spot_img
Homeຂ່າວຕ່າງປະເທດຫວຽດນາມຈັບປະທານ ລັດວິສາຫະກິດ PetroVietnam ຕັ້ງຂໍ້ຫາໜັກ ໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ!

ຫວຽດນາມຈັບປະທານ ລັດວິສາຫະກິດ PetroVietnam ຕັ້ງຂໍ້ຫາໜັກ ໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ!

Published on

558000008559301

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດຫວຽດນາມ ໄດ້ຈັບກຸມ ທ່ານ ຫງວຽນຊວນເຊິນ (Nguyen Xuan Son) ອະດີດປະທານຄະນະກຳມະການບໍລິຫານ ລັດວິສາຫະກິດ PetroVietnam ໃນຂໍ້ຫາໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ ແລະ ບໍ່ປະຕິບັດຕາມກົດລະບຽບຂອງລັດ ໃນການບໍລິຫານທຸລະກິດ ໂດຍເຈົ້າໜ້າທີ່ກົມໃຫຍ່ຕຳຫລວດ ໄດ້ເຂົ້າກວດຄົ້ນເຮືອນພັກຂອງຜູ້ກ່ຽວ ທີ່ນະຄອນຫລວງຮ່າໂນ້ຍ ໃນມື້ວານນີ້ (21 ກໍລະກົດ) ໃນຂະນະທີ່ຜູ້ກ່ຽວເອງ ຍັງຄົງນອນປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງ.

ກ່ອນໜ້ານີ້ ໃນມື້ວັນອາທິດທີ 19 ກໍລະກົດຜ່ານມາ ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຂອງຫວຽດນາມ ໄດ້ມີຄຳສັ່ງຍົກຍ້າຍ ທ່ານ ຫງວຽນຊວນເຊິນ ອອກຈາກຕຳແໜ່ງປະທານລັດວິສາຫະກິດ ເປໂຕຣຫວຽດນາມແລ້ວ ໂດຍຍ້າຍໄປດຳລົງຕຳແໜ່ງເປັນຫົວໜ້າກົມພະລັງງານທົ່ວໄປ ທີ່ກະຊວງອຸດສາຫະກຳ ແລະ ການຄ້າແທນ ເຊິ່ງພາຍຫລັງການຍົກຍ້າຍແບບສາຍຟ້າແມບດັ່ງກ່າວ ພຽງບໍ່ພໍເທົ່າໃດມື້ ທ່ານຫງວຽນຊວນເຊິນ ກໍໄດ້ຖືກສັ່ງຟ້ອງສານເພື່ອດຳເນີນຄະດີ ອັນນຳມາເຊິ່ງການຈັບກຸມໂຕດັ່ງກ່າວ.

ທັງນີ້ ເປໂຕຣຫວຽດນາມ ແມ່ນຊື່ທາງການຄ້າ ແລະ ເປັນກາໝາຍການຄ້າຂອງກຸ່ມລັດວິສາຫະກິດນ້ຳມັນ ແລະ ອາຍແກັສແຫ່ງຊາດ ຫລື PVN (Vietnam Oil and Gas Group) ເຊິ່ງເປັນລັດວິສາຫະກິດທີ່ມີຊັບສິນມະຫາສານ ແລະ ມີບໍລິສັດລູກຫລາຍສິບບໍລິສັດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍໃນນັ້ນແມ່ນລວມທັງມີບໍລິສັດລູກ ທີ່ດຳເນີນທຸລະກິດປ້ຳນ້ຳມັນເຊື້ອໄຟ PV Oil ຢູ່ ສປປ ລາວ ອີກດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...