spot_img
Homeລົດຍົນ-ຍານພາຫະນະ7 ອາການໜ້າເປັນຫ່ວງ ເມື່ອລົດຂອງທ່ານຕ້ອງການຄວາມເອົາໃຈໃສ່

7 ອາການໜ້າເປັນຫ່ວງ ເມື່ອລົດຂອງທ່ານຕ້ອງການຄວາມເອົາໃຈໃສ່

Published on

ຫາກ​ເວົ້າ​ເຖິງ​ລົດ​ຍົນແລ້ວ​ແມ່ນ​ທຸກ​ມື້​ນີ້​ເຮົາ​ຈະ​ແນະ​ນຳ​ໃນ​ການ​ຊື້​ລົດ​ໃໝ່​ເພື່ອ​ກຳຈັດ​ບັນຫາ​ແລະ​ເຮັດໃຫ້​ການ​ຮັກສາ​ນັ້ນ​ງ່າຍ​ຂຶ້ນ​ ແຕ່​ວ່າ​ປັດຈຸບັນ​ເຮົາ​ຍັງ​ຕ້ອງ​ຍອມ​ຮັບ​ ວ່າ​ຫຼາຍ​ຄົົນທີ່​ໃຊ້​ລົດ​ໃຊ້​ຖະໜົນ​ບໍ່​ເຄີຍ​ຮູ້​ຈັກ​ທີ່​ຈະ​ເບິ່ງແຍງ​ລົດ​ເວັ້ນ​ແຕ່​ການ​ລ້າງ​ລົດ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ບໍ່​ເຊັ່ນ​ນັ້ນ “ອາຍ​ເຂົາ”

ຄວາມ​ອາຍ​ເພື່ອ​ສ້າງ​ພາບ​ນັ້ນ​ເຮັດໃຫ້​ຫຼາຍ​ຕໍ່​ຫຼາຍ​ເທື່ອ​ທີ່​ເຮົາ​ພົບ​ວ່າ​ລົດ​ຫຼາຍ​ຄັນມີ ສະພາບ​ດີ​ແຕ່​ກັບ​ມີ​ສະພາບ​ເຄື່ອງ​ຍົນ​ທີ່​ບໍ່​ເພິ່ງປາຖະໜາ ລວມ​ເຖິງ​ກົນ​ໄກ​ອື່ນໆ​ຕ່າງໆ​ທີ່​ປະກອບ​ຂຶ້ນ​ມາ​ເປັນ​ລົດ​ຍົນ 1 ຄັນ ແລະ ​ມື້​ນີ້​ກໍ​​ໄດ້​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ມາ​ເວົ້າ​ກັນ​ໃນ​ເລື່ອງ​ຫຼາຍບັນຫາ​ຂອງ​ລົດທີ່ ເຈົ້າ​ອາດຈະ​ສາມາດ​ຮັບ​ຮູ້​ໄດ້​ໂດຍ​ບໍ່​ຕ້ອງ​ເຖິງ​ມື​ຊ່າງ​ແລະ​ເຮັດໃຫ້​ປ້ອງ​ກັນ​ບັນຫາ​ກ່ອນ​ທີ່​ຈະລຸ​ກລາມ​ຈົນ​ສ້າງ​ຄວາມ​ເສຍ​ຫາຍ ຫຼື ຕາຍ​ກາງ​ທາງ

ງານ​ນີ້​ອາດຈະ​ຕ້ອງ​ໃຊ້​ການ​ສັງເກດ​ເລັກນ້ອຍ ແຕ່​ແນ່ນອນ​ວ່າ​ບາງເທື່ອ​ເຈົ້າ​ກໍ​ອາດຈະ​ຮູ້​ຢູ່​ແລ້ວ​ພຽງ​ແຕ່​ບໍ່​ຮູ້ວ່າ​ມັນ​ມີ​ບັນຫາ​ຈາກສ່ວນ​ໃດ ທີ່​ມື້​ນີ້​ກໍ​ໄດ້​ເວລາ​ທີ່​ເຮົາ​ຈະ​ມາ​ພາ​ເຈົ້າ​ໄປ​ຮູ້​ຈັກ​ຫຼາຍ​ອາການ​ເລີ່ມ​ຕົ້ນ​ຕ່າງໆ ທີ່​ຮູ້​ໄວ້​ເລື່ອງ​ແບບ​ນີ້​ປ້ອງ​ກັນ​ໄດ້

