spot_img
Homeຂ່າວການພັດທະນາຮອງນາຍົກລັດຖະມົນຕີ ລົງສຳຫລວດຄອງຊົນລະປະທານ ຢູ່ເມືອງຍົມມະລາດ

ຮອງນາຍົກລັດຖະມົນຕີ ລົງສຳຫລວດຄອງຊົນລະປະທານ ຢູ່ເມືອງຍົມມະລາດ

Published on

somsavad

ຂປລ. ​​ວັນ​ທີ 12 ກໍລະກົດ 2015 ນີ້,  ​ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນ​ຕີ​, ຜູ້​ຊີ້​ນຳ​ວຽກ​ງານ​ ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ, ພ້ອມ​ຄະນະ ​ໄດ້ລົງມາ​ຢ້ຽມຢາມ ເຂດ​ກະສິກຳປູກ​ເຂົ້າ​ທົດ​ລອງ ​ຂອງບໍລິສັດ​ເປີ​ຍຕ້າ​ຫວງ ​ໃນ​​ເຂດ​ທົດ​ລອງ ​​ປູກ​ເບ້ຍ​ຜັກອີ​ຮູ​ມ ​ແລະ ປູກ​ເຂົ້າ​ແບບ​ທັນ​ສະ​ໄໝ ​ເຊິ່ງ​ມີ​ແນວ​ພັນນໍາ​ເຂົ້າ​​ ຈາກ​ປະເທດ​ຈີນ ​ແລະ ​ໄທ, ພ້ອມທັງໄດ້​ສຳຫລວດ ຄອງ​ຊົນລະປະທານ​ ປະຕູ​ນ້ຳ​ປ່ອງທີ 3 ຢູ່​ເມືອງ​ຍົມ​ມະ​ລາດ ​ແຂວງ​ຄຳ​ມ່ວນ ​ເພື່ອສຳຫລວດ​ເບິ່ງ​ເຂົ້ານາ ຂອງ​ປະຊາຊົນ ​ແລະ ​ສຳຫລວດ​ເບິ່​ງການ​ນຳ​ໃຊ້ ນ້ຳ​ໃນ​ຄອງ​ຊົນລະປະທານ ຫລັງຈາກ​ນັ້ນ ​ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ, ພ້ອມ​ດ້ວຍຄະນະ​​ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ເພື່ອຮັບ​ຟັງ​ການ​ລາຍ​ງານ​ ສະພາບ​ການ​ຕ່າງໆ​ ໃນ​ການ​ເຮັດ​ກະສິກຳ​​ປູກ​ເຂົ້າ​ທົດ​ລອງ​, ​ການ​ນຳ​ໃຊ້​ນ້ຳ​ໃນ​ຄອງ​ຊົນລະປະທານ​ ປະຕູ​ນ້ຳ​ປ່ອງທີ 3 ວ່າ​ມີ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງ​ຍາກ​ອັນ​ໃດ​ແດ່​ ເພື່ອ​ຈະ​ນຳ​ເອົາ​​ໄປ​ປັບປຸງແກ້​ໄຂ.

​ໂອກາດ​ດັ່ງກ່າວ​ ທ່ານ ຮອງ​ນາຍົກ​ລັດຖະມົນຕີ ໄດ້​​​ໃຫ້​ທິດ​ຊີ້​ນໍາ​​ແກ່​ປະຊາຊົນ​​ ໃນ​ການ​ນໍາ​ໃຊ້​ຊົນລະປະທານ ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ​, ພ້ອມ​ແນະ​ນໍາ​ ໃຫ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່ ປົກ​ປັກ​ຮັກສາ​ ຄອງ​ຊົນລະປະທານ​ ໃຫ້​ມີ​ອາຍຸ​ການ​ນຳ​ໃຊ້​ທີ່​ຍາວ​ນານ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...