Homeລົດຍົນ-ຍານພາຫະນະຖ້າຂາດສະຕິໃນການຂັບຂີ່ ເກີດອຸປະຕິເຫດໄດ້

ຖ້າຂາດສະຕິໃນການຂັບຂີ່ ເກີດອຸປະຕິເຫດໄດ້

Published on

ຖ້າຂາດສະຕິໃນການຂັບຂີ່ ເກີດອຸປະຕິເຫດໄດ້

 

ອຸປະຕິເຫດ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ​ທຸກ​ນາທີ ຖ້າ​ພວກ​ເຮົາ​ຫາກ​ປະໝາດ ແລະ ຂາດ​ສະຕິ ບໍ່​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ຄື​ອຸປະ​ເຫດ​ລາຍ​ນີ້​ເກີດ​ຂຶ້ນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ເມສາ 2013 ເວລາ​ປະມານ 7:00 ໂມງ ຢູ່​ເສັ້ນທາງ​ຫົວ​ຂົວ-ນາ​ຄວາຍ​ເຂດ​ບ້ານ​ໂນນ​ຄໍ້​ເໜືອ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ເປັນ​ເວລາ​ຮີບ​ດ່ວນ​ທີ່​ຄົນ​ໄປ​ວຽກ​ໄປ​ການ.

ອຸປະຕິເຫດ​ລາຍ​ນີ້​ແມ່ນ​ລົດ​ໃຫຍ່ 10 ລໍ້​ຕຳ​ກັບ​ລົດຈັກ ໃນ​ສະພາບ​ທີ່​ຫວາດ​ສຽວ​ພໍ​ສົມຄວນ​ຄື ຕີນ​ໜ້າ​ເບື້ອງ​ຊ້າຍ​ຂອງ​ລົດ​ໃຫຍ່ ຢຽບ​ລົດຈັກ​ຢູ່ ຄື​ພວກ​ເຮົາ​ເຫັນ​ຢູ່​ໃນ​ຮູບ​ພາບ​ນີ້ ເຫັນ​ສະພາບ​ທີ່​ເກີດ​ຂຶ້ນ​ແລ້ວ ຫຼາຍ​ຄົນ​ຄົງ​ຄິດ​ວ່າ​ຜູ້​ຂັບ​ຂີ່​ລົດຈັກ​ອາດ​ຈະ​ເຖິງ​ຂັ້ນ​ເສຍ​ຊີວິດ ຫຼື ອາດ​ຈະ​ບາດເຈັບ​ໜັກ ແຕ່​ອຸປະຕິເຫດ​ຄັ້ງ​ນີ້​ໂຊກ​ດີ​ທີ່​ບໍ່​ມີ​ຜູ້​ເສຍ​ຊີວິດ ມີ​ແຕ່​ຜູ້​ຂັບ​ຂີ່​ລົດຈັກ​ບາດເຈັບ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ.

ເຫດການ​ທີ່​ບໍ່​ເພິ່ງ​ປາດ​ຖະ​ໜາ​ຄັ້ງ​ນີ້ ເປັນ​ຄະຕິ​ເຕືອນໃຈ​ໃຫ້​ທຸກ​ຄົນຮູ້​ວ່າ ເວລາ​ຂັບ​ຂີ່​ພາຫະນະ​ຕາມ​ທ້ອງ​ຖະໜົນ ກ່ອນ​ອື່ນ​ກໍ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ບໍ່​ປະໝາດ ບໍ່​ຂາດ​ສະຕິ ເມົາ​ແລ້ວ​ບໍ່​ຂັບ ແລະ ຄ່ອຍ​ໄປ​ຄ່ອຍ​ມາ ໂດຍ​ສະເພາະ​ແມ່ນ​ຕ້ອງ​ເຂັ້ມ​ງວດ​ຕໍ່​ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ແລ່ນ​ໃຫ້​ຖືກ​ຊ່ອງ​ທາງ​ຂອງ​ຕົນ ແລະ ເວລາ​ຈະ​ລ້ຽວ​ຊ້າຍ ລ້ຽວ​ຂວາ ຫຼື ຈະ​ຂ້າມ​ທາງ ກໍ​ຕ້ອງ​ເປີດ​ໄຟ​ສັນຍານ ພ້ອມ​ທັງ​ຫຼຽວ​ເບິ່ງ​ລົດ​ທາງ​ໜ້າ ແລະ ທາງ​ຫຼັງ ວ່າ​ມີ​ຄວາມ​ຮັບປະກັນ​ແລ້ວ​ບໍ ຈຶ່ງ​ຂ້າມ ຖ້າ​ພວກ​ເຮົາ​ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້ ອຸປະຕິເຫດ​ຈະ​ບໍ່ເກີດ​ຂຶ້ນ​ກັບ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ເດັດຂາດ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...