Homeຂ່າວຕ່າງປະເທດຜູ້ນຳກຸ່ມເອີໂຣໂຊນ ມີມະຕິອະນຸມັດເງິນກູ້ໃຫ້ເກຣັກ ເພື່ອແກ້ໄຂວິກິດການແລ້ວ!

ຜູ້ນຳກຸ່ມເອີໂຣໂຊນ ມີມະຕິອະນຸມັດເງິນກູ້ໃຫ້ເກຣັກ ເພື່ອແກ້ໄຂວິກິດການແລ້ວ!

Published on

EyWwB5WU57MYnKOuXuZYYYxG1DUI3qFF2W4n7BfHHNioduWRWAv8kL

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ຜູ້ນຳກຸ່ມໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນ ໄດ້ມີມະຕິຕົກລົງ ຍອມຮັບແຜນຂໍກູ້ຢືນເງິນຂອງເກຣັກງວດທີ 3 ເພື່ອແກ້ໄຂບັນຫາວິກິດການການເງິນພາຍໃນປະເທດແລ້ວ ຫລັງຈາກການປະຊຸມທີ່ຍາວນານເຖິງ 17 ຊົ່ວໂມງ ທີ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ ເມື່ອວັນທີ 12 ກໍລະກົດທີ່ຜ່ານມາ (ຕາມເວລາໃນທ້ອງຖິ່ນ).

ທັງນີ້ ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນຢ່າງຮີບດ່ວນ ໂດຍໄດ້ມີການຍົກເລີກກອງປະຊຸມສຸດຍອດຜູ້ນຳສະຫະພາບເອີຣົບ ທີ່ມີສະມາຊິກ 28 ປະເພດ ແລ້ວຫັນມາເປີດກອງປະຊຸມຜູ້ນຳກຸ່ມເອີໂຣໂຊນ ເຊິ່ງມີສະມາຊິກ 19 ປະເທດແທນ ເພື່ອພິຈາລະນາຂໍ້ສະເໜີປະຕິຮູບຂອງເກຣັກ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...