spot_img
Homeມູມໄອທີລາວມາກວດສອບສຸຂະພາບແບັດເຕີຣີ ກັນດີກວ່າ (IOS)

ມາກວດສອບສຸຂະພາບແບັດເຕີຣີ ກັນດີກວ່າ (IOS)

Published on

Battery-cover-600x400

ວິທີກວດເບິ່ງວ່າ Battery ເຊື່ອມສະພາບຫຼືຍັງສຳລັບ iPhone, iPad ໂດຍບໍ່ຕ້ອງ Jailbreak ໃຫ້ເສຍປະກັນເຄື່ອງມາເບິ່ງທາງນີ້ເລີຍ  ອີກຢ່າງຂອງ FREE ^_^ ກ່ອນຈະເລີ່ມ ມາຮູ້ຂໍ້ມູນພື້ນຖານກັນກ່ອນລົງມື ມາເບິ່ງສະເປັກຂອງ Battery ທີ່ Apple ໄດ້ອອກແບບໃຫ້ iPhone, iPad, iPod Touch ກັນກ່ອນ.

  • iPhone Battery ຖືກອອກແບບມາໃຫ້ຊາກ 500 ຮອບ.
  • iPod Touch Battery ຖືກອອກແບບມາໃຫ້ຊາກ 400 ຮອບ.
  • iPad Battery ຖືກອອກແບບມາໃຫ້ຊາກ 1,000 ຮອບ.

ຫຼັງຈາກຄົບຮອບເຫຼົ່ານັ້ນແລ້ວປະສິດທິພາບການເຮັດວຽກຂອງ Battery ຈະເກັບໄປໄດ້ນ້ອຍລົງເລື້ອຍໆ ວ່າໄດ້ງ່າຍໆ ຄື ມັນເລີ່ມເຊື່ອມລົງ ຈາກທີ່ເຄີຍຊາກແລ້ວໃຊ້ງານໄດ້ເຕັມມື້ອາດຈະເຫຼືອພຽງເຄິ່ງມື້ ຫາກຮ້າຍແຮງທີ່ສຸດ ອາດຈະຊາກບໍ່ເຂົ້າເລີຍກໍມີເຊັ່ນກັນ.

 ວິທີກວດສອບສຸຂະພາບ Battery

iPhone, iPad ແລະ iPod Touch.

ສິ່ງທີ່ຕ້ອງມີແລະກຽມພ້ອມຄື :

  • ຄອມພິວເຕີ້ Windows , Mac OSX ມີລະບົບປະຕິບັດການໃດກາໃຊ້ຕົວນັ້ນເດີ້.
  • ສາຍ USB ຕໍ່ເຂົ້າຄອມ
  • iTunes ລະບົບ Windows ຕ້ອງມີ
  • Software iBackupbot ທີ່ຕ້ອງຕິດຕັ້ງລົງຄອມ.

ຂັ້ນຕອນທີ 1 ດາວໂຫຼດ iBackupbot.

ເຂົ້າໄປດາວໂຫຼດໄດ້ທີ່ http://www.icopybot.com/itunes-backup-manager.htm ໃຊ້ໄດ້ທັງ Windows ແລະ Mac OSX ໂດຍເລືອກດາວໂຫຼດຕາມຮູບ ຫຼັງຈາກນັ້ນໃຫ້ຕິດຕັ້ງລົງຄອມເລີຍ.
Battery-1

ຂັ້ນຕອນທີ່ 2 ເຊື່ອມຕໍ່ iPhone, iPad, iPod Touch.

ຕໍ່ອຸປະກອນເຮົາເຂົ້າຄອມແລະມີຕົວໃດໜື່ງເຕືອນຂື້ນມາໃຫ້ກົດ Trust ເພື່ອໃຫ້ເຊື່ອມຕໍ່ເຂົ້າກັບຄອມພິວເຕີ້ໄດ້ ເປີດໂປຮແກຮມ iBackupbot ຂື້ນມາ ແລ້ວເຮັດຕາມຮູບ.

1. ເລືອກອຸປະກອນທີ່ເຮົາຕໍ່ເຂົ້າ.

2. Click ບ່ອນ More information.

Battery-2

ຂັ້ນຕອນທີີ່ 3 ດາວໂຫຼດ iBackupbot.

ຫຼັງຈາກກົດ More Information ມາແລ້ວຈະເຫັນຂໍ້ມູນຕົວຢ່າງດ້ານລຸ່ມນີ້ໃນສ່ວນຂອງ Battery ທີ່ໝາຍເອົາໄວ້ ຫົວຂໍ້ແຕ່ລະອັນມີຄວາມໝາຍດັ່ງນີ້:

  • Cycle Count ຄື : ຈຳນວນຮອບຂອງ Battery ທີ່ຊາກໄປແລ້ວຈາກຕົວຢ່າງຮູບເຮົາຈະເຫັນ 110 ຮອບຈາກ 500 ກໍປະມານວ່າຍັງໃໝ່ໆຢູ່ ຮະຮະ.
  • Design Capacity ຄື ຄວາມບັນຈຸທີ່ Battery ອອກແບບມາ.
  • Full Charge Capacity ຄື : ຄວາມບັນຈຸເຕັມທີ່ທີ່ຊາກຢູ່ 2800 ສຳລັບ iPhone 6 Plus ແຕ່ລະລຸ້ນກໍ່ຈະແຕກຕ່າງກັນໄປສຳລັບຄວາມບັນຈຸ
  • Battery Current Capacity ຄື : ຈຳນວນ Battery ໃນຂະນະປັດຈຸບັນທີ່ກຳລັງຊາກຢູ່ທີ່ 56%
  • Battery Charging ຄື ສະຖານະການຊາກ Battery ຖ້າເທົ່າກັບ True ສະແດງວ່າ ຊາກແບບໄດ້ປົກກະຕິ ແຕ່ຫາກຄ່າເທົ່າ False ສະແດງວ່າ Battery ມີປັນຫາແລ້ວ.
  • FullyCharged ຄື ຊາກເຕັມແລ້ວຫຼືຍັງ ? ຖ້າເທົ່າກັບ True ຄືເຕັມແລ້ວແຕ່ຖ້າເທົ່າກັບ False ສະແດງວ່າ Battery ຍັງບໍ່ເຕັມເທື່ອ.

Battery-3

ສຳລັບນີ້ກາຄືຫົວຂໍ້ຫຼັກໆ ສຳລັບການກວດສອບສຸຂະພາບ Battery. ທ້າຍນີ້ແນະນຳໃຫ້ເບິ່ງທີຫົວຂໍ້ Cycle Count ວ່າມີຄ່າເທົ່າໃດແລ້ວ ຫາກຫຼາຍກວ່າ 500 (ສຳລັບ iPhone) ໝາຍຄວາມວ່າ Battery ຂອງເຮົາເລີ່ມທີ່ຈະເຊື່ອມແລ້ວ ປະສິດທິພາບໃນການເຮັດວຽກຂອງ Battery ກໍຈະລົດລົງມາຈາກເດີມ ຖ້າຫາກໝົດປະກັນແລ້ວກໍສາມາດປ່ຽນໄດ້ຕາມຮ້ານເຊັ່ນກັນ (ແຕ່ກໍຕ້ອງເບິ່ງດີໆຫຼັງຈາກທີ່ປ່ຽນ Battery ກ້ອນໃໝ່ນັ້ນ Cycle ເລີ່ມເທົ່າໃດ).

ຂອບໃຈຂໍ້ມູນຈາກ: http://mobiletalk.tv/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...