spot_img
Homeຂ່າວພາຍ​ໃນມາຮູ້ຈັກກັບນັກເຕະກອງຫຼັງຈາກທີມຊາດລາວ ແທນທອງ ພອນເສດຖາ

ມາຮູ້ຈັກກັບນັກເຕະກອງຫຼັງຈາກທີມຊາດລາວ ແທນທອງ ພອນເສດຖາ

Published on

ແນ່ນອນ ທຸກຄົນໃນໂລກນີ້ທີ່ປະສົບຜົນສໍາເລັດສູງສຸດໄດ້ກໍ່ຕ້ອງມີ ໄອດໍ (ແບບຢ່າງ)ຂອງຕົນເອງ ທີ່ຈະເປັນສິ່ງກະຕຸ້ນຈິດໃຈໃຫ້ຕົນເອງຍາກເຮັດໃນສິ່ງທີ່ຕົນເອງປາບຖາໜາ ເຊິ່ງໜ້ອຍທີ່ສຸດທີ່ຄົນບໍ່ມີແບບຢ່າງຈະປະສົບສໍາເລັດ ແຕ່ຖ້າປະສົບຜົນສໍາເລັດກໍ່ຢາກທີ່ສຸດ ດັ່ງນັ້ນມື້ນີ້ເຮົາມາຮູ້ຈັກກັບ ແທນທອງ ພອນເສດຖາ ກອງຫຼັງຫົວໃຈສໍາຄັນອານາຄົດໄປຂອງທີມຊາດລາວ ແລະ ສະໂມສອນລາວໂຕໂຢຕາ ເອຟຊີ ວ່າລາວມີແບບຢ່າງແນວໃດ ຈຶ່ງປະສົບຜົນສໍາເລັດໄດ້ເໝືອນດັ່ງປັດຈຸບັນນີ້.

ແທນທອງ ເກີດເມື່ອວັນທີ 19 ຕຸລາ 1993, ສູງ 175 ຊັງຕີແມັດ ແລະ ໜັກ 65 ກິໂລກຣາມ ເກີດທີ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນລູກຂອງ ທ້າວ ແທນຄໍາ ແລະ ນາງ ຈັນສະໝອນ ມີເອື້ອຍ 2 ຄົນ ແລະ ເຈົ້າຕົວເປັນລູກຫຼ້າ ປັດຈຸບັນຫຼິ້ນໃຫ້ກັບທີມຊາດລາວ ລຸ້ນອາຍຸບໍ່ເກີນ 23 ປີ ທີ່ໄຕ່ເຕົ້າມາຈາກນັກເຕະຕົວສໍາຮອງທີ່ບໍ່ຄ່ອຍໄດ້ຮັບໂອກາດລົງສະໜາມຂອງທີມໂຮງຮຽນເມື່ອຕອນຍັງນ້ອຍໆ ຈົນເກືອບເລີກຫຼິ້ນກີລາບານເຕະ ແຕ່ໃນທີ່ສຸດກໍ່ສາມາດກ້າວສູ່ເສັ້ນທາງນັກເຕະອາຊີບຂອງສະໂມສອນຊັ້ນນໍາຂອງ ລາວພຣີເມຍລີກຢ່າງ ລາວໂຕໂຢຕາ ເອຟຊີ ຍ້ອນຄວາມອົດທົນ, ມີຜູ້ນໍາພັກດັນ ແລະ ແບບຢ່າງທີດີ.

ແທນທອງ ໃຫ້ສໍາພາດວ່າ: ຕົວເອງເລີ່ມຫຼິ້ນມາຕັ້ງແຕ່ຍັງນ້ອຍໆ ແລະ ໄດ້ຫຼິ້ນເປັນປະຈໍາເມື່ອຕອນອາຍຸ 7 ປີ, ຫຼັງຈາກນັ້ນກ້າວສູ່ໂຮງຮຽນມັດທະຍົມລາວໄດ້ຫຼິ້ນໃຫ້ທີມໂຮງຮຽນໄຊຖາວອນ (ທີ່ບ້ານເກົ້າລ້ຽວ) ເມື່ອຕອນອາຍຸ 12 ປີ ໃນການເຂົ້າຮ່ວມແຂ່ງຂັນບານເຕະລະດັບໂຮງຮຽນມັດທະຍົມທົ່ວນະຄອນຫຼວງ ແຕ່ລາວບໍ່ຄ່ອຍໄດ້ມີໂອກາດລົງສະໜາມ ແລະ ກໍ່ເປັນຕົວສໍາຮອງຫຼາຍຄັ້ງ ຈົນຄິດໃນໃຈວ່າຈະເຊົາຈາກການຫຼິ້ນບານເຕະ ແລະ ໄລຍະນັ້ນເອງເປັນໄລຍະທີ່ຕົນເອງທໍ້ຖອຍທີ່ສຸດ.

