Homeຊີວິດແລະຄວາມຮັກນ້ອງສາວສຸດທີ່ຮັກເອີຍ ຈົ່ງອ່ານໃຫ້ຈົບເດີ

ນ້ອງສາວສຸດທີ່ຮັກເອີຍ ຈົ່ງອ່ານໃຫ້ຈົບເດີ

Published on

10174841_1802775103280214_437668190916526267_n

ການທີ່ຍິງສາວຜູ້ໜຶ່ງຈະໄດ້ພົບກັບ ຊາຍດີໆຄົນໜຶ່ງ ບໍ່ຈຳເປັນທີ່ຈະ ຕ້ອງມີຄວາມເປັນຜູ້ໃຫຍ່ພຽງພໍ ເພາະເມື່ອໃດທີ່ຜູ້ຍິງມີຄວາມເປັນຜູ້ໃຫຍ່ພໍ ທີ່ຈະເພິ່ງພາໂຕເອງໄດ້ ເມື່ອນັ້ນກໍແປວ່າເຮົາ ບໍ່ເຄີຍພົບຜູ້ຊາຍດີໆເລີຍພຽງຄົນດຽວ.

ຈົ່ງຈົດຈຳໄວ້ ບໍ່ວ່າເຂົາຈະມີເງິນຫຼວງຫຼາຍປານໃດ ຈະມີຄວາມສາມາດພຽງໃດ ຈະຫຼໍ່ປານໃດ ຈະເວົ້າເກັ່ງຈັ່ງໃດ ຈະສະຫຼາດປານໃດ ຈະກະຕັນຍູຈັ່ງໃດ ມັກຊ່ວຍເຫຼືອຄົນອື່ນສ່ຳໃດ? ເຂົາບໍ່ຮັກເຮົາຈະມີປະໂຫຍດຫຍັງ!

ຈິດຕະແພດໄດ້ກ່າວໄວ້ວ່າ
“ຕໍ່ໃຫ້ເຮົາຮັກຜູ້ຊາຍຄົນນັ້ນພຽງໃດ ຈຸດເລິ່ມຕົ້ນຂອງຄວາມຮັກເລິ່ມຈາກຜູ້ຊາຍ ຖ້າຊາຍຄົນນັ້ນບໍ່ໄດ້ຮັກເຮົາ ເສຍຊາຍຄົນນັ້ນໄປກຸ້ມຄ່າກວ່າເສຍອີກ”

ບໍ່ມີຄູ່ອາດຈະງຽບເຫງົາແດ່ແຕ່ສາມາດ ມີຄວາມສຸກໄດ້ ເຮົາສາມາດເດິນທາງທ່ອງທ່ຽວໄດ້ ພຽງລຳພັງ ເຮົາສາມາດໂອ້ລົມກັບຜູ້ຊາຍໄດ້ທຸກໄວ ຢ່າງສະບາຍໃຈ ເຮົາສາມາດເລືອກກັບເຮືອນຫຼືໄປ ຊັອບປິງຢູ່ຫ້າງຫຼັງຈາກເລີກວຽກໄດ້ ດ້ວຍໂຕເຂົາເອງ ຄວາມເຫງົາຕອນໂສດບໍ່ໄດ້ ເປັນຕາຢ້ານຄືທີ່ເຮົາຄິດ ທີ່ໜ້າຢ້ານທີ່ສຸດກໍຄື ເມື່ອມີຄູ່ແລ້ວແຕ່ຮູ້ສຶກເຫງົາຕ່າງຫາກ!

ມີພໍ່ຜູ້ໜຶ່ງໄດ້ເຕືອນສະຕິລູກສາວຂອງລາວວ່າ

“ຄົນບາງຄົນເໝາະສົມກັບລູກ ແຕ່ເຂົາບໍ່ຮັກລູກ ຄົນບາງຄົນຮັກລູກ ແຕ່ເຂົາບໍ່ເໝາະສົມ ຖ້າຢາກຮູ້ວ່າເຂົາຮັກລູກຫຼືບໍ່? ຢ່າໃຊ້ຫູຟັງແຕ່ຈົ່ງໃຊ້ຕາເບິ່ງເອົາ ເບິ່ງວ່າເຂົາທຸ່ມເທຕໍ່ລູກພຽງໃດ ຖ້າຢາກຮູ້ວ່າເໝາະສົມກັນຫຼືບໍ່? ຢ່າຕັດສິນທີ່ເຂົາມີຫຍັງ? ແຕ່ຈົ່ງຕັດສິນໃຈຈາກຮອຍຍິ້ມ ຂອງລູກແລະນ້ຳຕາທີ່ຕ້ອງຫຼັ່ງອອກໄປຍ້ອນເຂົາ ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ເລື້ອຍໆ ຕໍ່ໃຫ້ເຂົາພຽບພ້ອມປານໃດ ກໍຢ່າເລືອກຝາກຊີວິດໄວ້ ຄົນທີ່ເຮັດໃຫ້ລູກຍິ້ມໄດ້ຕໍ່ໃຫ້ຖານະທຸກຍາກ ປານໃດກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້ ຈົ່ງເລືອກເມື່ອຍຍ້ອນຫົວ ຢ່າເລືອກສະບາຍແຕ່ຮ້ອງໄຫ້ທຸກມື້ ”

