Home​ຂ່າວບັນເທິງສະບາຍດີທີ່ລັນຕາ ຄິດຮອດຂ້າມຂອບຟ້າ

ສະບາຍດີທີ່ລັນຕາ ຄິດຮອດຂ້າມຂອບຟ້າ

Published on

ສະບາຍດີທີ່ລັນຕາ (Sabaidee@lanta) ເປັນຊື່ເພງຫວານໆ ເພງໜຶ່ງ ຂອງວົງຊາເຢັນ ຮ້ອງເປັນປະຈຳຢູ່ພັບເກາະລັນຕາ ຈັງຫວັດກະບີ່ປະເທດໄທ ເຊິ່ງເປັນເກາະທີ່ສວຍງາມ ດ້ວຍທຳມະຊາດທີ່ອຸດົມສົມບູນ ແລະບໍລິສຸດ.

ເນື້ອໃນຂອງເພງພັນລະນາເຖິງ ຮູບພາບຄື້ນທະເລອັນສວຍງາມ ສົ່ງສຽງຂ້າມຂອບຟ້າມາຍັງແຄມແມ່ນ້ຳຂອງ ຍາມຄ່ຳແລງຕາເວັນແດງລັບລ່ຽມ ຟັງແລ້ວນຶກເຫັນພາບຄວາມສວຍງາມ ໃນສະຖານທີ່ສອງແຫ່ງ (ເກາະລັນຕາແລະແຄມຂອງຍາມແລງ).

ໃຊ້ພາສາລີລາສັບທີ່ສວຍງາມ ມີພາສາລາວປົນຢູ່ຕອນໜຶ່ງ ເນື້ອໃນບົ່ງບອກເຖິງບ່າວໄທຜູ້ໜຶ່ງ ທີ່ເກາະລັນຕາ ຄິດເຖິງສາວລາວທີ່ແຄມຝັ່ງຂອງ ອັນຊວນໃຫ້ຜູ້ຂຽນຈິນຕະນາການ ໄປວ່າ ເພງນີ້ ໜ້າຈະຖືກປະດິດແຕ່ງຂຶ້ນ ຈາກຊີວິດຈິງຂອງຫ້ວງຫົວໃຈຊາຍຜູ້ໜຶ່ງ ທີ່ຫຼົງໃຫຼໃນມົນສະເໜ່ຂອງສາວລາວວຽງຈັນ ອັນປະກອບດ້ວຍຮູບຮ່າງໜ້າຕາ ທີ່ສວຍງາມ, ກິລິຍາມາລະຍາດອັນອ່ອນນ້ອມ, ຮອຍຍິ້ມ ແລະຄວາມຈິງໃຈ ອັນເປັນເອກະລັກຂອງສາວລາວ.

ບົດເພງນີ້ ຄົງເປັນເພງໜຶ່ງທີ່ສາມາດ ສ້າງສັນຄວາມສວຍງາມ ແຫ່ງການພົວພັນແບບບ້ານພີ່ເມືອງນ້ອງ ຮັດແໜ້ນມູນເຊື້ອທີ່ດີງາມຕໍ່ກັນ ກ້າວເຂົ້າສູ່ສະມາຄົມ ເສດຖະກິດອາຊ່ຽນພ້ອມກັນ ຢ່າງກົມກຽວ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...