Homeຂ່າວພາຍ​ໃນລາວຈະກຽມອອກບັດຄຸ້ມຄອງແຮງງານຄົນຕ່າງປະເທດ

ລາວຈະກຽມອອກບັດຄຸ້ມຄອງແຮງງານຄົນຕ່າງປະເທດ

Published on

5d2162674ecc4262a571dca11b24e545

ຕາມແຫຼ່ງຂ່າວຈາກສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມາ ນີ້  ກະຊວງແຮງງານ ແລະ ສັດຫວັດດີການສັງ
ຄົມ ໄດ້ການແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ລາວ,  ໂດຍການເຂົ້າຮ່ວມຂອງທ່ານ ດຣ ພັນຄຳ ວິພາວັນ ຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານຂົງເຂດວັດທະທຳ-ສັງຄົມ.

ໃນການດຳເນີນກອງປະຊຸມໄດ້ປຶກສາຫາລືທົບທວນການຈັດຕັ້ງປະຕິບັດແຜນງານການຂຶ້ນທະບຽນ ແລະ ການອອກບັດອະນຸຍາດຊົ່ວ
ຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ, ພ້ອມດຽວກັນນັ້ນຈະໄດ້ຄົ້ນຄວ້າແລະ
ປະກອບຄຳເຫັນຕໍ່ກັບຮ່າງບັດອະນຸຍາດເຄື່ອນໄຫວຊົ່ວຄາວຂອງຄົນຕ່າງປະເທດ ຢູ່ ສປປ ລາວ, ຮ່າງແຈ້ງການ ແລະ ຄຳສັ່ງແນະ
ນຳການຂຶ້ນທະບຽນ ແລະ ອອກບັດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ, ຮ່າງຄູ່ມື ແລະ ລະບຽບການປະຕິບັດການຂຶ້ນທະບຽນ
ແລະ ອອກບັດຊົ່ວຄາວ ພ້ອມທັງການເກັບສະຖິຕິການຂຶ້ນຖະບຽນແຮງງານຄົນຕ່າງປະເທດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ໃນປີ 2015 ໄດ້ມີຄົນຕ່າງປະເທດຈາກ ສສ ຫວຽດນາມ, ຈີນ, ໄທ
ແລະ ປະເທດອື່ນໆ ທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ, ຄ້າຂາຍ ແລະ ອອກແຮງງານ ຢູ່ລາວ ຫຼາຍກ່ວາ 30 ພັນຄົນ, ໃນນັ້ນຍັງ
ບໍ່ທັນມີບັດອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມລະບຽບກົດໝາຍ ກວ່າ 12 ພັນຄົນ, ກວມເອົາ 38,87% ຂອງຈຳນວນຄົນຕ່າງ
ປະເທດທັງໝົດທີ່ເຂົ້າມາເຄື່ອນໄຫວຢູ່ລາວ

ທ່ານ ຮອງນາຍົກລັດຖະມົນຕີ ດຣ ພັນຄຳ ວິພາວັນ ກ່າວວ່າ: ລັດຖະບານຖືບັນຫາການຄຸ້ມຄອງແຮງງານທີ່ເຂົ້າມາເຄື່ອນໄຫວ
ຢູ່ລາວ ເປັນບັນຫາສຳຄັນ, ຊຶ່ງການອອກບັດອະນຸຍາດໃຫ້ຄົນຕ່າງ ປະເທດເຄື່ອນໄຫວຢູ່ລາວຫັນເຂົ້າສູ່ລະບຽບກົດໝາຍ,  ກໍເພື່ອ
ກຽມກ້າວສູ່ປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015.

NT moi 1

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...