Home​ຂ່າວບັນເທິງດົງບັງຊິນກິ (TVXQ!) ກຽມປ່ອຍອາລະບ້ຳ 'RISE AS GOD'

ດົງບັງຊິນກິ (TVXQ!) ກຽມປ່ອຍອາລະບ້ຳ ‘RISE AS GOD’

Published on

201507151436940669bbhw

ໃນ​ວັນທີ່ 20 ກໍລະກົດ​ນີ້ ດົງ​ບັງ​ຊິນ​ກິ ຈະ​ປ່ອຍ​ອາລະ​ບ້ຳ​ພິເສດ ‘RISE AS GOD’ ຜ່ານ​ເວັບ​ ຟັງ​ເພງ​ອອນ​ໄລ ໂດຍ​ຖື​ເປັນ​ການ​ກັບມາໃນ​ຮອບ 1 ປີ 5 ເດືອນ ນັບ​ຕັ້ງ​ແຕ່​ອາລະ​ບ້ຳ​​ຊຸດ​ທີ່ 7 ‘Spellbound’ ວາງ​ຈຳ​ໜ່າຍ​ເມື່ອ​ເດືອນກຸມພາ 2014

ໂດຍ​ອາລະ​ບ້ຳ​ພິເສດ ‘RISE AS GOD’ ຈະ​ເປັນ​ງານ​ເພງ​ສຸດ​ທ້າຍ​ຂອງ ຢູ​ໂນ​ຢຸນ​ໂຮ (U-know Yunho) ກ່ອນ​ທີ່​ລາວ​ຈະ​ອຳ​ລາ​ເຂົ້າ​ຄ້າຍທະຫານ​ໃນ​ວັນທີ່ 21 ກໍລະກົດ​ນີ້ ຊຶ່ງ​ກໍ່​ຈະ​ເປັນ​ການ​ແທນ​ຄຳ​ຂອບໃຈ​ແຟນໆ ​ທີ່​ສະໜັບສະໜູນ​​ພວກເຂົາ​ມາ​ຕະຫລອດ​ໄລ​ຍະ​ເວລາ​ທີ່​ຜ່ານມາ​ນັ້ນ​ເອງ ໃນ​ອາລະ​ບ້ຳ​ຈະ​ມີ​ເພງ​ໄຕເຕີ້ນ​ດ່ຽວ​ຂອ​ງ ​ກັງ​ຊາງ​ມິນ​ແລະ​ຢູ​ໂນ​ຢຸນ​ໂຮ ເປັນ​ເພງ​ທີ່​ຈະ​ເຮັດໃຫ້​ສຳ​ຜັດ​ໄດ້​ເຖິ​ງສະ​ໄຕ​ຂອງ​​ພວກເຂົາ ນອກ​ຈາກ​ໄຕ​ເຕີ້ນ​ແລ້ວ​ຍັງມີ​ເພງ​ຫລາກ​ຫລາຍ​ແນວ​ລວມ​ທັງ​ໝົດ 10 ເພງ

ດົງ​ບັງ​ຊິນ​ກິ ກຽມ​ປ່ອຍ​ອາລະບ້ຳ ‘RISE AS GOD’ ມິວ​ສິ​ກວີ​ດີ​ໂອ​ໄຕເຕີ້ນ 2    ມິວ​ສິ​ກວີ​ດີ​ໂອ ຜ່ານ​ທາງ​ເວັບ​ໄຊ​ຫລັກ​ແລະ SMTOWN YouTube ໃນ​ວັນທີ່ 20 ກໍລະກົດ​ນີ້

TVXQ_1392946731_af_org

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...