Homeຂ່າວຕ່າງປະເທດອາ​ເມ​ລິ​ກາ​ກັບ​ກູ​ບາ​ຟື້ນ​ຟູ​ສາ​ຍພົວພັນ ​ທາງ​ການ​ທູດ​ຢ່າງ​ເປັນ​ທາງການ

ອາ​ເມ​ລິ​ກາ​ກັບ​ກູ​ບາ​ຟື້ນ​ຟູ​ສາ​ຍພົວພັນ ​ທາງ​ການ​ທູດ​ຢ່າງ​ເປັນ​ທາງການ

Published on

96aac9gbad55ijackjdgj

ວັນ​ທີ 20 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ​ວໍ​ຊີງ​ຕັນ​ຂອງອາເມລິກາ ໄດ້ຈັດພິທີຊັກ​ທຸງຊາດຂຶ້ນ​ເສົາ​ເພື່ອ ​ເປີດສະຖານທູດ​ກູ​ບາ​ປະ​ຈໍາ​ອາ​ເມ​ລິ​ກາ; ມື້​ດຽວ​ກັນ, ສໍານັກງານ​ຕົວ​ແທນ​ຜົນ​ປະ​ໂຫຍ​ດອາ​ເມ​ລິ​ກາ ​ປະ​ຈໍາ​ກູ​ບາ​ໄດ້​ຍົກ​ລະດັບ​ເປັນ​ສະຖານທູດ​ຢ່າ​ງ​ເປັນ​ທາງ​ການ.

​ໃນ​ງານ​ຖະ​ແຫຼ​ງຂ່າ​ວທີ່​ຈັດ​ຂຶ້ນ​ພາຍຫຼັງ​ພິທີ​ດັ່ງກ່າວ, ທ່ານ​ຈອນ ​ເຄຣີ, ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຫຼັງ​ຈາກ​ການຢຸດຕິ​ສາຍ​ພົວພັນ​ທາງ​ການ​ທູດ ​ເປັນ​ເວລາ 54 ປີ, ອາ​ເມ​ລິ​ກາ​ກັບ​ກູ​ບາ​ໄດ້​ຟື້ນ​ຟູ​ສາ​ຍພົວພັນ​ທາງ​ການ​ທູດ ​ຢ່າງ​ເປັນ​ທາງ​ການ ​ແລະ​ເປີດ​ສະຖານ​ທູດ​ຄືນ​ໃໝ່, ນີ້​ເປັນ”ມື້ືທີ່​ມີ​ລັກສະນະ​ປະຫວັດສາດ”. ​ແຕ່​ພ້ອມ​ກັນ​ນັ້ນ​ ທ່ານ​ເຄຣີກ່າວ​ວ່າ, ຢູ່​ລະຫວ່າງ​ສອງ​ປະ​ເທດ​ຍັງ​ຄົງ​ມີ​ຂໍ້​ຂັດ​ແຍ້​ງກັນ, ການ​ຫັນ​ສາຍ​ພົວພັນ​ສອງ​ຝ່າຍ​​ໃຫ້ເປັນ​ປົກກະຕິ​ ຢ່າງຮອບດ້ານ​ຍັງ​ຕ້ອງການ​ເວລາ.

ທ່ານ​ບຣູ​ໂນ ​ໂຣ​ດຣີກູ​ເອສ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ກູ​ບາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄວນ​ຍົກ​ເລີກການ​ຂວໍ້າ​ບາດ​ດ້ານ​ເສດຖະກິດ ​ການ​ຄ້າ​ຕໍ່​ກູ​ບາ​ຢ່າງຮອບດ້ານ, ມອບດິນ​ແດນ​ຂອງ​ກວານ​ຕານາ​ໂມ​ທີ່​ຍຶດຄອງ ​ຢ່າງ​ຜິດ​ກົດ​ໝາຍ​ນັ້ນ​ຄືນ​ໃຫ້​ກູ​ບາ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງເຄົາລົບ​ນັບຖື​ອະ​ທິປະ​​ໄຕ​ຂອງ​ກູບາ ​ແລະ​ໃຊ້​ແທນຕໍ່ຄວາມ​ເຈັບ​ປວດ ​ແລະ​ຄວາມ​ເສຍ​ຫາຍ​ຂອງ​ປະຊາຊົນກູ​ບາ, ມີ​ແຕ່​ເຮັດ​ແນວ​ນີ້ ສອງ​ຝ່າຍຈຶ່ງ​ຈະ​ສາມາດ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ ແຫ່ງ​ການ​ຫັນ​​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້ເປັນ​ປົກກະຕິ.
2e3ebd46794d47969490a6d86980cb99

ຂອບໃຈຂ່າວແລະຮູບຈາກ: ວິທະຍຸຊີອາໄອ ພາກພາສາລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...