Homeຂ່າວພາຍ​ໃນພົບໄຂ່ປອມໃນວຽງຈັນ ຈິງຫຼືບໍ່ກໍຄວນຕ້ອງກວດກາ

ພົບໄຂ່ປອມໃນວຽງຈັນ ຈິງຫຼືບໍ່ກໍຄວນຕ້ອງກວດກາ

Published on

ມື້ນີ້, ວັນທີ 22 ກໍລະກົດ 2015  ທີມຂ່າວ ລາວໂພສຕ໌ ໄດ້ຮັບຂ່າວຈາກປະຊາຊົນທ່ານໜຶ່ງ ສົ່ງຂ່າວເຂົ້າມາທາງຂໍ້ຄວາມວ່າ ມີຜູ້ພົບໄຂ່ປອມ ທີ່ຊື້ໄດ້ຈາກນະຄອນຫຼວງວຽງຈັນ ລັກສະນະຂອງໄຂ່ປອມຈະເປັນເມັດນ້ອຍໆ ຂ້າງນອກໄຂ່ເຊິ່ງນັ້ນແມ່ນເມັດອັດຮູ ແລະໄຂ່ແດງຈະເປັນສີເຂັ້ມກວ່າໄຂ່ແທ້ ເວລາຕີໄຂ່ມັນຈະແຕກຍາກ ຫຼືບໍ່ເຂົ້າກັນກັບໄຂ່ຂາວ.

ຕໍ່ຂ່າວດັ່ງກ່າວ ທີມຂ່າວລາວໂພສຕ໌ ກຳລັງຕິດຕາມລາຍລະອຽດທີ່ໄປທີ່ມາຢູ່. ດັ່ງນັ້ນ, ໃນໂອກາດນີ້ ຖ້າຫາກມີພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າທັງກົມອາຫານແລະຢາ, ກະຊວງສາທາລະນະສຸກ, ຫຼືພາກສ່ວນທີ່ກ່ຽວຂ້ອງຈາກ ກະຊວງອຸດສາຫະກຳແລະການຄ້າ ພ້ອມກັນລົງໄປກວດກາຕົວຈິງຈະເປັນເລື່ອງທີ່ດີ ເພື່ອຄາຍຂໍ້ສົງໄສແກ່ປະຊາຊົນໄດ້.
22085_10152968857559149_9201885910999230684_n 11737910_10152968857434149_6424498723804669652_n 11755701_10152968857674149_996948828270167540_n

ຂ່າວໂດຍ: ພົນລະເມືອງດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...