spot_img
Home​ຂ່າວທ່ອງທ່ຽວສວນວັດທະນະທຳຊຽງຄວນ

ສວນວັດທະນະທຳຊຽງຄວນ

Published on

ສວນວັດທະນະທຳຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ, ເຂດບ້ານຊຽງຄວນ, ເມືອງຫາດຊາຍຟອງ, ໃກ້ກັບຂົວມິດຕະພາບລາວ-ໄທ ແຫ່ງທີ 1, ຫ່າງຈາກຈຸດໃຈກາງນະຄອນຫລວງວຽງຈັນ ໄປທາງໃຕ້ປະມານ 24 ກິໂລແມັດ. ສວນວັດທະນະທຳແຫ່ງນີ້ ຖືກສ້າງຂຶ້ນໃນປີ ຄສ 1958 ໂດຍປູ່ບຸນເຫລືອ ສຸຣິຣັດ ເຊິ່ງປະກອບມີຮູບປັ້ນຢັງຢາຍກວ່າ 200 ແບບ ໃນນັ້ນ ມີທັງຮູບຄົນ, ຜີ, ເທວະດາ, ພະ, ສັດເດລະສານ ແລະ ອື່ນໆ ທີ່ຢູ່ໃນອະລິຍະບົດຕ່າງໆ ແລະ ມີການປະສົມປະສານລະຫວ່າງຄະຕິພຸດ ແລະ ຮິນດູ ຊວນໃຫ້ເກີດຄວາມຮູ້ສຶກຊື່ນຊົມ, ອັດສະຈັນ ແລະ ພິດສະຫວົງສົງໃສປະປົນກັນໄປ ເມື່ອໄດ້ພົບເຫັນ. ສິ່ງທີ່ໂດດເດັ່ນຢູ່ໃນອຸທະຍານແຫ່ງນີ້ ກໍ່ຄືພະພຸດທະຮູບປາງນອນ (ປາງພຸດທະໄສຍາດ)ທີ່ມີຄວາມຍາວປະມານ 50 ແມັດ ແລະ ປະຕິມະກຳຣາຫູຍັກທີ່ກຳລັງອ້າປາກຢູ່ ເຊິ່ງເປັນປະຕູເດີນທາງຂຶ້ນໄປສູ່ສະຫວັນຊັ້ນ 7 (ອອກຈາກປາກຣາຫູໄປສູ່ຊັ້ນດາດຟ້າ). ສິ່ງເຫລົ່ານີ້ ໄດ້ສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວຊົມເປັນຈຳນວນຫລວງຫລາຍ.
ທ່ານສາມາດມາທ່ຽວຊົມສວນວັດທະນະທຳແຫ່ງນີ້ໄດ້ທຸກມື້ ໃນລະຫວ່າງເວລາ 8:30-18:00 ໂມງ

_116 4886688020_4282f5b351 du-lich-lao-ivivu.com-3 heaven-hell-thing-xieng-khuan-buddha-park-laos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...