Homeຂ່າວການພັດທະນາກະຊວງພະລັງງານ ແລະ ບໍ່ແຮ່ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ກ່ຽວກັບໄຟຟ້າບໍ່ພໍໃຊ້

ກະຊວງພະລັງງານ ແລະ ບໍ່ແຮ່ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ກ່ຽວກັບໄຟຟ້າບໍ່ພໍໃຊ້

Published on

8440bacb8efe6f63dc9cff86354082bf


ທ່ານ ຄຳ
​ມະນີ ອິນ​ທິລາດ ລັດຖະມົນຕີຊ່ວຍ​ວ່າການ​ ກະຊວງ​ພະລັງງານ​​ ແລະ ບໍ່​ແຮ່ ​ກ່າວ​ເມື່ອ​ບໍ່​ດົນ​ນີ້​ວ່າ: ຕໍ່​ກັບ​​ຂໍ້​ສະ​ເໜີ​ຂອງ​ປະຊາຊົນ​ ບ້ານ​ດອນ​ໜູນ ​ເມືອງ​ໄຊ​ທານີ​ນັ້ນ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຫລື ຟຟລ ຈະ​ກວດກາ​ ​ແລະ ວັດ​​ແທກ Load ດ້ານ​ເຕັກນິກ​ຕື່ມ​ເພື່ອ​ປັບປຸງ​ເຊັ່ນ: ການ​ຕິດຕັ້ງ C-Bank,ປ່ຽນ​ຂະໜາດ​ສາຍ, ຄາດໝາຍ​ຈະ​ໃຫ້ສຳ​ເລັດ​ໃນ​ປີ 2015 ຕາມ​ແຜນ​ອະນຸມັດ ​ງົບປະມານ​ຂອງ ຟຟລ, ຜ່ານ​ການ​ລົງ​ກວດກາ​ຕົວ​ຈິງ ​ແລະ ສົມທົບ​ກັບ ນາຍບ້ານໆດອນ​ໜູນ ​ໄດ້​ພົບ​ເຫັນ​ ຢູ່​ຮອມ 8/14 ບ້ານ​ດອນ​ໜູນ ທີ່​ມີ​ຊາຍ​ແດນ​ຕິດ​ກັບ ບ້ານ​ຫວ້ຍ​ແດນ​ເມືອງ ​ໃນ​ປີຜ່ານມາ ສາຂາ​ໄຟຟ້າ​ເມືອງ​ໄຊ​ທານີ ກໍ່​ໄດ້​ສ້າງ​ຕາ​ຂ່າຍ 22 KV, ຕິດຕັ້ງ​ໝໍ້ແບ່ງ​ເສີມ 160 KVA, ປ່ຽນ​ສາຍຕາ​ຂ່າຍ​ຈຳນວນ​ໜຶ່ງ​ແລ້ວ ປັດຈຸບັນ ຄວາມ​ຕ້ອງການ​ຊົ​ມ​ໃຊ້​ໄຟ​ເພີ່ມ​ຂຶ້ນ, ສ່ວນ​ຕາ​ຂ່າຍ​ຍັງ​ບໍ່​ໄດ້​ປັບປຸງ​ປ່ຽນ ​ສາຍ​ນ້ອຍ​ເປັນ​ສາຍ​ໃຫຍ່ ຍັງ​ປະມານ 1,5 KM​ ແລະ ຢູ່​ຮ່ອມ 8/6, 8/11 ຫລັງ​ໂຮງພິມທະນະ​ບັດ ​ແມ່ນ​ມີ​ແຜນ​ປັບປຸງ​ຕິດຕັ້ງໝໍ້​ແປງ​ເສີມ 100 KVA ​ແລະ ປັບປຸງ​ຕາ​ຂ່າຍ 0,4KV ​ໃນ​ແຜນ​ປີ 2015.

ທ່ານ ຄຳ​ມະນີ ອິນ​ທິລາດ ກ່າວ​ຕື່ມ​ວ່າ: ສ​​ຳລັບ​ຂໍ້​ສະ​ເໜີຂອງ​ປະຊາຊົນ​ບ້ານ​ຫ້ວຍ​ງາ ​ເມືອງ​​ໂພນ​ໄຊ​ນີ້ ອີງຕາມ​ຄຳ​ຢືນຢັນ ຂອງ​ທ່ານ​ເຈົ້າ​ເມືອງວ່າ​ມີ​ແຜນ​ຍ້າຍ ບ້ານ​ຫ້ວຍ​ງາ ມາ​ຢູ່​ກັບ​ກຸ່ມ​ບ້ານ​ຈອມ​ຈຽງ, ຈາກຂໍ້​ມູນ​ບ້ານ​ຫ້ວຍ​ງາ ມີ 45 ຫລັງຄາ​ເຮືອນ ຫ່າງ​ຈາກ​ທາງ 7 KM ປັນ​ຈຸ​ບັນ ບໍລິສັດ​ສ້າງສັນ​ ກຳລັງ​ກໍ່ສ້າງ​ຕາ​ຂ່າຍ ຄາດ​ວ່າ ປີ 2016 ​ຈະ​ປ່ອຍ​ໄຟຟ້າ​ໃຫ້​ເຂດ ບ້ານ​ຈອມ​ຈຽງ ​ແຕ່​ປັດຈຸບັນ ບ້ານ​ຫ້ວຍ​ງາ ​ແມ່ນ​ຍັງ​ບໍ່​ທັນ​ຍ້າຍ​ມາ​ຢູ່​ກຸ່ມ​ບ້ານ​ຈອມ​ຈ່ຽງ​ເທື່ອ.

ກະຊວງພະລັງງານ ແລະ ບໍ່ແຮ່ ເຊື່ອໜັ້ນວ່າ ຖ້າຜູ້ຊົມໃຊ້ໄຟຟ້າປະຕິບັດ ຢ່າງເປັນເຈົ້າການນຳກັນ ໃນການຊົມໃຊ້ພະລັງງານໄຟຟ້າ ຢ່າງປະຫຍັດ ແລະ ຖືກວິທີການ ຫລື ຖືກຕ້ອງ ຕາມເຕັກນິກໄຟຟ້າລາວ ຈະເຮັດໃຫ້ພວກເຮົາມີຄວາມປອດໄພ, ປະຢັດເສດຖະກິດຄອບຄົວ ກໍຄື ສັງຄົມ ແລະ ປະເທດຊາດ ໃນແຕ່ລະມື້, ແຕ່ລະເດືອນ ແລະ ​ແຕ່ປີໄດ້ຢ່າງແນ່ນອນ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...