Homeວິທະຍາສາດ-ວິທະຍາການສີຕາບົ່ງບອກຄວາມຂີ້ເມົາໄດ້

ສີຕາບົ່ງບອກຄວາມຂີ້ເມົາໄດ້

Published on

ນັກ​ວິ​ໄຈ​ທີ່​ມະຫາ​ວິທະຍາ​ໄລ​ເວີລ໌​ມອນຕ໌ ສະ​ຫາລັດ​ອາ​ເມ​ລິ​ກາ ເຜີຍ​ວ່າ ຄົົນທີ່​ມີ​ຕາ​ສີ​ຟ້າ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ຄົນ​ຕິດ​ແອນ​ກໍ​ຮອລ໌​ຫລາຍ​ຂຶ້ນ

ອາລ໌​ວິດ ຊູ​ໂລ​ວາ​ລີ ນັກ​ສຶກ​ສາປະລິນ​ຍາ​ເອກ​ດ້ານ​ເຊນລ໌ ໂມ​ເລ​ກຸນ ແລະ​ຊີວະ​ວິທະຍາ ແລະ ດຮ. ລີ ດາ​ເວ ທີ່​ປຶກ​ສາ ໄດ້​ຄົ້ນ​ພົບ​ຄວາມ​ສຳພັນ​ລະຫວ່າງ​ສີ​ຂອງ​ຕາ​ກັບ​ການ​ຕິດ​ແອນ​ກໍ​ຮອລ໌ເປັນ​ເທື່ອ​ທຳອິດ ແລະ​ໄດ້​ລາຍ​ງານ​ການ​ຄົ້ນ​ພົບ​ນີ້​ໃນ​ວາລະສານ​ວິ​ຊາ​ການ American Journal of Medical Genetics: Neuropsychiatric Genetics (Part B) ໂດຍ​ເຊື່ອ​ວ່າ​ງານ​ນີ້​ບໍ່​ໄດ້​ຈຳ​ກັດ​ຢູ່​ແຕ່ພະຍາດ​ຕິດ​ແອນ​ຮໍ​ຮອລ໌​ຢ່າງ​ດຽວ ແຕ່​ອາດຈະ​ສະຫລຸບ​ໄປ​ໄດ້​ເຖິງ​ອາການ​ປ່ວຍ​ທາງ​ຈິດ​ອື່ນໆ​ໄດ້​ອີກ​

“ການ​ຄົ້ນ​ພົບ​ເທື່ອ​ນີ້​ໜ້າ​ເຫລືອເຊື່ອບ່ອນ​ທີ່​ວ່າ ອາດຈະ​ເປັນ​ໄປ​ໄດ້​ທີ່​ສີ​ຂອງ​ຕາ​ອາດຈະ​ເປັນ​ປະໂຫຍດ​ໃນ​ການ​ພິຈາລະນາ​ພະຍາດ​ຕິດ​ແອນ​ກໍ​ຮອລ໌” ຊູ​ໂລ​ວາ​ລີ​ ກ່າວ

ນັກວິ​ໄຈ​ພົບ​ວ່າ ຄົນເມ​ລິ​ກັນ​ເຊື້ອສາຍ​ຍຸ​ໂລບ​ທີ່​ມີ​ສີ​ຕາ​ສີ​ອ່ອນ ບໍ່​ວ່າ​ຈະ​ເປັນ​ສີ​ຂຽວ ເທົາ ຫລື​ນ້ຳ​ຕານ​ມີ​ໂອ​ກາດ​ທີ່​ຈະ​ຕິດ​ແອນ​ກໍ​ຮອລ໌​ຫລາຍກວ່າ​ຄົນ​ຕາ​ສີ​ນ້ຳ​ຕານ​ຫລືດຳ ໂດຍ​ແນວ​ໂນ້ມ​ທີ່​ຈະ​ຕິດ​ແອນ​ກໍ​ຮອລ໌​ຫລາຍ​ທີ່ສຸດ​ມາ​ຈາກ​ຄົນ​ຕາ​ສີ​ຟ້າ ງານ​ວິ​ໄຈ​ຍັງ​ຊີ້​ນຳອີກ​ວ່າ​ສີ​ຂອງ​ຕາ​ຖືກ​ກຳນົດ​ດ້ວຍ​ພັນ​ທຸ​ກຳ ດັ່ງ​ນັ້ນ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ໂຄ​ໂມ​ໂຊມ​ຫລື​ຍີນ​ໂຕ​ດຽວ​ກັນ​ນີ້​ທີ່​ເຮັດໃຫ້​ຕິດ ແອນ​ກໍ​ຮອລ໌

“ເຮົາ​ຍັງ​ບໍ່​ຮູ້​ເຫດຜົນ​ທີ່​ແທ້​ຈິງ” ດຮ. ລີ​ ກ່າວວ່າ​ໂດຍ​ຢ້ຳ​ວ່າ​ຈະ​ຕ້ອງ​ມີ​ການສຶກສາ​ວິ​ໄຈ​ເພິ່ມເຕິມ​ອີກ

