Homeຂ່າວພາຍ​ໃນຫົວ­ພັນ ມີ​ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກສິນ­ຄ້າ 200 ຕື້​ກວ່າ​ກີບ

ຫົວ­ພັນ ມີ​ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກສິນ­ຄ້າ 200 ຕື້​ກວ່າ​ກີບ

Published on

ໃນ​ໄລ­ຍະ 9 ເດືອນ ແຂວງ​ຫົວ­ພັນໄດ້​ມີ​ມູນ​ຄ່າການ​ນຳ​ເຂົ້າ ແລະ​ ສົ່ງ​ອອກລວມ​ທັງ​ໝົດ 29 ລ້ານກວ່າ​ໂດ​ລາ ຫຼື ປະ­ມານ 237,92 ຕື້​ກວ່າ​ກີບ ໃນ​ນີ້ມີ​ມູນ​ຄ່າ​ຂອງ​ການ​ນຳ​ເຂົ້າ 88 ຕື້​ກີບ ແລະ​ ສົ່ງ​ອອກ 149,92 ຕື້​ກວ່າ​ກີບ.

ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແຂວງ​ຫົວ­ພັນໃຫ້​ຮູ້​ວ່າ: ວຽກ​ງານ​ການ​ນຳເຂົ້າ ແລະ​ສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ຫົວ­ພັນໃນ 9 ເດືອນ​ຂອງ​ສົກ​ປີ 2014-2015 ສາ­ມາດ​ປະ­ຕິ­ບັດ​ໄດ້ທັງ​ໝົດ 29,74 ລ້ານ​ໂດ​ລາ ຫຼື ປະ­ມານ 237,92 ຕື້​ກວ່າ​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 104% ແລະ​ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 78% ສຳ­ລັບການ​ສົ່ງ​ອອກ​ມີ​ມູນ​ຄ່າ​ປະ­ມານ 18,74 ລ້ານ​ໂດ​ລາ ຫຼື ປະ­ມານ 149,92 ຕື້​ກວ່າ​ກີບ ທຽບ­ໃສ່​ແຜນ­ການປະ­ຕິ­ບັດ​ໄດ້ 99% ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 74% ໝວດ​ສິນ­ຄ້າ​ສົ່ງ​ອອກ​ຕົ້ນ­ຕໍ​ແມ່ນ:
ໄມ້ ແລະ​ຜະລິດ​ຕະ​ພັນ​ໄມ້, ແຮ່​ທາດ (ແຮ່​ເຫຼັກ, ຖ່ານ​ຫີນ ແລະ ແຮ່​ມັງ­ກອນ), ຜົນ​ຜະ­ລິດ ແລະ​ເຄື່ອງ​ປ່າ​ຂອງ​ດົງ ສ່ວນ­ວ່າ​ການ​ນຳ​ເຂົ້າ ມີ​ມູນ​ຄ່າ​ປະ­ມານ 11 ລ້ານ​ໂດ​ລາ ຫຼື ປະ­ມານ 88 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 114% ທຽບ­ໃສ່​ແຜນ­ການ​ປີ​ໄດ້ 85% ໃນ​ນັ້ນ ໝວດສິນ­ຄ້າ​ນຳ​ເຂົ້າ​ຕົ້ນ­ຕໍ​ແມ່ນ: ນ້ຳ­ມັນ​ເຊື້ອ​ໄຟ, ວັດ​ສະ​ດຸກໍ່­ສ້າງ, ເຄື່ອງ­ຮັບ​ໃຊ້​ການ​ຜະ­ລິດ, ໝວດ​ສະ­ບຽງ​ອາຫານ, ເຄື່ອງ­ໃຊ້​ສອຍ​ປະ­ຈຳ​ວັນ, ເຄື່ອງ​ໄຟ­ຟ້າ ແລະ ອຸ­ປະ­ກອນ​ຕ່າງໆ.

ຂໍ້​ມູນ​ແຂວງ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳ­ລັບ​ວຽກ​ງານທະ​ບຽນ ແລະ​ ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ໃນ​ໄລ­ຍະ​ດຽວ​ກັນແມ່ນ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະກິດ​ໃຫ້​ວ່ອງ­ໄວ​ດີ​ຂຶ້ນ ໂດຍ​ນຳ​ໃຊ​ລະ­ບົບ​ໂປ​ແກຣມ​ໃນການ​ຄຸ້ມ​ຄອງ​ທະ­ບຽນນັບ​ແຕ່​ຂັ້ນ​ພະ​ແນກ​ລົງ​ຮອດຂັ້ນ​ເມືອງ, ແກ້​ໄຂ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ​ຄົນ​ຕ່າງ­ປະ­ເທດ​ທີ່​ມາ​ຄ້າ-ຂາຍ​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ​ຢູ່​ທົ່ວ​ແຂວງ​ໃຫ້​ສຳ­ເລັດ, ລົງ​ຊີ້​ນຳ ແລະ​ໃຫ້​ບົດ­ຮຽນ​ໃນ​ການ​ຄຸ້ມ​ຄອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຢູ່​ຫ້ອງ­ການ​ອຸດສາ​ຫະ​ກຳ ແລະ​ການ​ຄ້າເມືອງ​ຊຳ​ເໝືອໄດ້​ອອກ​ບົດ ແນະ­ນຳ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ກ່ຽວ​ກັບ​ວຽກ​ງານ ແລະ ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ລະ­ຫວ່າງ​ເມືອງ​ກັບ​ພະ​ແນກ ແລະ 9 ເດືອນ ແຂວງ​ສາ­ມາດ​ອອກ​ທະ­ບຽນ​ວິ​ສາ​ຫະກິດ​ໄດ້​ທັງ​ໝົດ 100 ຫົວ­ໜ່ວຍທຶນ​ຈົດ​ທະ­ບຽນ 44,42 ຕື້​ກີບ ໃນ​ນັ້ນ ອອກ​ທະ­ບຽນ​ໃໝ່​ໄດ້ 83 ຫົວ­ໜ່ວຍ ແລະ ດັດ­ແກ້​ທະ​ບຽບ​ເກົາ​ໄດ້ 17 ຫົວ­ໜ່ວຍ.

1

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...