spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດ

Published on

F-NAS

ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 1 ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2015 ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນຳພັກ-ລັດ, ອະດີດການນຳຂັ້ນສູງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ຄວບຕຳແໜ່ງ ຫົວໜ້າຫ້ອງວ່າການສະ ພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະຈຳສົກປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016, ປະຕິບັດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນມາດຕາ 53 ຂໍ້ 7 ກອງປະຊຸມສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາ ການສະເໜີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ, ໃນນັ້ນສະເໜີແຕ່ງຕັ້ງລັດຖະມົນຕີ 7 ທ່ານ ແລະ ຍົກຍ້າຍລັດຖະມົນຕີວ່າການ ໄປຮັບໜ້າທີ່ໃໝ່ 1 ທ່ານ ຕາມການສະເໜີຂອງນາຍົກລັດຖະມົນຕີ; ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016; ຜົນການກວດສອບຄືນຕາມມະຕິຂອງສະພາແຫ່ງຊາດ; ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາ ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວ ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ປະຈຳສົກ ປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016; ປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈຳສົກປີ 2014-2015 ແລະ ທິດ ທາງແຜນການ ສົກປີ 2015-2016.
ທີ່ປະຊຸມໄດ້ພິຈາລະນາ ຮັບຮອງເອົາກົດໝາຍຈຳນວນ 3 ສະບັບ, ໃນນີ້ມີກົດໝາຍສ້າງໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ ແລະ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍສະບັບປັບປຸງ1 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ. ກອງປະຊຸມໄດ້ປະກອບຄຳເຫັນ ຕໍ່ຮ່າງກົດໝາຍ ຈຳນວນ 3 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະ ບັບປັບປຸງ, ກົດໝາຍວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນສ້າງໃໝ່, ກົດໝາຍວ່າ ດ້ວຍການເລືອກຕັ້ງ ສະ ມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນສະບັບປັບປຸງ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຂອງລັດຖະທຳມະນູນ ມາດຕາ 41 ກ່ຽວກັບສິດຂອງພົນລະເມືອງ ໃນການສະເໜີຄວາມຄິດເຫັນຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫລື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນເອງ, ກອງປະຊຸມສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານ ຮັບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດເຫັນ ແລະ ຄຳສະເໜີ ໂດຍກົງຈາກປະຊາຊົນ ເຊິ່ງມີທັງໝົດ 1.245 ສາຍ ແລະ ໄດ້ຮັບຄຳສະເໜີ ເປັນເອກກະສານ 29 ສະບັບ. ຕໍ່ກັບຂໍ້ມູນທີ່ໄດ້ຮັບຈາກສາຍດ່ວນດັ່ງກ່າວ ສະພາແຫ່ງຊາດ ໄດ້ສັງລວມໃຫ້ສະມາຊິກສະພາແຫ່ງຊາດ ໃນການປະກອບຄຳຄິດຄຳເຫັນ ແລະ ອີກສ່ວນໜຶ່ງ ໄດ້ສັງລວມສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງສະເໜີ ຊີ້ແຈງຜ່ານທາງສື່ມວນຊົນ.

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...