Homeຂ່າວຕ່າງປະເທດນະຄອນຢາງກຸ້ງຂອງມຽນມາ ຈະມີລົດເມດ່ວນ BRT ແລ້ວ ເພື່ອແກ້ບັນຫາລົດຕິດ!

ນະຄອນຢາງກຸ້ງຂອງມຽນມາ ຈະມີລົດເມດ່ວນ BRT ແລ້ວ ເພື່ອແກ້ບັນຫາລົດຕິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ທາງການມຽນມາກຳລັງຈັດຫາລົດເມໂດຍສານ ປະມານ 100 ຄັນ ເພື່ອເປີດໃຫ້ບໍລິການລົດເມດ່ວນຂົນສົ່ງມວນຊົນ ຫລື BRT (Bus Rapid Transport) ໃນນະຄອນຢາງກຸ້ງ ເຊິ່ງເປັນການຮ່ວມທຶນລະຫວ່າງພາກລັດ ແລະ ເອກະຊົນ ພາຍໃຕ້ຊື່ BRT Lite ເພື່ອແກ້ບັນຫາການສັນຈອນທີ່ແອອັດໃນເມືອງຫລວງເກົ່າ ໂດຍແລ່ນໃຫ້ບໍລິການຕະຫລອດແນວເໜືອ – ໃຕ້ຂອງຕົວເມືອງ ດ້ວຍການສ້າງເລນໃຫ້ລົດ BRT ແລ່ນໂດຍສະເພາະຕາມຖະໜົນສຳຄັນຕ່າງໆ ເຊິ່ງຈະໃຊ້ທຶນປະມານ 24,4 ລ້ານໂດລາ ໂດຍແມ່ນເອກະຊົນຖືຮຸ້ນເຖິງ 60%.

558000008216701
ສະພາບການສັນຈອນທີ່ຖະໜົນມະຫາບັນດູລາ ໃຈກາງນະຄອນຢາງກຸ້ງ (ພາບຖ່າຍເມື່ອປີ 2013 ຜ່ານມາ)

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...