ເລືອກຄົນທີ່ກ້າເອົາຮູບເຮົາໄວ້ໃນກະເປົາເງິນ ເລືອກຄົນທີ່ກ້າລົງຮູບເຮົາໄວ້ໃນ ທາມລາຍຂອງເຂົາ ເລືອກຄົນທີ່ກ້າໃຫ້ເຮົາຮູ້ຄວາມເຄື່ອນໄຫວ ຂອງເຂົາ ເລືອກຄົນທີ່ ເຂົາກ້າທຸ່ມເທຄວາມຮັກໃຫ້ກັບເຮົາ.

ຖ້າການຄົບຫາໃຜ ເຂົາຄົນນັ້ນບໍ່ໄດ້ເຮັດໃຫ້ດູດີຂຶ້ນ ໃນສາຍຕາຂອງໃຜໆ ຂໍສະແດງຄວາມເສຍໃຈນຳ ເຂົາເລືອກຄົນຜິດເສຍແລ້ວ! ເພາະຖ້າຫາກເຂົາຮັກເຮົາແທ້ ເຂົາຈະບໍ່ເຮັດໃຫ້ຜູ້ຍິງຂອງເຂົາ ເບິ່ງຕ້ອຍຕ່ຳໃນສາຍຕາຂອງໃຜໆ.

ຜູ້ຊາຍບາງຄົນທີ່ຮັກເຮົາ ເຂົາຕ້ງການໃຊ້ຊີວິດກັບເຮົາທັງຊີວິດ, ຜູ້ຊາຍບາງຄົນທີ່ຮັກເຮົາ ເຂົາຕ້ອງການໃຊ້ຊີວິດກັບເຮົາພຽງຊົ່ວຄາວ, ຄົນທີ່ຕ້ອງການໃຊ້ຊີວິດກັບເຮົາທັງຊີວິດ ເຂົາອາດຈະບໍ່ໄດ້ຊື້ເຄື່ອງຂອງຫຼືບອກຮັກ ເຮົາທຸກໆມື້ດອກ ເພາະເຂົາພະຍາຍາມສ້າງໂຕເພື່ອເຮົາ ແລະຄອບຄົວ ຄົນທີ່ຕ້ອງການໃຊ້ຊີວິດກັບເຮົາພຽງຊົ່ວຄາວ ເຂົາຈະປະເຄນທຸກສິ່ງທຸກຢ່າງ ໃຫ້ກັບເຮົາ ຄ້າຍຄືວ່າເຂົາຂາດເຮົາແລ້ວຈະຕ້ອງຂາດໃຈ (ເຊິ່ງຄວາມຈິງແລ້ວ ບໍ່ມີໃຜຕາຍຍ້ອນຄວາມຮັກ ມີແຕ່ຕາຍຍ້ອນຄວາມຫຼົງ ແລະໂງ່ງົມງວາຍ).

ດັ່ງນັ້ນ, ຜູ້ຊາຍດີໆ ຈະຄິດເຖິງການຮ່ວມຊີວິດ ຜູ້ຊາຍຊົ່ວໆ ຈະຄິດເຖິງການຮ່ວມຕຽງຊື່ໆ, ນ້ອງສາວເອີຍ ນ້ອງຮັກໂຕເອງຫຼາຍເທົ່າໃດ ນ້ອງກໍມີຄ່າຕໍ່ຕົນເອງແລະຜູ້ອື່ນຫຼາຍເທົ່ານັ້ນ, ຢ່າເອົາອົກເອົາໃຈໃຜໆ ຈົນລືມຫ່ວງໃຍໂຕເອງ ຊີວິດໜຶ່ງບໍ່ຍາວນານ… ຈົ່ງຈື່ເອົາໄວ້ ຮັກໂຕເອງໃຫ້ຫຼາຍໆແດ່!.

ຂອບໃຈບົດຄວາມຈາກ: www.facebook.com/NusonBooks

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...