1. ສະ​ຕາລ໌​​ເຄື່ອງ​ດົນ​ກວ່າ​ປົກຕິ ທັນ​ທີ​ທີ່​ເຮົາ​ຂຶ້ນ​ລົດ​ແລ້ວ​ບິດ​ກະ​ແຈ​ເຊື່ອ​ຫຼື​ບໍ່​ວ່າແມ່ນແຕ່​ສຽງສະ​ຕາລ໌​​ນັ້ນ​ຍັງ​ບອກ​ຄວາມ​ເປັນ​ສຸກ​ຂອງ​ລົດ​ທ່ານ​ໄດ້ ໂດຍ​ປົກກະຕິ​ແລ້ວ​ການສະຕາລ໌​ເຄື່ອງ​ຍົນຕ໌​ນັ້ນ​ຈະ​ໃຊ້​ການ​ຖີບ​ຕົວ​ບໍ່​ເ​ກີນ 3 ເທື່ອ​ໃຊ້​ເວລາ​ບໍ່​ ເກີນ 30 ວິ​ນາທີ ຖ້າ​ດົນ​ກວ່າ​ນັ້ນ​ສະແດງ​ວ່າ​ລົດ​ເລີ່ມ​ມີ​ປັນ​ຫາ ເຊຶ່ງ​ໂດຍ​ປົກກະຕິ ໝາຍ​ເຖິງ​ແບດ​ເຕີລີ່​ອາດຈະ​ເລີ່ມ​ເສື່ອມ​ສະພາບ ຍິ່ງ​ຖ້າ​ລົດ​ 2-3 ເມື່ອໃດ​ແລ້​ວສະ​ຕາລ໌​ຊ້າ ກຽມ​ເງີນຊື້​ແບດ​ເຕີ​ລີ່​​ໃໝ່​ໄດ້​ເລີຍ

ຮ່ອງ​ຮອຍ​ນ້ຳ​ມັນ ບາງເທື່ອ​ເມື່ອ​ເຈົ້າ​ຈອດ​ລົດ​ແລ້ວ​ພົບ​ຮອຍ​ນ້ຳ​ມັນ​ຍ້ອຍ​ເປັນ​ທາງ​ນັ້ນ ຫຼື ​ເປັນ​ຈຸດ​ນັ້ນ​ຢ່າ​ວາງ​ໃຈ​ໂດຍ​ເດັດ​ຂາດ ເພາະ​ຕາມ​ປົກກະຕິ​ແລ້ວ​ນ້ຳ​ມັນ​ຈະ​ບໍ່​ສາມາດ​ຍ້ອຍ​ໄດ້​ເອງ ນອກ​ຈາກ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ລະບົບ​ນັ້ນໆ ເຊຶ່ງ​ໝາຍ​ເຖິງ​ຕ້ອງ​ມີ​ຫຍັງ​ຜິດ​ປົກກະຕິ​ແລ້ວ ດັ່ງ​ນັ້ນ​ຖ້າ​ພົບ​ຂໍ້​ນີ້​ຮີບ​ກວດ​ສອບ​ດ່ວນ

