spot_img
Home​ຂ່າວບັນເທິງມຸກດາວັນ ນັກຮ້ອງບ້ານນາຕົວຈິງ

ມຸກດາວັນ ນັກຮ້ອງບ້ານນາຕົວຈິງ

Published on

ມຸກດາວັນ ສັນຕິພອນ ນັກຮ້ອງບ້ານນາ ທີ່ຖ້າເວົ້າເຖິງນ້ຳສຽງແລ້ວແຟນເພງ ນິຍົມຊົມຊອບທົ່ວບ້ານທົ່ວເມືອງ ໂດ່ງດັງຈົນສື່ສິ່ງພິມທຸກສະບັບ, ວິທະຍຸທຸກຄື້ນ, ໂທລະພາບທຸກຊ່ອງ ແລະລວມທັງສື່ອອນລາຍ ຕ້ອງໄດ້ສຳພາດແລະນຳສະເໜີຜົນງານຂອງເຂົາ ຈົນມຸກດາວັນ ສັນຕິພອນ ກາຍເປັນດາວໃນທ້ອງຟ້າເມືອງລາວ ໄປເປັນທີ່ຮຽບຮ້ອຍແຕ່ປີກາຍພຸ້ນ.

ຖ້າຄິດວ່າ ມຸກດາວັນ ເປັນດາລານັກຮ້ອງ ທີ່ມີຊື່ສຽງໂດ່ງດັງແລ້ວ ຄືວ່າເຂົາອາດຈະເປັນຄົນ ຖືເນື້ອຖືໂຕຫຼືຍີ່ງຍະໂສ ຄ່າໂຕແພງ ຄົງຈະໃຊ້ກັບ ດາລານັກຮ້ອງ ຜູ້ນີ້ບໍ່ໄດ້ສາແລ້ວ ເພາະນອກຈາກນາງ ຈະເປັນຄົນ ສຽງດີແລ້ວ ກິລິຍາທ່າທີທີ່ດີງາມ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເປັນຄົນທຳມະດາສາມັນ ດຳລົງຊີວິດແບບພື້ນບ້ານ ດັ້ງເດີມ ເປັນຊີວິດຈິດໃຈ (ບໍ່ແມ່ນການສະແດງ) ເຊິ່ງເຮົາຈະສັງເກດເຫັນວ່ານາງຈະຮັບທຸກງານ ຢູ່ກັບແຟນເພງແບບເປັນກັນເອງ ສ່ວນເລື່ອງຄ່າໂຕ ມຸກດາວັນ ຮັບທຸກລາຄາ ຂໍແຕ່ວ່າມີເວລາແລະພໍຄ່ານ້ຳມັນ ກໍໄປແລ້ວ.

ຫຼ້າສຸດມີຂ່າວດີວ່າ ມຸກດາວັນ ກຳລັງອັດເພງຊຸດໃໝ່ຢູ່ ເຊິ່ງຄາດວ່າຈະໄດ້ຟັງພາຍຫຼັງອອກພັນສາປີນີ້ ຫຼືໄວກວ່ານັ້ນກໍເປັນໄດ້ ຈັ່ງໃດກໍຢ່າລືມຕິດຕາມນຳກັນເດີ!

20107_397007200500306_1337674373602496367_n 11224307_397007533833606_6835550244322073782_n 11742789_397007843833575_6479464163135161513_n 11742978_397007313833628_8202107050120904662_n 11750680_397007600500266_269195834948244603_n

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...