ງຂ່າວດັ່ງກ່າວ ໃຫ້ເຖິງທີ່ສຸດ ທີ່ສ້າງຄວາມເສຍຫາຍໃຫ້ເຖິງປະເທດຊາດ ເຊັ່ນນີ້…ຂະນະທີ່ ທາງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກໍ່ເປີດເຜີຍວ່າ ໄດ້ຮັບຊາບບັນຫານີ້ ມາດົນແລ້ວ ແລະ ກຳລັງລວບລວມຂໍ້ມູນ ໃຫ້ລະອຽດ ເພື່ອສົ່ງໃຫ້ທາງ ສະຫະພັນບານເຕະນາໆຊາດ ຫລື ຟີຟາ ລວມທັງກຽມຖະແຫລງຂ່າວ ຢ່າງເປັນທາງການ ເຊັ່ນກັນ.

ຫຼັງຈາກສຳນັກງານຂ່າວ ບີບີຊີ ສື່ດັງແຫ່ງປະເທດອັງກິດ ອອກຂ່າວດັງທົ່ວໂລກ ກ່ຽວກັບ ນັກເຕະບານເຍົາວະຊົນຈາກທະວີບອາຟຣິກາ ຖືກນຳຕົວມາຢູ່ປະເທດລາວ ຕັ້ງແຕ່ນ້ອຍ ແລະ ຖືກ ເບິ່ງແຍງຄືທາດ ບໍ່ຕ່າງຫຍັງກັບການ “ຄ້າມະນຸດ” ທີ່ສະໂມສອນໃນປະເທດລາວ ໃນວັນທີ 21 ກໍລະກົດ ຜ່ານມາ ທາງທີມຂ່າວໜັງສືພິມສຶກສາ ແລະ ກິລາ ກໍ່ໄດ້ສຳພາດ ທ່ານ ພົນສີທອນ ໄຊຍະເສນ ຜູ້ຈັດການທີມສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ໃຫ້ຊາບວ່າ: “ນີ້ຖືວ່າເປັນຄັ້ງທີ 2 ແລ້ວ ທີ່ທາງສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ຖືກກ່າວຫາວ່າ ນຳນັກກິລາຕ່າງຊາດ ມາຢູ່ ແບບຜິດກົດໝາຍ ແລະ ບັງຄັບໃຫ້ເຊັນສັນຍາຢູ່ຮ່ວມກັບສະໂມສອນ ທັງທີ່ວ່າເລື່ອງນີ້ ແມ່ນເປັນ ເລື່ອງທີ່ບໍ່ແມ່ນຄວາມຈິງ ໂດຍສ່ວນໃຫຍ່ທາງສື່ດັງດັ່ງກ່າວ ຮັບຟັງແຕ່ຝ່າຍດຽວ ບໍ່ເຄີຍລົງມາເກັບກຳ ຂໍ້ມູນເລີຍຈັກເທື່ອ. ສະນັ້ນ, ພວກເຮົາຢືນຢັນປະຕິເສດຂໍ້ກ່າວຫາວ່າ “ຄ້າມະນຸດ” ຕາມທີ່ສື່ ບີບີຊີ ໄດ້ອອກມາກ່າວ. ແຕ່ຢ່າງໃດກໍ່ຕາມ, ນັກກິລາຕ່າງຊາດທີ່ຢູ່ໃນອາຄາເດມີຂອງພວກເຮົາ ແມ່ນລ້ວນແຕ່ ເຕັມໃຈ ແລະ ເຊັນສັນຍາ ໂດຍທີ່ບໍ່ໄດ້ຖືກບັງຄັບດັ່ງທີ່ເປັນຂ່າວ”. ທ່ານຍັງເປີດເຜີຍອີກວ່າ ເລື່ອງຂອງເລື່ອງ ແມ່ນເກີດຂຶ້ນຍ້ອນມີນັກກິລາຄົນໜຶ່ງ ທີ່ມາຈາກທະວີບອາຟຣີກາ ທີ່ບໍ່ ສາມາດຕິດທີມພວກເຮົາ ໃນໄລຍະຄັດເລືອກ 3 ເດືອນ ແລະ ທາງພວກເຮົາ ແມ່ນໄດ້ສົ່ງ ກັບປະເທດ. ແຕ່ທັງນີ້ທັງນັ້ນ, ຜູ້ກ່ຽວອາດຈະນ້ອຍໃຈ ທີ່ມາແຕ່ໄກກັບໝູ່ເພື່ອນຫຼາຍຄົນ ແຕ່ຕົນບໍ່ ສາມາດຕິດທີມໄດ້ ກໍ່ເລີຍກ່າວຫາສະໂມສອນພວກເຮົາ. ດັ່ງນັ້ນ, ອີກບໍ່ດົນ ທຸກຄົນຈະຮູ້ ຄວາມ ຈິງວ່າເປັນແບບໃດ ແລະ ພ້ອມ ກັນນັ້ນ ພວກເຮົາຈະດຳເນີນການໃຫ້ເຖິງທີ່ສຸດກັບແຫຼ່ງຂ່າວ ທີ່ເຮັດໃຫ້ສະໂມສອນເສຍຫາຍ ຈົນເຖິງລະດັບປະເທດ ເຊັ່ນນີ້.

