Homeຂ່າວພາຍ​ໃນປະຊາຊົນບ້ານນ້ຳຄຽນ ເລີ່ມປາດຢາງພາລາຂາຍແລ້ວ

ປະຊາຊົນບ້ານນ້ຳຄຽນ ເລີ່ມປາດຢາງພາລາຂາຍແລ້ວ

Published on

50

ຊາວ​ສວນ​ບ້ານ​ນ້ຳ​ຄຽນ ເມືອງ​ຮົ່ມ ແຂວງ​ວຽງ​ຈັນ ໄດ້​ເລີ່ມ​ລົງມື​ປາດ​ຢາງພາລາ​ຂອງ​ຕົນ​ຂາຍ​ເປັນ​ສິນຄ້າ​ແລ້ວ ພາຍຫຼັງ​ຢຸດ​ມາ​ໄດ້ 2-3 ເດືອນ​ຜ່ານ​ມາ ຊຶ່ງ​ປີ​ນີ້ ຊາວ​ສວນ​ບ້ານ​ດັ່ງກ່າວ​ຈະ​ມີ​ຫຼາຍ​ຄອບຄົວ​ປາດ​ຢາງພາລາ​ເພີ່ມ​ຂຶ້ນ​ອີກ​ເກືອບ​ເຄິ່ງ​ໜຶ່ງ ຂະນະ​ທີ່​ປີຜ່ານມາ ບາງ​ຄອບຄົວ​ສາມາດ​ປາດ​ຢາງ​ຂາຍ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບຄົວ​ໄດ້​ເກືອບ 3 ລ້ານ​ກີບ​ຕໍ່ 15 ມື້.

ທ່ານ ດົວ​ຊົງ ນາຍບ້ານ​ນ້ຳ​ຄຽນ ເມືອງ​ຮົ່ມ ແຂວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ປະເທດ​ລາວ​ມື້ວານ​ນີ້ (ວັນ​ທີ 22 ເມສາ 2013) ວ່າ: ມາ​ຮອດ​ປັດຈຸບັນ ປະຊາຊົນ​ບ້ານ​ຕົນ 200 ກວ່າ​ຄອບຄົວ ໄດ້​ປູກ​ຢາງພາລາ​ກວ່າ 36.500 ຕົ້ນ ໃນ​ເນື້ອທີ່ 700 ກວ່າ​ເຮັກຕາ ເຊິ່ງ​ສົກ​ປີຜ່ານມາ ມີ 22 ຄອບຄົວ ສາມາດ​ປາດ​ຢາງພາລາ​ຂາຍ​ເປັນ​ສິນຄ້າ ໂດຍ​ບັນລຸ​ຜົນ​ຜະລິດ 1,6 ໂຕນ​ຕໍ່ 15 ມື້ ໃນ​ນັ້ນ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ​ປະຊາຊົນ​ບ້ານ​ຕົນ​ເກືອບ 3 ລ້ານ​ກີບ​ຕໍ່​ຄອບຄົວ ແນວໃດ​ກໍ​ດີ ສຳລັບ​ສົກ​ປີ​ນີ້ ກໍ​ມີ​ປະຊາຊົນ​ຈຳນວນ​ໜຶ່ງ ໄດ້​ລົງມື​ປາດ​ຢາງພາລາ​ຂອງ​ຕົນ​ມາ​ແຕ່​ຕົ້ນ​ເດືອນ​ນີ້​ແລ້ວ ແລະ ກໍ​ມີ​ຫຼາຍ​ຄອບຄົວ​ຈະ​ລົງມື​ປາດ​ຢາງພາລາ​ຂອງ​ຕົນ​ເປັນ​ປີ​ທຳ​ອິດ​ເກືອບ​ເຄິ່ງ​ໜຶ່ງ ຊຶ່ງ​ຄາດ​ວ່າ​ຈະ​ໄດ້ຜົນ​ຜະລິດ​ຫຼາຍ​ກວ່າ​ຜ່ານ​ມາ​ເຄິ່ງ​ໜຶ່ງ.

ນາຍບ້ານ​ກ່າວ​ຕື່ມ​ວ່າ: ສຳລັບ​ລາຄາ​ຊື້-ຂາຍ​ຢາງພາລາ​ຢູ່​ໃນ​ບ້ານ​ຕົນ​ແມ່ນ 8.200 ກີບ​ຕໍ່​ກິ​ໂລ ແລະ ຈາກ​ການ​ເອົາໃຈໃສ່​ສ້າງສາ​ພັດທະນາ​ເສດຖະກິດ​ນັ້ນ ໄດ້​ເຮັດ​ໃຫ້​ປະຊາຊົນ​ບ້ານ​ຕົນ​ມີ​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ຄື ມີ​ຢູ່​ມີ​ກິນ ແລະ ມີ​ເງິນ​ໃຊ້​ຈ່າຍ​ຕໍ່​ສິ່ງ​ທີ່​ຈຳເປັນ ຄາດ​ວ່າ​ອີກ​ບໍ່​ດົນ​ກໍ​ຈະ​ມີ​ລາຍ​ຮັບ​ເປັນ​ກອບ​ເປັນ​ກຳ ໂດຍ​ສະເພາະ​ພາຍຫຼັງ​ຕົ້ນ​ຢາງພາລາ​ມີ​ອາຍຸ​ຄົບ​ກຳນົດ​ປາດ​ແລ້ວ ແນວໃດ​ກໍ​ດີ ບ້ານ​ຕົນ​ເປັນ​ອີກ​ບ້ານ​ໜຶ່ງ​ທີ່​ພັກ-ລັດ ໄດ້​ຮັບຮອງ​ເອົາ​ເປັນ​ບ້ານ​ທົດ​ລອງ​ວຽກ​ງານ 3 ສ້າງ ດັ່ງນັ້ນ ຈະ​ເອົາໃຈໃສ່​ປຸກລະດົມ​ປະຊາຊົນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ໂດຍ​ສະເພາະ​ການ​ເພີ່ມ​ພູນ​ຜະລິດຜົນ​ໃຫ້​ກາຍເປັນ​ສິນຄ້າ​ສົ່ງ​ອອກ ທັງ​ນີ້​ເພື່ອ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບຄົວ​ກ້າວ​ໄປ​ສູ່​ການ​ລຶບລ້າງ​ຄວາມທຸກ​ຍາກ​ໄດ້​ເທື່ອ​ລະ​ກ້າວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...