Homeຂ່າວພາຍ​ໃນລາວ ຈະເພີ່ມທຶນສຳຮອງເງິນຕາຕ່າງປະເທດໃຫ້ໄດ້ຫຼາຍກວ່າ 1 ຕື້ໂດລາ

ລາວ ຈະເພີ່ມທຶນສຳຮອງເງິນຕາຕ່າງປະເທດໃຫ້ໄດ້ຫຼາຍກວ່າ 1 ຕື້ໂດລາ

Published on

ລັດຖະບານລາວວາງເປົ້າໝາຍ ທີ່ຈະເພີ້ມທຶນສຳຮອງເງິນຕາຕ່າງປະເທດ ໃຫ້ໄດ້ຫຼາຍກວ່າ 1,000 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດເປັນເວລາກວ່າ 6 ເດືອນໃນແຜນການ ປີ 2015-2016.

ທ່ານນາງວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວ ຊຸດທີ 7 ໃນເດືອນກໍລະກົດນີ້ ວ່າທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງປະຕິບັດແຜນເງິນຕາ ດ້ວຍຄວາມເອົາໃຈໃສ່ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ໂດຍສາມາດເຮັດ ໃຫ້ປະລິມານເງິນໝຸນວຽນ ໃນຂົງເຂດເສດຖະກິດ (M2) ໃນຊ່ວງເດືອນພຶດສະພາ 2015 ເພີ້ມຂຶ້ນເຖິງ 21.14 ເປີເຊັນ ເມື່ອທຽບກັບໄລຍະດຽວກັນໃນປີ 2014 ທີ່ຜ່ານມາ.

ຄ່າເງິນກີບ ຂອງລາວ ຍັງມີສະຖຽນລະພາບ ໃນຂະນະທີ່ອັດຕາ ແລກປ່ຽນ ກໍມີຄວາມສະຫງົບພ້ອມກັນນີ້ ກໍຍັງສາມາດຄວບຄຸມເງິນເຟີ້ ໃຫ້ຢູ່ໃນອັດຕາສະເລ່ຍພຽງແຕ່ 1.88 ເປີເຊັນ ເທົ່ານັ້ນ ຈຶ່ງເຮັດໃຫ້ຄ່າເງິນກີບມີສະຖຽນລະພາບ ໃນຂະນະທີ່ອັດຕາແລກປ່ຽນ ກໍມີຄວາມສະຫງົບ ທັງກໍຍັງເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີຄວາມໝັ້ນທ່ຽງເພີ້ມຂຶ້ນ ໂດຍຄາດໝາຍວ່າ ທຶນສຳຮອງເງິນຕາຕ່າງປະເທດ ຈະເພີ້ມຂຶ້ນຈາກ 834 ລ້ານ 7 ແສນໂດລາ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 1,039 ລ້ານ 5 ແສນ 3 ໝື່ນໂດລາໃນແຜນການປີ 2015-2016 ຫຼືເທົ່າກັບມູນຄ່າການນຳເຂົ້າສິນຄ້າ
ຈາກຕ່າງປະເທດ ເປັນເວລາ 6 ເດືອນເຄິ່ງ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງ ໃນທະນາຄານແຫ່ງ ສປປ ລາວ ກໍຍອມຮັບວ່າ ປັດໄຈທີ່ກະທົບຕໍ່ທຶນສຳຮອງ ເງິນຕາຕ່າງປະເທດ ຂອງລັດຖະບານລາວ ຫຼາຍທີ່ສຸດໃນເວລານີ້ກໍຄືການທີ່ລັດຖະບານລາວ ກຳລັງປະເຊີນກັບບັນຫາ ການມີໜີ້ສາທາລະນະ ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກການກູ້ຢືມເງິນທຶນ ຈາກຕ່າງປະເທດນັ້ນໄດ້ເພີ້ມຂຶ້ນຈາກ 3,000 ກວ່າລ້ານໂດລາ ຄິດເປັນ 33.43 ເປີເຊັນ ຂອງຍອດຜະລິດ
ຕະພັນລວມ (GDP) ໃນປີ 2012 ເປັນຫຼາວກວ່າ 4,700 ລ້ານໂດລາ ຄິດເປັນ 47 ເປີເຊັນຂອງ GDP ໃນປີ 2014.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງມີໜີ້ສາທາລະນະ ທີ່ເກີດຈາກການກູ້ຢືມພາຍໃນແລະ ໂຄງການພັດທະນາຕ່າງໆ ທີ່ບັນດາບໍລິສັດເອກະຊົນ ໃນລາວເປັນຝ່າຍທີ່ໄດ້ອອກທຶນໃຫ້ກ່ອນ ຄິດເປັນມູນຄ່າລວມກັນຫຼາຍກວ່າ 18,000 ຕື້ກີບ ຫຼືປະມານ 2,250 ລ້ານໂດລາດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວມີໜີ້ສາທາລະນະລວມຫຼາຍກວ່າ 6,950 ລ້ານ ໂດລາ ຫຼືຫຼາຍກວ່າ 69 ເປີເຊັນຂອງ GDP ໃນປີ 2014 ແລ້ວນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງຈະຖືເປັນໜີ້ສາທາລະນະ ທີ່ເກີນລະດັບ ມາດຕະຖານ ເຖິງ 24 ເປີເຊັນ ເນື່ອງຈາກວ່າ ລັດຖະບານຂອງແຕ່ລະປະເທດ ຈະຖືກຈຳກັດໃຫ້ກູ້ຢືມເງິນທຶນ ຈາກຕ່າງປະເທດໄດ້ ໃນອັດຕາທີ່ບໍ່ເກີນ 45 ເປີເຊັນ ຂອງມູນຄ່າ GDP ທັງໝົດຂອງແຕ່ລະ ປະເທດເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງຖືກຈຳກັດສິດທິ ທີ່ຈະກູ້ຢືມຈາກ ສະຖາບັນການເງິນສາກົນ ເຊັ່ນທະນາຄານໂລກ ທະນາຄານພັດທະນາເອເຊຍ ແລະ ກອງທຶນການເງິນສາກົນ (IMF) ລວມເຖິງ ທະນາຄານເອກະຊົນດ້ວຍ

ທາງດ້ານ IMF ລາຍງານວ່າ ໜີ້ຕ່າງປະເທດຂອງລັດຖະບານລາວ ໄດ້ເພີ້ມຂຶ້ນເປັນຫຼາຍກວ່າ 49 ເປີເຊັນຂອງ GDP ໃນປີ 2014 ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບວິກິດການດ້ານງົລປະມານຢ່າງສົມບູນແບບແລ້ວ ໃນປັດຈຸບັນນີ້ ສ່ວນມາດຕະການແກ້ໄຂບັນຫາ ໃນໄລຍະສະເພາະໜ້າ ກໍມີພຽງການຈັດເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍແລະ ຄວບຄຸມລາຍຈ່າຍໃຫ້ໄດ້ ຕາມແຜນການທີ່ວາງໄວ້ ຢ່າງແທ້ຈິງ ລວມໄປເຖິງການຮ້ອງ ຂໍການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ອີກດ້ວຍ.

ທັງນີ້ໂດຍກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ການທີ່ຈະຊຸກຍູ້ການພັດທະ ນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ໃນແຜນການປີ2014-2015 ນີ້ ຈະຕ້ອງລະດົມການລົງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍກວ່າ 33,000 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫລອດປີ.

A65999BE-BC95-49BA-B638-907C60AE7A94_w640_r1_s

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...