3. ສຽງ​ທີ່​ຜິດ​ປົກຕິໃນ ຫົວຂໍ້​ນີ້​ອາດຈະ​ເປັນ​ເລື່ອງ​ທີ່​ຍາກ​ໃນ​ການ​ສັງເກດ​ໃນ​ລະຫວ່າງ​ຂັບ​ລົດ​ແຕ່​ເຈົ້າ​ສາ​ມາດ ສັງເກດ​ໄດ້​ເມື່ອ​ລົດ​ຈອດ​ຫຼື​​ເບົາ​ເຄື່ອງ​ຍົນຕ໌​ກ່ອນ​ຂັບ​ອອກ​ຫົນທາງ ເຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ການທຳງານຂອງ​ເຄື່ອງ​ຍົນຕ໌​ຈະ​ບໍ່​ມີ​ສຽງ​ຜິດ​ແປກໂດຍ​ເພາະສຽງ​ເຫຼັກ​ກະທົບ​ກັນ ເຊຶ່ງ​ຫາກ​ທ່ານ​ໄດ້ຍິນ​ສຽງ​ດັ່ງ​ກ່າວ ແລະ​ບໍ່​ເຄີຍ​ໄດ້ຍິນ​ມາ​ກ່ອນ​ນັ້ນ ໃຫ້​ຮີບ​ໄປ​ຫາ​ຜູ້​ຊ່ຽວຊານ​ທັນທີ ແຕ່​ທາງ​ທີ່​ດີ​ອັນ​ນີ້​ຢາກ​ແນະ​ນຳ​ບັນ​ທຶກ​ສຽງ​ນັ້ນ​ໄວ້​ກ່ອນ ໂດຍ​ອາດຈະ​ຖ່າຍ​ຄລິບ ເພື່ອ​ໃຊ້​ປະກອບ​ໃນ​ການ​ອະທິບາຍ​ປັນ​ຫາ

4. ຄວັນຂາວອອກທໍ່ ຈື່​ໄວ້​ວ່າ​ລົດ​ທີ່​ດີ​ນັ້ນ​ຕ້ອງ​ບໍ່​ມີຄວັນຂາວ ແລະ​ເມື່ອໃດ​ກໍ​ຕາມ​ທີ່​ລົດ​ຂອງ​ທ່ານ​ມີ​ອາ​ກາ​ນຄວັນ​ສີ​ຂາວ​ອອກ​ທໍ່ ພ້ອມ​ກິ່ນ​ນັ້ນ​ໝາຍ​ເຖິງ​ຕ້ອງ​ມີ​ສິ່ງ​ທີ່​ຜິດ​ປົກກະຕິ​ກັບ​ລະບົບ​ເຄື່ອງ​ຍົນຕ໌ ເຊຶ່ງ​ຫາກ​ຊີ້​ແຈ້ງ​ໄປ​ນັ້ນ​ມັນ​ຈະ​ມີ​ຫຼາຍ​ອາການ​ ແຕ່​ເອົາ​ເປັນ​ວ່າ​ຖ້າ​ເຫັນ​ແລ້ວ​ຮີບຟ້າວ​ຫາ​ຊ່າງ​ຈະ​ດີກວ່າ​

5. ຂັບ​ລົດ​ແລ້ວ​ເບິ່ງ​ນຸ່ມ​ນວນ​ຜິດ​​ປົກກະຕິ ບາງເທື່ອ​ທີ່​ເຈົ້າ​ຂັບ​ລົດ​ນັ້ນ​ເວລາ​ຂັບ​ສັງເກດ​ດີໆ​ວ່າ​ລົດ​ເຮົາ​ອ່ອນ​ນວນ​ຜິດ​ປົກກະຕິ​ໄປ​ຫຼື​ບໍ່​ຈາກ​ທີ່​ເຄີຍ​ໃຊ້​ມາ ຖ້າ​ຄຳ​ຕອບ​ຄື ” ແມ່ນ ” ສະແດງ​ວ່າ​ລົດ​ເຈົ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ 2 ທາງ ຄື 1 ລົມ​ຢາງ​ອ່ອນ ບາງເທື່ອ​ອາດຈະ​ໝາຍ​ເຖິງ​ຢາງຮົ່ວ 2 ລະບົບ​ຊ່ວງ​ລ່າງ​ບາງ​ຊິ້ນ​ເສື່ອມ​ສະພາບ ໂດຍ​ຫຼາຍ​ຄື​ສະ​ປິງ ຫຼື ​ໂຊ໊ກ

