spot_img
Homeມູມໄອທີລາວແອັບຖະໜອມສາຍຕາທີ່ທ່ານຄວນມີໄວ້

ແອັບຖະໜອມສາຍຕາທີ່ທ່ານຄວນມີໄວ້

Published on

screen-filter-cover-600x400

ບົດ​ຄວາມ​ນີ້​ເຮົາ​ຈະ​ມາ ແນະ​ນຳ​ແອັບ​ຖະ​ໜອມ​ສາຍ​ຕາ​ສຳ​ລັບ​ລະ​ບົບ​ປະ​ຕິ​ບັດ​ການ Android ພ້ອມ​ເຕັກ​ນິກ​ການ​ໃຊ້​ງານ​ງ່າຍໆ​. ເນື່ອງ​ຈາກ​ວ່າ​ປັດ​ຈຸ​ບັນ  SmartPhone ກາ​ຖື​ວ່າ​ເປັນ​ອີກ​ປັດ​ໃຈ​ໜຶ່ງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​​ກໍ​ວ່າ​ໄດ້​. ມື້​ນີ້​ເຮົາ​ກໍ​ມີ​ແອັບ​ຖະ​ໜອມ​ສາຍ​ຕາ​ທີ່​ຈະ​ແນະ​ນຳ​ສຳ​ຫຼັບ​ຕົນ​ທີ່​ມັກ​ຫຼິ້ນ​ໂທ​ລະ​ສັບ​ບ່ອນ​ແສງ​ສະ​ຫວ່າງ​ໜ້ອຍ (​ປິດ​ໄຟ​ຫຼິ້ນ​ໂທລະ​ສັບ​) ນັ້ນ​ກໍ​ແມ່ນ​ແອັບ Screen Filter. ເປັນ​ແອັບ​ທີ່​ຊ່ວຍ​ໃຫ້​ SmartPhone ຫຼື Tablet ຂອງ​ທ່ານ​ສາ​ມາດ​ປັບ​ແສງ​ສະ​ຫວ່າງ​ໜ້າ​ຈໍ​ລົງ​ໜ້ອຍ​ໄດ້ (​ໜ້ອຍ​ລົງ​ຫຼາຍ​ກວ່າ​ SmartPhone ຫຼື Tablet ປົກ​ກະ​ຕິ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້ ). ກ່ອນ​ຈະ​ເລີ່ມ​ກໍ່​ໃຫ້​ໄປ​ດາວ​ໂຫຼດ​ແອັບ​ກັນ​ກ່ອນ​ຕາມ​ນີ້​ເລີຍScreen Filter ຫຼັງ​ຈາກ​ດາວ​ໂຫຼດ​ແລ້ວ​ກໍ່​ມາ​ເບິ່ງ​ວິ​ທີ​ໃຊ້ ແລະ ເຕັກ​ນີກ​ງ່າຍໆ​ກັນ​ເລີຍ​.

1. ກ່ອນ​ຈະ​ເປີດ​ໃຊ້​ງານ​ແນະ​ນຳ​ໃຫ້​ເອົາ​ແສງ​ສະ​ຫວ່າງ​ຂື້ນ​ໃຫ້​ຫຼາຍໆ​ກ່ອນ ຈາກ​ນັ້ນ​ກໍ​ຄິກ​ໃສ່ icon Screen Filter ເພຶ່ອ​ເປີດ​ໃຊ້​ງານ​ດັ່ງ​ຮູບ​.

screen-filter-1

2. ຈາກ​ນັ້ນ​ເປີດ​ໜ້າ​ການ​ແຈ້ງ​ເຕຶອນ​ຂື້ນ​ມາ​ໂດຍ​ການ​ເອົາ​ດີ້ວ​ມື​ຮູດ​ເທິງ​ໜ້າ​ຈໍ​ລົງ​ມາ ແລະ ຄິກ​ໃສ່ Screen Filter ດັ່ງ​ຮູບ

screen-filter-2

3. ຈາກນັ້ນປັບຄວາມສະຫວ່າງຕາມຄວາມເໝາະສົມ.ມັນຈະມີຕົວຢ່າງບອກດັ່ງຮູບ.

screen-filter-3

 

screen-filter-4

 

ຫຼັງ​ຈາກ​ກຳ​ນົດ​ຄ່າ​ຕາມ​ທີ່​ຕ້ອງ​ການ​ແລ້ວ​ໃຫ້​ຄິກ​ໃສ່ Enable Screen Filter. ພຽງ​ເທົ່າ​ນີ້​ກໍ​ໄດ້​ແລ້ວໆ ຖ້າ​ຫາກ​ທ່ານ​ຫຼົງ​ເຮັດ​ຈົນ​ໜ້າ​ຈໍ​ມືດ​ທ່ານ​ສາ​ມາດ Restart ເຄຶ່ອງ​ໃໝ່​ໂດຍ​ການ​ກົດ​ປຸ່ມ Power ຄ້າງ​ໄວ​ປະ​ມານ​20​ວິ​ນາ​ທີ ຫຼື ບາງ​ລຸ້ນ​ອາດ​ກົດ​ປຸ່ມ Power ພ້ອມ​ກັບ​ປຸ່ມ ສຽງ​ຂື້ນ ຫຼື ສຽງ​ລົງ​.

ໝາຍເຫດ: ແອັບນີ້ຈະໃຊ້ໄດ້ຜົນດີກັບໜ້າຈໍທີ່ໃຊ້ເທັກໂນໂລຊີ Super Amoled ໂດຍສ່ວນຫຼາຍແລ້ວຈະເຫັນໃນໂທລະສັບຂອງ Samsung ນັ້ນເອງ

ຂອບໃຈຂໍ້ມູນຈາກ: http://mobiletalk.tv/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...