ນອກຈາກນີ້ ນັກຂ່າວພວກເຮົາ ຍັງໄດ້ສຳພາດທ່ານ ສົມສະໜຸກ ລຽນສະຫວັນ ຫົວໜ້າ ພະແນກບຸກຄະລາກອນ ຂອງສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ທັງເປັນຜູ້ຮັບຜິດຊອບ ກັບເລື່ອງປັນຫານີ້ ກໍ່ໄດ້ກ່າວວ່າ: “ ທາງ ສຕລ ເຮົາໄດ້ຮັບຊາບບັນຫານີ້ ມາແຕ່ດົນແ້ວ ເພາະທາງ ສະຫະພັນບານເຕະ ແອຟຣິກກາເອງ ກໍ່ໄດ້ເຮັດໜັງສືມາເຖິງ ແລະ ປັດຈຸບັນພວກເຮົາ ກໍ່ບໍ່ໄດ້ ນິ້ງນອນໃຈ ເພາະເຫັນວ່າເປັນບັນຫາຫລໍ່ແຫລມ ອາດຈະກະທົບເຖິງຄວາມສຳພັນລະຫວ່າງປະເທດ. ດັ່ງນັ້ນ, ພວກເຮົາໄດ້ຈັດຕັ້ງໜ່ວຍງານພິເສດຂຶ້ນມາ ເພື່ອດຳເນີນການ ລວບລວມຂໍ້ມູນລະອຽດ ກ໋ຽວກັບເລື່ອງນີ້ ປະມານໄດ້ 2-3 ເດືອນແລ້ວ ເຊິ່ງຂໍ້ມູນທີ່ໄດ້ມາ ກໍ່ຍັງຢູ່ຂັ້ນຕອນພິຈາລະນາໃຫ້ຖີ່ຖ້ວນ ທີ່ສຳຄັນຕ້ອງໄດ້ຜ່ານຄວາມເຫັນດີ ແລະ ເປັນເອກະພາບ ຂອງຄະນະປະທານ ສຕລ ຈຶ່ງຈະ ສົ່ງສຳນວນ ແລະ ຂໍ້ຊີ້ແຈງໄປໃຫ້ໄປໃຫ້ທາງ ຟີຟາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ພ້ອມນັ້ນກໍ່ຄາດວ່າ ຈະມີການຖະແຫຼ່ງຂ່າວ ຢ່າງເປັນທາງການ ກ່ຽວກັບເລື່ອງນີ້.

ສະໂມສອນ “ໄອດີຊີ ຈຳປາສັກ ຢູໄນເຕັດ” ປັດຈຸບັນ ຢູ່ໃນອັນດັບ ທີ 9 ຂອງຕາຕະລາງ ລາວພຣີເມຍລີກ ຫລັງຈາກຈົບການແຂ່ງຂັນ ໃນຮອບຂາໄປ.

11745921_1469434240039992_3459798158845747575_n

ໂດຍ: ຊ້າງນ້ອຍ
ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...