spot_img
Home​ຂ່າວບັນເທິງປາກແຈບອມ ຈະກັບມາໃນບົດເພງ 'My Last'

ປາກແຈບອມ ຈະກັບມາໃນບົດເພງ ‘My Last’

Published on

201507151436938651ek7v (1)

ປາກແຈ​ບອມ ນັກຮ້ອງໜຸ່ມສຸດເຈົ້າຊູ້ກຽມ​ປ່ອຍ​ເພງ​ໃໝ່ ‘My Last (feat. LOCO & GRAY) ໃນ​ວັນທີ່ 17 ກໍລະກົດ​ນີ້ ລາວ​ຈະ​ໄດ້​ມາ​ໂຊ​ສຽງ​​ຜ່ານ​ບົດ​ເພງ​ຮັກ​ໃຫ້​ແຟນໆ ​ໄດ້​ຟັງ​ກັນໃນ​ໄລຍະເ​ຄິ່ງ​ປີ​ທຳອິດ 2015 ປາກແຈ​ບອມໄດ້​ປ່ອຍ​ເພງ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ​ບໍ່​ວ່າ​ຈະ​ເປັນ ‘Lotto’, ‘All I Got Time For’, ‘ON IT’, ‘WANT IT’ ແລະ​ເມື່ອ​ເດືອນ ພຶດສະພາທີ່​ຜ່ານມາ ລາວ​ກໍ່​ໄດ້​ປ່ອຍ​ດິ​ຈິ​ຕອນ​ຊິງ​ເກີນ ‘MOMMAE’, Sex Trip’ ນັບ​ເປັນ​ຜົນງານ​ເພງ​ຫລາກ​ຫລາຍ​ແນວ​ທີ່​ແຟນໆຕ່າງ​ໃຫ້​ການ​ຕອບ​ຮັບເປັນຢ່າງດີ ‘My Last’ ຈະ​ເປັນ​ເພງ​ທີ່​ຟັງ​ສະ​ບາຍໆ​ຊຶ່ງ​ແຕກ​ຕ່າງ​ໄປ​ຈາກ​ເພງ​ທີ່​ປ່ອຍ​ອອກ​ມາ​ກ່ອນ​ໜ້າ​ນີ້ລາວ​ຈະ​ມາ​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ພິເສດ​ທີ່​ຮູ້ສຶກ​ຕໍ່​ຄົນ​ຮັກ​ໃນ​ແບບ​ກົງ​ໄປ​ກົງ​ມາເມື່ອ​ລວມ​ກັບ​ນ້ຳ​ສຽງ​ອັນມີສະເໜ່​ແລະ​ຄໍ​ຣັສ​ທີ່​ໂດດ​ເດັ່ນ​ກໍ່​ຈະ​ຊ່ວຍ​ຜ່ອນຄາຍ​ອາລົມ​ທີ່​ເມື່ອຍອ່ອນເພຍ​ຈາກ​ຄວາມ​ຮ້ອນ​ໄດ້​ເປັນ​ຢ່າງ​ດີ

AOMG ຕົ້ນ​ສັງ​ກັດ ​ແຈ​ບອມ ​ກ່າວວ່າ “My Last ເປັນ​ເພງ​ທີ່​ປະສົມ​ປະ​ສານ​ສະເໜ່​​ຂອງ ແຈ​ບອມ LOCO & GRAY ຮ່ວມ​ກັນ​ໄດ້​ເປັນ​ຢ່າງ​ດີ ມັນ​ຈະ​ເປັນ​ເພງ​ຟັງສະ ບາຍ​ປະຈຳ​ລະດູ​ຮ້ອນ​ໃນ​ແບບ​ຂອງ AOMG ທີ່​ໃຜໆ​ ກໍ່ສາມາດ​ຟັງ​ໄດ້”

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...