Home​ຂ່າວບັນເທິງຟານປິງປິງ ຂໍເງິນຄ່າປະກັນໜ້າກວ່າ 1250 ລ້ານກີບ

ຟານປິງປິງ ຂໍເງິນຄ່າປະກັນໜ້າກວ່າ 1250 ລ້ານກີບ

Published on

227243-519902f1c4134

ຢ້ານ​ເສຍ​ໂສມ​ເພາະ​ເກີດ​ອຸບັດເຫດ​ລະຫວ່າງ​ຖ່າຍ​ທຳເກມ​ໂຊ​ແນວ Running Man  ເວີ​ເຊິນ​ຈີນ
ຫລັງສຸດມີ ລາຍ​ງານ​ວ່າ ຈາກ​ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ຂອງ​ຈີນ​ກໍ່ຄື Tencent ແລະ Sina Entertainment ເປີດເຜີຍ​ວ່າ ນັກ​ສະແດງ​ສາວ ຟ່ານ​ປິງ​ປິງ ໄດ້​ຮຽກຮ້ອງ​ຂໍ​ປະ​ກັນ​ໜ້າ​ຂອງ​ນາງກ່ອນ​ທີ່​ນາງ​ຈະ​ໄປ​ຮ່ວມ​ລາຍ​ການ​ເກມ​ໂຊ​“Hurry Up, Brother” ຊຶ່ງ​ເປັນ​ລາຍ​ການ​ເກມ​ໂຊແບບ Running Man ເວີເຊິນ​ຈີນ
ລາຍ​ງານ​ລະ​ບຸ​ວ່າ ຟ່ານ​ປິງ​ປິງ​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ກັນ​ໜ້າ​ຂອງ​ນາງ​ເປັນ​ເງິນ 1 ລ້ານ​ຢວນປະມານ ໜຶ່ງພັນສອງຮ້ອຍຫ້າສິບລ້ານກີບ ໃນ​ກໍລະນີ​ທີ່​ເກີດ​ອຸບັດເຫດ​ໄດ້ຮັບ​ບາດ​ເຈັບ​ໃນ​ຂະນະ​ທີ່​ມີ​ການ​ຖ່າຍ​ທໍາລາຍ​ການ
ທາງ​ລາຍ​ການ Hurry Up, Brother ໄດ້​ອອກ​ມາ​ຕອບ​ໂຕ້​ລາຍ​ງານ​ສະບັບ​ດັ່ງ​ກ່າວ​ວ່າ ໃນ​ແຕ່​ລະ​ຕອນ​ຜູ້​ຮ່ວມ​ລາຍ​ການ​ທຸກ​ຄົນ​ຈະ​ໄດ້ຮັບ​ຄ່າ​ປະ​ກັນ​ຕັ້ງ​ແຕ່ 3 ລ້ານ​ຢວນ ຫາ 40 ລ້ານ​ຢວນ ປະມານ ສາມພັນເຈັດຮ້ອຍຫ້າສິບລ້ານກີບ ຫາ ຫ້າສິບພັນລ້ານກີບສຳລັບ​ຄ່າ​ປະ​ກັນ​ຂອງ ​ຟ່ານ​ປິງ​ປິງ ​ນັ້ນ ບໍ່​ໄດ້​ສູງ​ແບບທີ່​ມີ​ລາຍ​ງານ ແຕ່​ກໍ​ຖື​ວ່າ​ລາ​ຄາ​ຍັງ​ສູງ​ຢູ່

z-1_352

 

fan-bingbing-photo-82923-960x640

 

1407628862-gfse-o

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...