ແສງວິໄລ ຈັນທະສິລິ ກອງກາງຕົວສຳຄັນຂອງສະໂມສອນ ລ້ານຊ້າງ ຢູໄນເຕັດ ໝົດໂອກາດຊ່ວຍຕົ້ນສັງກັດລຸຍການແຂ່ງຂັນເຕະບານ ລາວ ພຣີເມຍລີກ 2 ລະດູການ ຫຼັງໄດ້ຮັບບາດເຈັບ ເອັນຫົວເຂົ່າໜ້າຫຼັງຂາດ ໃນການຮັບໃຊ້ທີມຊາດລາວ ຊຸດໃຫຍ່ ນັດອຸ່ນເຄື່ອງເສຍສະໂມສອນ ຂອນແກ່ນ ເອັຟຊີ ທີມດີວິຊັ່ນ II ຂອງໄທລີກ 1-3 ປະຕູ.
ອີງຕາມການໃຫ້ສຳພາດຂອງ ແສງວິໄລ ຈັນທະສິລິ ກອງກາງທີມຊາດລາວ ຊຸດໃຫຍ່ ຂອງສະໂມສອນ ລ້ານຊ້າງ ຢູໄນເຕັດ ຫຼັງຈາກເຂົ້າພັກຝືນໃນວັນທີ 15 ກໍລະກົດ ຜ່ານມາ ໃຫ້ຊາບວ່າ : ປັດຈຸບັນນີ້ ທາງສະໂມສອນ ລ້ານຊ້າງ ຢູໄນເຕັດ ໄດ້ພາມາຜ່າຕັດທີ່ໂຮງໝໍ ບາງກອກ ສາຂາແຂວງອຸດອນທານີ ປະເທດໄທ ຫຼັງຈາກຕົນເອງຮູ້ສຶກເຈັບຫົວເຂົ່າເບື້ອງຊ້າຍໃນການເກມອຸ່ນເຄື່ອງໃຫ້ທີມຊາດລາວ ຊຸດໃຫຍ່ ລຸຍບານໂລກ 2018 ຮອບຄັດເລືອກ ນັດທີ່ເສຍໃຫ້ ສະໂມສອນ ຂອນແກ່ນ ເອັຟຊີ ທີມດີວິຊັ່ນ II ຂອງໄທລີກ 1-3 ປະຕູ ແລະ ຫຼັງຈາກນັ້ນ ກໍ່ກັບມາຫາສະໂມສອນ ແລະ ໄດ້ອະທິບາຍອາການບາດເຈັບສູ່ທ່ານປະທານສະໂມສອນ ລ້ານຊ້າງ ຢູໄນເຕັດ ຟັງແລ້ວເພິ່ນກໍ່ໃຫ້ໄປກວດເບິ່ງ ເຊິ່ງຜົນອອກມາ 2 ຄັ້ງ ວ່າ ຫົວເຂົ່າເບື້ອງຊ້າຍ ມີເອັນຂາດ 2 ເສັ້ນ ຄືເອັນຄ່ວຍໜ້າ, ເອັນຄ່ວນຫຼັງ ແລະ ໝອນຮອງກະດູກ ໃຊ້ການບໍ່ໄດ້ ຕ້ອງໄດ້ຮັບການປິ່ນປົວໂດຍດ່ວນ ຖ້າຢາກກັບມາເຕະບານໄດ້ອີກຄັ້ງ ເຊິ່ງຕົນເອງກໍ່ຮູ້ສຶກເສຍໃຈ ຕໍ່ເຫດການທີ່ເກີດຂຶ້ນ. ແຕ່ໂຊກຍັງດີ ທາງສະໂມສອນ ບໍ່ຖິ້ມບໍ່ປະ ແລະ ຫວັງວ່າຈະສາມາດກັບຄືນມາສູ່ວົງການບານເຕະລາວໄດ້ອີກຄັ້ງ.
ເຊິ່ງການຜ່ານຕັດຄັ້ງນີ້ ຈະຜ່າຕັດ 2 ຄັ້ງ ຄັ້ງທຳອິດໃຊ້ງົບປະມານ ຢູ່ 62 ລ້ານກີບ ແລະ ຄັ້ງທີສອງ ແມ່ນຍັງບໍ່ຮູ້ລະອຽດ ແຕ່ຄາດວ່າຈະເທົ່າຄັ້ງທຳອິດ ໂດຍເວລາປິ່ນປົວຄາດວ່າ ແສງວິໄລ ຈະກັບມາສູ່ວົງການບານເຕະລາວອີກຄັ້ງໄດ້ຢ່າງໄວ້ສຸດ ກໍ່ປະມານ 12-15 ເດືອນ ເພາະອາການໜັກກວ່າ ກັນຍາ ຄູນວົງສາ ກອງຫຼັງລ້ານຊ້າງ ຢູໄນເຕັດ ອີກຄົນທີ່ຮັບການຜ່າຕັດ ເປັນເວລາ 8 ເດືອນ ຈຶ່ງສາມາດລົງສະໜາມໄດ້ ແລະ ໝາຍຄວາມວ່າ ແສງວິໄລ ຈະບໍ່ສາມາດລົງສະໜາມໃນລາວ ພຣີເມຍລີກ ລະດູການ 2015 ແລະ 2016 ໄດ້