spot_img
Homeຂ່າວເຫດການລັດຖະບານລາວແຕ່ງຕັ້ງ ທ່ານ Michele Sorrenti​ ​ເປັນກົງສູນກິດຕິມະສັກ ປະຈຳນະຄອນແວນຄູເວີ ປະເທດການາດາ

ລັດຖະບານລາວແຕ່ງຕັ້ງ ທ່ານ Michele Sorrenti​ ​ເປັນກົງສູນກິດຕິມະສັກ ປະຈຳນະຄອນແວນຄູເວີ ປະເທດການາດາ

Published on

canada

ຂປລ. ​ໃນ​ວັນ​ທີ 16 ກໍລະກົດ 2015 ຢູ່ທີ່​ກະຊວງ​ການ​ຕ່າງປະ​ເທດ ທ່ານ ສະ​ເຫລີ​ມ​ໄຊ ກົມ​ມະ​ສິດ ລັດ​ຖະມົນຕີ​ຊ່ວຍວ່າການ​ ກະຊວງ​ການ​ຕ່າງປ​ະ​ເທດ​ ​ໄດ້​ໃຫ້ກຽດມອບ​ສານ​​ແຕ່ງ​ຕັ້ງ ​ໃຫ້​ທ່ານ Michele Sorrenti​ ​ເປັນ​ກົງສູນ​ກິດ​ຕິ​ມະ​ສັກ ​ແຫ່ງ ​ສາທາລະນະ​ລັດ ປະຊາ​ທິ​ປ​ະໄຕ ປະຊາຊົນລາວ ທີ່​ ນະຄອນ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ.

​ໃນ​ໂອກາດ​ນີ້ ທ່ານ ສະ​ເຫລີ​ມ​ໄຊ ກົມ​ມະ​ສິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ອວຍພອນ​ໃຫ້​ແກ່​ທ່ານ Michele Sorrenti  ​ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ​ຕະຫລອດ​ໄລຍະ​ການ​ປະຕິບັດ​ໜ້າທີ່​ດັ່ງກ່າວ ທ່ານ​ຈະ​ເປັນ​ຂົວ​ຕໍ່​ໃນ​ການ​ເສີມ​ຂະຫຍາຍ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະ​ຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ກັບ ປະ​ເທດກາ​ນາ​ດາ ​ໃຫ້​ມີ​ບາດກ້າວ​ຂະຫຍາ​ຍຕົວ​ຂຶ້ນ​ໄປ​ເລື້ອຍໆ  ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາ ຊົນ​ສອງ​ຊາດ ກໍ​ຄື ​ເພື່ອ​ພາລະກິດ ສັນຕິພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ພັດທະນາ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ໃນ​ໂອກາດດ​ັ່ງກ່າ​ວ ທ່ານ Michele Sorrenti   ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ທີ່​ລັດຖະບານລາວ ​ໄດ້​ໃຫ້​ຄວາມ​ໄວ້​ວາງ​ໃຈ ​ແລະ ຈະ​ເຮັດໜ້າທີ່​ອັນ​ມີ​ກຽດ ດັ່ງກ່າວຢ່າງ​ຕັ້ງໜ້າ ​ເພື່ອ​​ເສີມ​ຂະຫຍາຍ​ການ​ພົວພັນ​ທີ່​ມີ​ມູນ​ເຊື້ອ ລະ​ຫວ່າງ 2 ປະ​ເທດ​ ໃຫ້​ນັບມື້​ແຕກ​ດອກ​ອອກ​ຜົນງອກ​ງາມ​ຍິ່ງ​ຂຶ້ນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...