spot_img
Homeວິທະຍາສາດ-ວິທະຍາການ20 ຂໍ້ ທີ່ທ່ານຄວນຮູ້ ແລະ ປະຕິບັດກ່ອນອາຍຸ 40

20 ຂໍ້ ທີ່ທ່ານຄວນຮູ້ ແລະ ປະຕິບັດກ່ອນອາຍຸ 40

Published on

 

https://scontent-hkg3-1.xx.fbcdn.net/hphotos-ash2/v/t1.0-9/
1. ບໍ່ຕ້ອງຕັ້ງໃຈຮຽນຫຼາຍເກີນໄປ ເອົາແຕ່ພໍໃຊ້ໄດ້ກໍ່ພໍ ເພາະໃນໂລກແຫ່ງຄວາມເປັນຈິງ
ແມ່ນວັດແທກກັນຢູ່ທີ່ ຜົນງານ ບໍ່ແມ່ນຄະແນນຈາກການຮຽນ

2. ການເຮັດວຽກກິດຈະກໍາ ໃນມະຫາໄລ ແລະ ສະຖາບັນການສຶກສາຕ່າງໆ
ແມ່ນມີຄວາມສໍາຄັນ ເທົ່າທຽມກັບ ການຕັ້ງໃຈຮໍ່າຮຽນໃນຫ້ອງຮຽນ

3. ເລືອກເຮັດວຽກທີ່ເຮົາມັກ ກໍ່ແມ່ນສ່ວນໜຶ່ງ ແຕ່ຢ່າລືມວ່າ ວຽກທີ່ເຮົາເລືອກນັ້ນ ສາມາດ
ລ້ຽງດູເບິ່ງແຍງເຮົາ ແລະ ຄອບຄົວເຮົາໄດ້ຫຼືບໍ່ ແລະ ເຮົາມີຄວາມສຸກ ແລະ ຮູ້ສຶກວ່າ ເຮົາພັດທະນາ
ໂຕເຮົາເອງ ໃນວຽກທີ່ເຮົາກໍາລັງເຮັດຫຼືບໍ່ ຖ້າບໍ່ແມ່ນ ກໍ່ຢ່າຫຼອກໂຕເອງ.

4. ເມື່ອຮອດໄວຫາວຽກ ແລະ ເຮັດວຽກແລ້ວ ແມ່ນໃຜສາມາດເກັບເງິນໄດ້ກ່ອນ ແມ່ນລວຍໄວກ່ວາ ແລະ
ສິ່ງສໍາຄັນທີ່ສຸດ ທີ່ຈະຕ້ອງຈື່ໄວ້ກໍ່ຄື ຊີວິດທີບໍ່ມີໜີ້້ ແມ່ນຊີວິດ ທີ່ປະເສີດທີ່ສຸດໃນໂລກ

5. ຊອກຫາເປົ້າໝາຍຂອງຊີວິດໃຫ້ເຈີໂດຍໄວທີ່ສຸດ ເພາະມັນເປັນເຄື່ອງນໍາທາງໃຫ້ເຮົາ ໃຫ້ໄປພົບ ກັບຄວາມສໍາເລັດ
ທີ່ເຮົາຕ້ັງໄວ້

6. ຊື້ບ້ານ ຫຼື ຊື້ດິນ ກ່ອນທີ່ຈະຊື້ລົດ ເພາະບ້ານ ແລະ ດິນ ມີແຕ່ຈະມີ ມູນຄ່າ ເພີ່ມສູງຂຶ້ນ ແຕ່ ລົດທີ່ຊື້ມາ ມີແຕ່ມູນຄ່າຫຼຸດລົງ

7. ພະຍາຍາມຫາຄວາມຮູ້ເຂົ້າໂຕ ຢູ່ສະເໝີ ຈາກການຟັງວິທະຍຸ ເບິ່ງໂທລະທັດ ອ່ານໜັງສືພິມ ຫຼິ້ນເຟດບຸກ ແລະ ຮຽນຮູ້ສັງເກດ ຄົນ ແລະ ສິ່ງອ້ອມຂ້າງເຮົາ

8. ການເກັບເງິນ ແມ່ນເປັນຂັ້ນໃດ ຂັ້ນທໍາອິດ ໄປສູ່ຄວາມຮັ່ງມີ ແຕ່ຂັ້ນຕໍ່ມາ ພວກເຮົາ ຕ້ອງເລີ້ມ ຮຽນຮູ້ ການລົງທຶນ

