spot_img
Home​ຂ່າວບັນເທິງເຈົາ ເຫວີຍ ເປັນນັກສະແດງສາວທີ່ລວຍທີ່ສຸດໃນໂລກ

ເຈົາ ເຫວີຍ ເປັນນັກສະແດງສາວທີ່ລວຍທີ່ສຸດໃນໂລກ

Published on

ZhaoWei

ວາລະສານ​​ຟອບ ໄດ້​ເປີດເຜີຍ​ບົດ​ຄວາມ​ຍົກ​ໃຫ້​ນັກ​ສະແດງ​ສາວ​ຄົນຈີນ “ເຈົ້າ ເຫວີ່ຍ”  (Zhao Wei) ໃຫ້ເປັນ​ນັກ​ສະແດງ​ສາວ​ທີ່​ລວຍ​ທີ່ສຸດ​ໃນ​ໂລກ ຈາກ​ການ​ເຮັດວຽກ​ຢູ່ໃນ​ວົງ​ການ​ຮູບເງົາ ລະ​ຄອນ​ທີ​ວີ ທີ່​ສ້າງ​ລາຍ​ໄດ້​ຫລາຍ​ລ້ານ​ໂດລາ ຕະຫລອດ​ຈົນ​ງານ​ອື່ນໆ ທີ່​ສ້າງ​ລາຍ​ໄດ້​ມະຫາ​ສານ​ໃຫ້​ກັບນາງບໍ່​ວ່າ​ຈະ​ເປັນ​ການ​ຮັບ​ງານ​ໂຄສະ​ນາ​ຜະລິດຕະພັນ​ຕ່າງໆຕະຫລອດ​ໄປ​ຈົນ​ເຖິງ​ການເຮັດວຽກງານ​ເບື້ອງ​ຫລັງລວມ​ເຖິງ​ການ​ລົງ​ທຶນ​ອັນ​​ສະຫລາດ​ຂອງ​ນາງ 

ທີ່​ຜ່ານມາ​ນອກ​ຈາກ​ຜົນ​ງານ​ການ​ສະແດງ​ທີ່​ສ້າງ​ຊື່​ສຽງ​ກັບນາງ​ເປັນ​ຢ່າງຫລວງ​ຫລາຍ​ແລ້ວ ເຈົ້າ ເຫວີ່ຍ ຍັງ​ເປັນ​ເຈົ້າ​ແມ່​ໂຄສະ​ນາ ທີ່​ເປັນ​ພີ​ເຊັນ​ເຕີ​ໃຫ້ສິນ​ຄ້າ​ກວ່າ 120 ຜະລິດຕະພັນ ນັບ​ຕັ້ງ​ແຕ່​ຜະລິດຕະພັນ​ສຸຂະພາບ ຄວາມ​ງາມ ວາຍ ລົດ​ຈັກ​​ລວມ​ໄປ​ເຖິງ​ສິນ​ຄ້າ​ແບ​ຣນຕາເວັນ​ຕົກ​ກໍ່ຄື Mercedes Benz, DeBeers, Versace, Zegna, Dior, Jaeger-LeCoultre, Motorola ແລະ​ອື່ນ   
ນອກ​ຈາກ​ນີ້ ເຈົ້າ ເຫວີ່ຍ ຍັງມີ​ການ​ລົງ​ທຶນ​ໃນ​ທຸລະກິດ​ທີ່​ຫລາກ​ຫລາຍແຕ່​ສິ່ງ​ທີ່​ພາ​ໃຫ້​ນາງ​ຂຶ້ນ​ມາ​ເປັນ​ດາ​ລາ​ສາວ​ທີ່​ມີ​ລາຍ​ໄດ້​ຫລາຍ​ທີ່ສຸດ​ໃນ​ໂລກ​ນັ້ນ ຈະ​ໜີ​ບໍ່​ພົ້ນ​ການ​ລົງ​ທຶນ​ໃນ Alibaba Pictures Group ຂອງ ແຈັກ ໝ່າ ມະຫາ​ເສດ​ຖີ​ໃຫຍ່​ທີ່​ເປັນ​ໝູ່​ສະນິດ​ຂອງ​ນາງ ໃນ​ໄລຍະ​ເດືອນ​ທັນວາ 2014 ຊຶ່ງ​ເຖິງວ່າ​ນາງ​ຈະ​ລົງ​ທຶນ​ໃນ​ຫຸ້ນ​ພຽງ 9.18% ດ້ວຍ​ມູນ​ຄ່າ 400 ລ້ານ​ໂດລາ(ປະມານ ສອງແສນສາມໝື່ນລ້ານກີບ) ແຕ່​ລາ​ຄາ​ຫຸ້ນ​ດັ່ງ​ກ່າວ​ກັບ​​ສູງຂຶ້ນ​ຈົນ​ມີ​ມູນ​ຄ່າ​ເຖິງ 880 ລ້ານ​ໂດລາ ໃນ 6 ເດືອນ​ຕໍ່​ມາ (ປະມານ ເຈັດແສນສີ່ພັນລ້ານກີບ)

ZhaoWei_1

 

ZhaoWei_4

 

ZhaoWei_8

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...