ແຕ່ຍ້ອນຄວາມຜູກພັນກັບກິລາບານເຕະຈາກການທີ່ຜູ້ເປັນພໍ່ມັກພາຕົນໄປເຕະບານນໍາເລື້ອຍໆ ແລະ ກໍ່ໄດ້ພົບກັບອາວຊື່ ອາຈານ ສົມສັກ ແກ້ວດາລາ ອະດີດທີມຊາດລາວ ທີ່ກ້າວຂຶ້ນມາເປັນຄູ່ຝຶກທີມຊາດລາວຫຼາຍສະໄໝ ແລະ ປັດຈຸບັນເປັນຜູ້ບໍລິຫານທົ່ວໄປຂອງສະໂມສອນ ລາວໂຕໂຢຕາ ເອຟຊີ ທີ່ໄປຮ່ວມຫຼິ້ນນໍາພໍ່ ຈິ່ງເຮັດໃຫ້ຕົນຍາກເດີນຕາມທາງຂອງເພີ່ນ ຫຼັງນັ້ນຕົນເອງກໍ່ຫຼິ້ນກີລາຢ່າງເອົາຈິງເອົາຈັງໂດຍຍຶດໝັ້ນເສັ້ນທາງຂອງພໍ່ ແລະ ອາວ ຈົນເຮັດໃຫ້ ກະຊວງປ້ອງກັນຄວາມສະຫງົບສຸກ (ປກສ) ດືງຕົວໄປຝຶກຊ້ອມລຸ້ນອາຍູບໍ່ເກີນ 16 ປີ ເມື່ອປີ 2009, ຕໍ່ຈາກນັ້ນ ອາຈານ ພະລັງທອງ ຄູຝືກທີມປກສ ເອີ້ນໄປຫຼິ້ນໃນທີມລະດັບສາຍ ຂ ເມື່ອປີ 2010 ໄດ້ຢຶດຕົວຈິງຂອງທີມໃນການແຂ່ງຂັນຊີງຂັນ ສຕລ ແລະ ກໍ່ມີຊື່ໄປຕິດທີມຊາດຢູ 19 ເມື່ອຕົ້ນປີ 2011.
ເມື່ອປີ 2011-2012 ປກສ ໄດ້ເອີ້ນລາວມາຫຼິ້ນໃນສາຍ ກ ແລະ ປີດັ່ງກ່າວນັ້ນເລື່ອນຂຶ້ນມາເຕະໃນລາວລີກນັ້ນເອງ, ແທນທອງ ຍັງເປັນສ່ວນສໍາຄັນທີ່ ປກສ ຍາດໄດ້ແຊ້ມລາວລີກເປັນປີທໍາອິດອີກດ້ວຍ ກ່ອນທີ່ ລາວໂຕໂຢຕາ ຈະດຶງເຈົ້າຕົວມາຫຼິ້ນໃຫ້ກັບທີມເມື່ອປີ 2013 (ປ່ຽນມາເປັນລາວພຣີເມຍລີກ) ຫຼັງຈາກນັ້ນຜົນງານກໍ່ດີຢ່າງຕໍ່ເນື່ອງໄດ້ຕິດທີມຊາດຢູ 19, 21, 22 ແລະ 23 ປີ.

ສໍາລັບປັດຈຸບັນ ແທນທອງ ເປັນແນວຮັບຫົວໃຈສໍາຄັນຂອງທີມຊາດລາວຢູ 23 ປີລຸຍຫຼາຍໆລາຍການທີ່ຜ່ານມາບໍ່ວ່າຈະເປັນ ບານເຕະຊີງແຊັມອາຊີ ຢູ23, ຊຸຊຸກິ ຄັບ ແລະ ຫຼ້າສຸດ ກີລາຊີເກມ ລວມທັງເປັນກອງຫຼັງສໍາຄັນຂອງສະໂມສອນລາວໂຕໂຢຕາ ເຊັ່ນດຽວກັນລຸຍຫຼາຍໆລາຍການທີ່ຜ່ານມາບໍ່ວ່າຈະເປັນ ເອເອຟຊີ ຄັບ 2015 ແລະ ລາວພຣີເມຍລີກ 2015 ສ່ວນເສັ້ນທາງບານເຕະຂອງລາວໃນປັດຈຸບັນ ມີນັກເຕະລຸ້ນອ້າຍ ໃນລາວລີກເປັນນັກເຕະແບບຢ່າງຂອງຕົນ.

ໂດຍນັກເຕະອາຍຸ 22 ປີໃຫ້ສໍາພາດອີກວ່າ: ນັກເຕະຕົ້ນແບບຂອງຕົນໃນປັດຈຸບັນຍົກໃຫ້ ຕີ່ນີ່ ບຸນມາໄລ ຫົວໜ້າທີມຂອງກະຊວງປ້ອງກັນຄວາມສະຫງົບ ແລະ ທີມຊາດລາວຢູ 23 ເນື່ອງຈາກລາວເປັນນັກເຕະທີ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນເອງ, ມີຄວາມທຸ້ມເທ, ຮັກສາມາດຕະຖານການຫຼິ້ນ, ຄວບຄຸມໃນແດນກາງໄດ້ດີ ແລະ ພະຍາຍາມໃຫ້ກໍາລັງໃຈໝູບໍ່ວ່າຈະເປັນເວລາທີ່ເຮັດດີຫຼືບໍ່ດີ ເຊິ່ງນັກເຕະທີ່ເຄີຍໄດ້ຫຼິ້ນກັບລາວກໍ່ຢາກຫຼິ້ນກັບລາວອີກ ຄືກັບຂ້ອຍທີ່ໄດ້ຫຼິ້ນຮ່ວມກັບລາວໃນນາມທີມຊາດ ບໍ່ແປກທີ່ຄູຝຶກທັງທີມຊາດ ແລະ ສະໂມສອນ ໄວ້ວາງໃຈໃຫ້ກັບລາວເປັນຫົວໜ້າທີມ.

11707550_1624331634451022_4012556937458767853_n

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...