Homeຂ່າວພາຍ​ໃນແມນຊິຕີ້ ດວນລູກໂທດກັບ ໂຣມາ ຢ່າງດຸເດືອດ

ແມນຊິຕີ້ ດວນລູກໂທດກັບ ໂຣມາ ຢ່າງດຸເດືອດ

Published on

“ ເຮືອໃບສີຟ້າ ” ແມນຊິຕີ້ ດວນຈຸດໂທດສາມາດເອົາຊະນະ “ ໝາປ່າ ” ໂຣມາ ໄປໄດ້ 5-4 ປະຕູ ຫຼັງຈາກທີ່ສະເໝີກັນ 2-2 ໂດຍໃນນັດນີ້ ຣາຮີມ ສະເຕີລີ້ງ ປີກຕົວໃໝ່ຍິງປປະຕູທຳອິດໃຫ້ຕົ້ນສັງກັດໃໝ່ໄດ້ໃນການແຂ່ງຂັນ ອິນເຕີເນຊັ່ນແນວ ແຊມປ້ຽນ ຄັບ ທີ່ອົດສະຕາລີ ເມື່ອວັນອັງຄານວັນທີ 21 ກໍລະກົດ ທີ່ຜ່ານມາ.

ເປີດສາກເລີ່ມເກມພຽງ 3 ນາທີ ແມນຊິຕີ້ ກໍ່ໄດ້ປະຕູຂື້ນນຳ 1-0 ຢ່າງໄວຈາກຈັງຫວະທີ່ ເຄເລຊີ ໄອເຮີຍນາໂຊ ຍາດບານຢອດຂ້າມຫົວຜູ້ຫຼີ້ນ ໂຣມາ ໃຫ້ ຣາຮີມ ສະເຕີລິງ ຫຼຸດເຂົ້າໄປຍິງສວນກັບຕົວ ມໍແກນ ເດ ຊານຕິສ ເປັນປະຕູທຳອິດໃຫ້ເຮືອໃບສີຟ້າ

ແຕ່ອີກ 5 ນາທີຕໍ່ມາ ໝາປ່າ ມາໄດ້ປະຕູຕີສະເໝີເປັນ 1-1 ຈາກຈັງຫວະທີ່ ແຊວິນໂຢ້ ສົ່ງບານໄປທາງຂວາໃຫ້ ມາຣາເລມ ປະຍານິຊ ແຕ່ງບານ 1 ຈັງຫວະ ກ່ອນຍິງໄກດ້ວຍຂວາບານເຂົ້າປະຕູໄປຢ່າງສວຍງາມ ຈົບເຄີ່ງເວລາທຳອິດສະເໝີກັນ 1-1 ປະຕູ

ມາຕໍ່ກັນທີ່ເຄີ່ງເວລາທີ 2 ນາທີທີ 51 ແມນຊິຕີ້ ຂື້ນນຳອີກຄັ້ງ 2-1 ປະຕູ ຈາກຈັງຫວະທີ່ ແອຊລີ່ ໂຄລ ຈ່າຍບານຄືນຫຼັງພາດໄປໃຫ້ທາງ ເຄເລຊີ ໄອເຮີຍນາໂຊ ແປເຂົ້າໄປໃນປະຕູຢ່າງງາມ

ໂຣມາ ຍັງບໍ່ຍອມແພ້ງ່າຍໆ ກ່ອນໝົດເວລາ 3 ນາທີ ມາໄດ້ປະຕູຕີສະເໝີເປັນ 2-2 ປະຕູຈາກລູກຟຣີຄິກໜ້າເຂດໂທດໂດຍ ອະເດມ ລາຍິຊ ປັ່ນດ້ວຍຂວາບານຂ້າມກຳແພງເກີນທີ່ ໂຈ ຮາທ ຈະຮັບໄດ້ ສ່ວນເວລາທີ່ເຫຼືອບໍ່ມີປະຕູເພີ່ມຂື້ນຈົບ 90 ນາທີສະເໝີກັນໄປ 2-2 ຕ້ອງຕັດສິນດ້ວຍລູກໂທດ

12405

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...