spot_img
Homeຂ່າວຕ່າງປະເທດຈີນ ເລັ່ງແກ້ໄຂ ບັນຫາ ຄຸນນະພາບອາກາດ ຕ່ຳກວ່າມາດຕະຖານ

ຈີນ ເລັ່ງແກ້ໄຂ ບັນຫາ ຄຸນນະພາບອາກາດ ຕ່ຳກວ່າມາດຕະຖານ

Published on

400..

ຂປລ. ຂ່າວ​ຕ່າງປະ​ເທດ, ວັນ​ທີ 13 ​ເດືອນ​ກໍລະກົດ, ອ້າງ​ຕາ​ມຜົນ​ການ​ສຳ​ຫລວດ​ຂອງ ກະຊວງ ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ຈີນ​​ໃນ​ເດືອນ​ມິຖຸນາ ​ລາຍ​ງານວ່າ: ບັນດາ ​ຕົວ​ເມືອງ​ໃຫຍ່ຂອງ​ຈີນ ເກືອບ 75% ​ແມ່ນມີຄຸນນະພາບ ອາກາດຕ່ຳກວ່າ ​ມາດຕະຖານ  ​ໂດຍ​ສະ​ເພາະ ​ແມ່ນ​ນະຄອນຫລວງ​ປັກ​ກິ່ງ ​ແມ່ນ​ຕ່ຳ​ກວ່າ 60% ​ໃນ​ເດືອນ​ມິ​ຖຸນາ ​ເນື່ອງ​ຈາກ ​ມີ​ການ​ແຜ່ກະຈາຍຝຸ່ນລະອອງ ຂະໜາດນ້ອຍກວ່າ 2,5 ​ໄມໂຄຣມີເຕີ ຫລື ພີເອັມ 2,5 ​ຊຶ່ງ​​ເຮັດໃຫ້ຄົນຫາຍໃຈເຂົ້າໄປ​​​​ສູ່ອະໄວຍະວະປອດເພີ່ມຂຶ້ນ 11%. ສະ​ນັ້ນ ລັດຖະບານຈີນ ພວມຊອກ​ຫາ​ ວິທີ​ທາງ​ຕ່າງໆ ​ເພື່ອເລັ່ງແກ້ໄຂບັນຫາດັ່ງກ່າວ ​ໂດຍ​ດ່ວນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...