9. ຢ່າເປັນສັດຕູກັບໃຜ ເທິງໂລກໜ່ວຍນີ້ ເພາະພວກເຮົາ ຈະບໍ່ຮູ້ວ່າ ມີມື້ໃດມື້ໜຶ່ງ ສັດຕູທີ່ເຮົາສ້້າງໄວ້ ອາດກັບມາ ທໍາຮ້າຍເຮົາໄດ້

10. ຄອນເນັກຊັນ ຫຼື ສາຍພົວພັນກັບຄົນ ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດ ເພາະເຖິງແມ່ນວ່າ ເຮົາຈະເກ່ງພຽງໃດກໍ່ຕາມ ກໍ່ສູ້ການມີໝູ່ຫຼາຍໆບໍ່ໄດ້

11. ຄວນມີວຽກເຮັດຫຼາຍກ່ວາ ໜຶ່ງ ວຽກ ເພາະ ຄວາມໜັນຄົງ ບໍ່ເຄີຍມີໃນໂລກ

12. ຈົ່ງຢ່າຄິດວ່າ ເຮົາເອງເຮັດຫຍັງເປັນ ແຕ່ສິ່ງດຽວ ເພາະ ຄວາມສາມາດຂອງຄົນເຮົາ ມີຫຼາຍກ່ວາໜຶ່ງ ສະເໝີ

13. ເມື່ອມີໂອກາດໃດເຂົ້າມາ ຈົ່ງຢ່າປະຕິເສດ ເຖິງແມ່ນວ່າຈະບໍ່ປະສົບຜົນສໍາເລັດ ແຕ່ມັນກໍ່ຈະສ້າງປະສົບການ ຮຽນຮູ້ອັນດີໃຫ້ກັບເຮົາ

14. ສ້າງເນື້ອ ສ້າງໂຕ ໃຫ້ໄວທີ່ສຸດ ໃນຂະໜະທີ່ທ່ານກໍາລັງເປັນໜຸ່ມສາວ ເພາະວ່າ ການຝ່າພັນອຸປະສັກ ຕ່າງໆ ໃນຊ່ວງທີ່ເຮົາເລີ້ມແກ່ໂຕລົງ ມັນບໍ່ແມ່ນເລື້ອງງ່າຍ

15. ມັກອອກເດີນທາງທ່ອງທ່ຽວ ຕັ້ງແຕ່ຍັງເປັນໜຸ່ມສາວ ເພາະເມື່ອມີລູກ ມີເຕົ້າ ມີຄອບຄົວແລ້ວ ການເດີນທາງ ຈະເປັນເລື້ອງຫຍຸ້ງຍາກຫຼາຍກ່ວາ

16. ການເລືອກຄົນມາເປັນຄູ່ຊີວິດ ຈົງຄິດໃຫ້ດີ ຢ່າເບິ່ງແຕ່ຂໍ້ດີຂອງເຂົາ ແຕ່ຕ້ອງລອງມາເບິ່ງວ່າ ເຮົາສາມາດ ຮັບຂໍ້ເສຍ ຂອງເຂົາໄດ້ຫຼາຍໜ້ອຍສໍ່າໃດ

17. ການມີແຟນ ຫຼື ສາມີພັນລະຍາ ຍັງເລີກກັນໄດ້ ແຕ່ຄວາມເປັນ ພໍ່ແມ່ລູກ ນັ້ນ ແມ່ນເລີກກັນຍາກ ເພາະສະນັ້ນ ຄວນດູແລເບິ່ງແຍງກັນໃຫ້ດີ

18. ຄວາມສໍາເລັດທີ່ມີຫຼວງຫຼາຍປານໃດກໍ່ຕາມ ກໍ່ບໍ່ສາມາດທົດແທນ ຄວາມຫຼົ້ມເຫຼວຂອງຄອບຄົວໄດ້.

19. ລອງຫາເວລາຢູ່ລ້າໆ ໂດຍບໍ່ຕ້ອງເຮັດຫຍັງ ຢ່າແບກປັນຫາຂອງໂລກ ໄວ້ແຕ່ພຽງຜູ້ດຽວ ແລະ ອີກຢ່າງ, ວຽກທີ່ເຮັດ ກໍ່ບໍ່ແມ່ນທຸກຢ່າງ ຂອງຊີວິດເຮົາ

20. ສຸຂະພາບ ເປັນເລື່ອງສໍາຄັນ ຈົ່ງຮັກສາສຸຂະພາບຂອງຕົນເອງໃຫ້ດີເມື່ອຍັງໜຸ່ມຍັງແໜ້ນ ແລະ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ.

ມີຫຍັງເສີມຕື່ມອີກບໍ່ ?

ຂອບໃຈ ດຣ. Bounheng Southichak

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...