spot_img
Homeຂ່າວການພັດທະນາລັດຖະບານລາວ ລຶບລ້າງຄອບຄົວທຸກຍາກ ລື່ນແຜນການທີ່ຕັ້ງໄວ້

ລັດຖະບານລາວ ລຶບລ້າງຄອບຄົວທຸກຍາກ ລື່ນແຜນການທີ່ຕັ້ງໄວ້

Published on

ສຳນັກຂ່າວສານປະເທດລາວ: ໃນໄລຍະ 6 ເດືອນຕົ້ນສົກປີ 2014-2015 ການສ້າງບ້ານພັດທະນາ ແລະ ແກ້ໄຂຄວາມທຸກຍາກມີຄວາມຄືບໜ້າແລະ ພົ້ນເດັ່ນ ສະແດງອອກສາມາດລືບລ້າງຄອບຄົວທຸກຍາກ ໃຫ້ຍັງເຫລືອ 6,59% ຂອງຈຳນວນຄອບຄົວທັງໝົດທົ່ວປະເທດ ຈາກທີ່ລັດຖະບານ ໄດ້ຕັ້ງເປົ້າໄວ້ ໃຫ້ເຫລືອ 10% ໃນສົກປີນີ້, ການປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ມີຄວາມຄືບໜ້າດ້ວຍການພັດທະນາທີດີຄືແນວນີ້ ສາມາດຮັບປະກັນ ສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ໄດ້ໂດຍພື້ນຖານ.

F-Laos

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີVII ນີ້ວ່າ: ໃນທ້າຍສົກປີ 2014-2015 ລັດຖະບານສືບຕໍ່ເອົາໃຈໃສ່ ພັດທະນາວຽກງານໃນຂົງເຂດ ວັດທະນະທຳ-ສັງຄົມ ຕາມທິດທາງ ແລະ ແຜນການທີ່ວາງໄວ້ ໂດຍສະເພາະ ການປັບປຸງການເຂົ້າເຖິງ ການບໍລິການດ້ານສຶກສາ, ສາທາລະນະສຸກ ບໍ່ໃຫ້ມີການແຕກໂຕນກັນຫລາຍ ລະຫວ່າງຕົວເມືອງ-ຊົນນະບົດ ແນ່ໃສ່ເພື່ອສ້າງເງື່ອນໄຂ ໃຫ້ການບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ, ສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການກ່ຽວກັບ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ຄືບໜ້າບັນລຸຄາດໝາຍທີ່ວ້າງໄວ້ແລະ ຮັບປະກັນ ຄວາມມີສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ປອດໄພຂອງສັງຄົມ ເພື່ອເອື້ອອຳນວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ໄດ້ຕາມແຜນການ, ຕິດຕາມເພີ່ມຄວາມພະຍາຍາມ ໃນການແກ້ໄຂ ປະກົດການຫຍໍ້ທໍ້ ​ແລະ ຫາງສຽງສັງຄົມຕ່າງໆ.

ຂ່າວຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...