Home​ຂ່າວບັນເທິງລູອິສ ທອມລິນສັນ"ດີໃຈກຳລັງຈະເປັນພໍ່ຄົນແລ້ວ

ລູອິສ ທອມລິນສັນ”ດີໃຈກຳລັງຈະເປັນພໍ່ຄົນແລ້ວ

Published on

news201507150734257

ລູ​ອິສ ທອມ​ລິນ​ສັນ ນັກ​ຮ້ອງ​ໜຸ່ມ​ສຸດ​ເຈົ້າຊູ້​ແຫ່ງ (One Direction) ບອຍ​ແບຣນຍອດ​ນິຍົມຕົກ​ເປັນ​ຂ່າວ​ກັບ​ສາວ​ຫລາຍ​ຄົນຊຶ່ງ​ມັນ​ບໍ່ແມ່ນ​ເລື່ອງ​ໜ້າ​ແປກ​ເພາະ​ລາວທັງ​ເຈົ້າຊູ້​ແລະ​ດັງແຕ່​ຂ່າວ​ນີ້​ຖື​ວ່າ​ຕົກໃຈສຸດໆເພາະຂ່າວ​ລື​ກັນ​ວ່າ:ທອມ​ລິນ​ສັນ ກຳ​ລັງ​ຈະ​ເປັນ​ພໍ່​ຄົນ​ແລ້ວສຳລັບ​ສາວ​ທີ່​ລື​ກັນ​ວ່າ​​ແມ່​ຂອງ​ລູກ ທອມ​ລິນ​ສັນ ນັ້ນກໍ່ຄື ບຣິ​ອາ​ນາ ຈັງ​ເ​ວີຣ​ ໂດຍ​ທັງ​ສອງ​ຮູ້ຈັກກັນ​ຜ່ານ​ທາງ​ໝູ່​ຂອງ​ພວກເຂົາແລະ​ລົມ​ກັນ​ມາໃນໄລຍະ​​ເດືອ​ນ​ພຶດສະ​ພາ​​ທີ່​ຜ່ານມາ
ແຫລ່ງ​ຂ່າວ​ທີ່​ອ້າງ​ວ່າ​ເປັນ​ໝູ່ຂອງ​ທັງ​ສອງ​ເປີດ​ເຜີຍ​ກັບສື່​ບັນ​ເທີງ​ຊື່​ດັງ​ວ່າ ລູ​ອິສ ມີ​ຄວາມ​ສຸກ​ຫລາຍ​ໆແລະ​ຕື່ນ​ເຕັ້ນ​ສຸດໆທີ່​ຈະ​ໄດ້​ເປັນ​ພໍ່​ຄົນລາວ​ຄິດ​ອີກ​ວ່າ ບຣິ​ອາ​ນາ ຈະ​ເປັນ​ແມ່​ທີ່ດີ​ໄດ້ຕອນ​ທຳອິດ​ມັນ​ກໍ່​ເປັນ​ເລື່ອງ​ທີ່​ຊວນ​ໃຫ້​ຕົກ​ໃຈ​ຢູ່​ແຕ່​ ລູອິສ ກັບ ບຣິອາ​ນາ ເປັນ​ຫ່ວງ​ເປັນ​ໃຍ​ກັນ​ແລະ​ກັນ​ຫລາຍ​ໆແລະ​ໄລຍະ​ຫລາຍ​ເດືອນ​ທີ່​ຜ່ານມາ​​ພວກເຂົາ​ກໍ່​ລັກຢູ່​ນຳກັນ​ລັບໆ​ຫລາຍ​ເທື່ອ​ພວກເຂົາ​ຕ່າງ​ກໍ່​ມີ​ຄວາມ​ສຸກ​ສຸດໆພວກເຂົາ​ຕື່ນ​ເຕັ້ນ​ຫລາຍກ່ຽວກັບ​ການ​ມີ​ລູກມັນ​ຍັງ​ຢູ່ໃນ​ໄລຍະທຳອິດແລະ​ຕອນ​ນີ້​ສຸຂະພາບ​ຂອງ ບຣິ​ອາ​ນາ ກັບ​ເດັກ​ຖື​ເປັນ​ສິ່ງ​ທີ່​ສຳຄັນ​ທີ່ສຸດ”ວົງ​ໃນລະ​ບຸ
ໝູ່​ຄົນ​ເກົ່າ​ຂອງ​ທັງ​ສອງ​ກ່າວ​ວ່າ ທອມ​ລິນ​ສັນ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​​ຢູ່​ຄຽງ​ຂ້າງ    ບຣິອານາ ສະເໝີ ແຕ່​ຕອນ​ເກີດຊຶ່ງ​ຄາດ​ກັນ​ວ່າ​ຈະ​ເກີດໃນ​ຕົ້ນປີ​ໜ້າໂດຍ​ຕອນ​ນີ້​ນັກ​ຮ້ອງ​ຄົນ​ດັງ​ຊອກ​ເບິ່ງ​ຫາ​ທີ່​ຢູ່​ໃກ້​ກັບ​ເຮືອນ​ຂອງ ບຣິອານາ ແລະ ​ບິນ​ໄປ​ຫາ​ນາງ​ທຸກ​ໆເທື່ອ​ທີ່​ນາງ​ເຂົ້າ​ຮັບ​ການ​ອັນ​ຕ້າ​ຊາວນໍາອີກ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...