Homeອຸບັດເຫດແລະປາກົດການຫຍໍ້ທໍ້ປະຊາຊົນຮຽກຮ້ອງເຈົ້າໜ້າທີ່ ແກ້ໄຂໄວລຸ້ນແຂ່ງລົດກາງເມືອງ

ປະຊາຊົນຮຽກຮ້ອງເຈົ້າໜ້າທີ່ ແກ້ໄຂໄວລຸ້ນແຂ່ງລົດກາງເມືອງ

Published on

ພົນລະເມືອງດີທ່ານໜຶ່ງ ໄດ້ແຈ້ງເຂົ້າສູ່ສຳນັກຂ່າວລາວໂພສຕ໌ວ່າ ຕອນເຊົ້າມື້ນີ້ ວັນທີ 12 ກໍລະກົດ 2015 ເວລາປະມານ 5 ໂມງເຊົ້າ ຢູ່ຖະໜົນລ້ານຊ້າງ (ປະຕູໄຊ-ຕະຫຼາດເຊົ້າ) ໄດ້ມີໄວລຸ້ນ ຂີ່ລົດຈັກແປງສະເພາບປະມານ 100 ກວ່າຄັນ ຈັດໂຕເປັນກຸ່ມແກ້ງຢຶດເອົາຖະໜົນ ຍ່ານດັ່ງກ່າວແລ້ວແຂ່ງລົດ ກັບໄປກັບມາ ເຊິ່ງໄດ້ສ້າງຄວາມຢ້ານກົວຕໍ່ຜູ້ສັນຈອນໄປ-ມາ ໂດຍສະເພາະຜູ້ຂັບຂີ່ລົດຈັກ ແມ່ນບໍ່ກ້າທີ່ຈະຂີ່ລົດຜ່ານສະຖານທີ່ດັ່ງກ່າວເລີຍ.

ນາງຕາຕ້າ ງາມວິໄລ ປະຊາຊົນທ່ານໜຶ່ງກ່າວວ່າ: ມື້ເຊົ້ານີ້ຂ້ອຍຟ້າວໄປໂຮງໝໍ ພັດມາຢ້ານເກີດອຸບັດເຫດກັບ ໄວລຸ້ນກຸ່ມນີ້ອີກ ເຮັດໃຫ້ການໄປໂຮງໝໍຊັກຊ້າລົງອີກ ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອອກມາແກ້ໄຂບັນຫາແດ່ເດີ.

11692775_1609188899328870_5770347206271995459_n 11698801_1609188965995530_2683777537859926575_n 11745773_1609188882662205_251550716975257222_n

ຂອບໃຈພົນລະເມືອງດີ ທີ່ສົ່ງຂ່າວເຂົ້າມາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...