ດຮ.ລີ ຍ້າຍ​ມາ​ສອນ​ທີ່​ມະຫາ​ວິທະຍາ​ໄລ​ເວີລ໌​ມອນຕ໌​ຕັ້ງ​ແຕ່​ປີ 2012 ໄດ້​ສຶກ​ສາ​ຄວາມ​ກ່ຽວ​ຂ້ອງ​ລະຫວ່າງ​ພັນ​ທຸ​ກຳ​ກັບ​ອາການ​ທາງ​ຈິດ​ວິທະຍາ​ມາ​ເປັນ​ສິບ​ປີ​ແລ້ວ ໃນ​ໄລຍະນີ້​ໄດ້​ເຮັດວຽກ​ຮ່ວມ​ກັບ​ແພດ​ແລະ​ນັກ​ວິທະຍາ​ສາດ​ທາງ​ພາກ​ຕະເວັນ​ອອກ​ສຽງ​ເໜືອ ຂອງສະຫາລັດອາເມລິກາ ​​ເພື່ອ​ສ້າງ​ຖານ​ຂໍ້​ມູນ​ຍີນ​ຈາກ​ຄົນ 10, 000 ກວ່າ​ຄນ ສ່ວນ​ໃຫຍ່​ເປັນ​ຊາ​ວອາ​ເມ​ລິ​ກາເຊື້ອ-ສາຍ​ແອ​ຟິ​ກັນ​ແລະ​ຍຸ​ໂລບ ຈາກ​ນັ້ນ ໄດ້​ກໍ່ການ​ວິ​ເຄາະ​ພະຍາດ​ທາງ​ຈິດ​ວິທະຍາ​ແຕ່​ລະ​ປະ​ເພດ ລວມ​ທັງ​ຄວາມ​ຄຽດ ໂລກ​ຈິດ​ ພະຍາດ​ອາລົມ​ສອງ​ຂົ້ວ ຕະຫລອດ​ຈົນ​ການ​ໃຊ້​ຢາ​ເສບ​ຕິດ​ແລະ​ເຫລົ້າ​ແອນ​ກໍຮອລ໌

“ອາການ​ປ່ວຍ​ເຫລົ່າ​ນີ້​ເປັນ​ເລື່ອງ​ຊັບ​ຊ້ອນ ມີ​ຍີນ​ຫລາຍ​ຕົວ​ແລະ​ສິ່ງ​ແວດ​ລ້ອມ​ຫລາຍ​ຢ່າງ​ທີ່​ມີ​ຜົນ​ກະທົບ”

ຈາກ ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່ນີ້ ດຮ. ລີ​ແລະ​ຊູ​ໂລ​ວາ​ລີ ຄັດຫາ​ສະເພາະ​ຂໍ້​ມູນ​ຂອງ​ຜູ້​ປ່ວຍ​ທີ່​ຕິດ​ແອນ​ກໍ​ຮອລ໌​ຈາກ​ກຸ່ມຜູ້ ປ່ວຍ​ທີ່​ເປັນ​ລູກ​ຫລານ​ຂອງ​ຊາວ​ຍຸ​ໂລບ 1, 263 ຄົນ ຫລັງ​ຈາກ​ໄດ້​ຈັດ​ກຸ່ມ​ປະ​ເພດ​ຂອງ​ສີ​ຕາ​ແລ້ວ ໄດ້​ກໍ່ການ​ວິ​ເຄາະ​ຊ້ຳ​ສາມ​ເທື່ອ​ເພື່ອ​ປ່ຽນ​ຕົວ​ແປ​ລະຫວ່າງ​ອາ​ຍຸ ເພດ ແລະ​ກຸ່ມ​ເຊື້ອຊາດ​ເຊັ່ນ ມາ​ຈາກ​ພາກ​ໃຕ້​ຫລື​ພາກ​ເໜືອ​ຂອງ​ທະ​ວີບ

“ສິ່ງທີ່​ເຮັດໃຫ້​ເຮົາ​ຕົກ​ໃຈ​ທີ່ສຸດ​ໃນ​ງານ​ນີ້​ກໍ​ຄື ເຮົາ​ໄດ້​ເຊື່ອມ​ໂຍງ​ຫລັກ​ສະຖິດຕິ ສານ​ສົນ​ເທດ ແລະ​ຊີວະວິທະຍາ​ເຂົ້າ​ກັນ ມັນ​ເປັນ​ໂອ​ກາດ​ທີ່​ດີ​ຫລາຍ​ທີ່​ຈະ​ສຶກ​ສາ​ຍີນ​ໃນ​ແງ່​ຂອງ​ພະຍາດ​ຂອງ​ມະນຸດ​ທີ່​ຊັບ​ຊ້ອນ”

ຂໍ້ມູນອ້າງອິງ: University of Vermont. (2015, June 30). Eye color may be linked to alcohol dependence. ScienceDaily. Retrieved July 5, 2015 from www. sciencedaily. com/releases/2015/06/150630135258. ht

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...