spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຢຶດເຮໂຣອີນໄດ້ 77 ກິໂລ ທີ່ແຂວງອຸດົມໄຊ

ເຈົ້າໜ້າທີ່ຢຶດເຮໂຣອີນໄດ້ 77 ກິໂລ ທີ່ແຂວງອຸດົມໄຊ

Published on

   ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ອຸດົມໄຊ ສາມາດມ້າງເຄືອຂ່າຍຄ້າ-ຂາຍຢາເສບຕິດລາຍໃຫຍ່ຢູ່ເສັ້ນທາງເລກ 13 ເໜືອ ເຂດບ້ານກໍນ້ອຍ ເມືອງໄຊ ແຂວງດັ່ງກ່າວ, ຈັບຜູ້ຕ້ອງຫາສອງຄົນ ພ້ອມ ຂອງກາງເຮໂຣອິນໜັກ 77ກິໂລທີ່ຊຸກເຊື່ອງໄວ້ຢູ່ຝາທ້າຍ ແລະ ຕີນສຳຮອງຂອງ ລົດກະບະນິສັນສີຟ້າໝາຍເລກທະບຽນ ບຊ 1395 ຈັງຫວັດຕາກ(ປະເທດໄທ), ພ້ອມເງິນສົດ 57 ພັນບາດໄທ, ກະເປົາ 4 ໜ່ວຍ ແລະ ໂທລະສັບມືຖື 3 ໜ່ວຍ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ເຮໂຣອິນຈຳນວນດັ່ງກ່າວແມ່ນເອົາມາຈາກຂະບວນການຄ້າຢາເສບຕິດຢູ່ແຂວງບໍ່ແກ້ວເພື່ອຈະໄປສົ່ງໃຫ້ລູກຄ້າຢູ່ແຂວງ ຊຽງຂວາງ ເຊິ່ງປັດຈຸບັນກຳລັງເຈົ້າໜ້າທີ່ພວມເລັ່ງ ດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຊອກຫາຜູ້ຮ່ວມ ຂະບວນການ.

yaba

 

ຂ່າວຈາກ: ປກສ-ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...