Homeຂ່າວພາຍ​ໃນຄົນໃຊ້ນ້ຳມັນເຮຮາ ລາຄານ້ຳມັນລົງ

ຄົນໃຊ້ນ້ຳມັນເຮຮາ ລາຄານ້ຳມັນລົງ

Published on

11703221_1034309016586938_1950489381867528542_n
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດປັບລາຄາຂາຍຍ່ອຍນໍ້າມັນແອັດຊັງ ແລະ ກາຊວນ ລົງໃນຂອບເຂດທົ່ວປະເທດ, ເລີ່ມປະຕິບັດ ແຕ່ເວລາ 6:00ໂມງຂອງວັນທີ14 ກໍລະກົດ 2015 ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ອອກແຈ້ງການເລກທີ 1324 / ອຄ. ຄພນ ລົງວັນທີ13 ກໍລະກົດ 2015 ເລື່ອງປັບລາຄາຂາຍຍ່ອຍນໍ້າມັນແອັດຊັງ ແລະ ກາຊວນ ລົງໃນຂອບເຂດທົ່ວປະເທດ ເຮັດໃຫ້ລາຄານໍ້າມັນແອັດຊັ ງພິເສດຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ່ 9.500 ກີບ ແອັດຊັງທຳມະດາ 8.300 ກີບ ແລະ ກາຊວນ 7.070 ກີບຕໍ່ລິດ.ແຂວງ ຄຳມ່ວນ ແອັດຊັງພິເສດ 9.530ກີບ ແອັດຊັງທຳມະດາ 8.330 ກີບ ແລະ ກາຊວນ 7.090 ກີບຕໍ່ລິດ. ແຂວງສະຫວັນນະເຂດ ແອັດຊັງພິເສດ 9.540 ກີບ ແອັດຊັງທຳມະດາ 8.330 ກີບ ແລະ ກາຊວນ 7090 ກີບຕໍ່ລິດ. ແຂວງຈຳປາສັກ ແອັດຊັງພິເສດ 9.560 ກີບ ແອັດຊັງທຳມະດາ 8.350 ກີບ ແລະ ກາຊວນ 7.120 ກີບຕໍ່ລິດ ແຂວງບໍ່ແກ້ວ ແອັດຊັງພິເສດ 6.920 ກີບແອັດຊັງທຳມະດາ 8.400 ກີບ ແລະ ກາຊວນ 7.170 ກີບຕໍ່ລິດ. ແຂວງ ຊຽງຂວາງ ແອັດຊັງທຳມະດາ 8.520 ກີບ ແລະ ກາຊວນ 7.280 ກີບຕໍ່ລິດ.
(ຂໍ້ມູນຈາກຫນັງສືພິມ ເສດຖະກິດ-ການຄ້າ)

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...