6. ສຽງຈີ໊​ດໆຕອນ​ເບຣກ ໃນ​ຂໍ້​ນີ້​ຫຼາຍ​ຄົນ​ອາດຈະ​ບອກວ່າ​ມັນ​ເປັນ​ຢ່າງໃດ ແຕ່​ເອົາ​ເປັນ​ວ່າ​ເມື່ອ​ເຈົ້າ​ກົດ​ເບຣກ​ແລ້ວ ໄດ້ຍິນ​ຄື​ສຽງ​ໜູ​ຮ້ອງ​​ຢູ່ໃນ​ລົດ ອາດຈະ​ດ້ານ​ໜ້າ ຫຼື ດ້ານຫຼັງ ເຊຶ່ງ​ຂໍ້​ນີ້​ໝາຍ​ເຖິງ​ຜ້າ​ເບຣກ​ທີ່​ກຳ​ລັງ​ໝົດ​ອາ​ຍຸ​ການ​ໃຊ້​ງານ ຖ້າ​ໄດ້ຍິນ​ແລ້ວ​ຢ່າ​ລໍ​ຊ້າ ຮີບ​ຫາ​ເວລາ​ໄປ​ປ່ຽນ​ຜ້າ​ເບຣກ​ກ່ອນ​ທີ່​ມັນ​ຈະ​ເຮັດ​ຄວາມ​ເສຍ​ຫາຍ​ຕໍ່​ຊຸດ​ຈານ​ເບຣກ

7. ລົດ​ເລັ່ງ​ແລ້ວ​ອືດ​ກວ່າ​ປົກກະຕິ ຖ້າ​ເມື່ອໃດ​ລົດ​ເຈົ້າ​ເລັ່ງ​ແລ້ວ​ຮູ້ສຶກ​ວ່າ​ບໍ່​ພຸ່ງ​ເຄື້ແຕ່ກ່ອນ​ນັ້ນ ແຕ່​ບໍ່​ມີ​ຄວາມ​ຜິດ​ປົກກະຕິ​ຢ່າງ​ອື່ນ​ເຊັ່ນ​ຮອຍ​ນ້ຳ​ມັນ ນັ້ນ​ໝາຍ​ເຖິງ​ລົດ​ເຈົ້າ​ ອາດຈະ​ຕ້ອງ​ການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ​ແລ້ວ ແຕ່​ຫາກ​ຖ່າຍ​ມາ​ແລ້ວ​ແລະ​ຍັງ​ແລ່ນອືດ​ຍູ່ ກໍ​ຈະ​ມີ​ອີກ 2 ໂຕຄື 1. ກອງ​ນ້ຳ​ມັນ​ ແລະ 2 ກອງ​ອາ​ກາດ ເຊຶ່ງ​ອາການ​ລົດ​ມີ​ອັດຕາ​ເລັ່ງ​ຖອຍ​ນີ້​ມີ​ຜົນ​ໂດຍ​ກົງ​ຕໍ່​ອັດຕາ​ສິ້ນ​ເປືອງ​ນ້ຳມັນ

ທັ້ງ 7 ຂໍ້ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ສາມາດ​ສັງເກດໄດ້​ໃນ​ລະຫວ່າງ​ການ​ຂັບ​ຂີ່​ຫຼື​ໃຊ້​ງານ​ໂດຍ​ທົ່ວ​ໄປ ເຊຶ່ງ​ທັນ​ທີ​ທີ່​ເຈົ້າ​ພົບ​ອາການ​ຕ່າງໆ​ເຫຼົ່ານີ້ ຈົ່ງ​ຢ່າ​ວາງ​ໃຈ ​ຮີບ​ໄປ​ພົບ​ຜູ້​ຊ່ຽວຊານ​ຫຼື​ເຂົ້າ​ສູນ​ບໍລິການ​ເພື່ອ​ກວດ​ສອບ​ຫາ​ບັນຫາ​ໂດຍ ທັນທີ

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...