spot_img
Homeລົດຍົນ-ຍານພາຫະນະຄວນໃຊ້ໄຟຕັດໝອກຕອນໃດ?

ຄວນໃຊ້ໄຟຕັດໝອກຕອນໃດ?

Published on

spd_20130208171812_b
ຕາໄຟຕັດໝອກ

 

ລົດລຸ້ນໃໝ່ໆທີ່ວາງຈຳໜ່າຍຢູ່ໃນປັດຈຸບັນ ມັກຈະມາພ້ອມອຸປະກອນສ່ອງສະຫວ່າງທີ່ເອີ້ນວ່າ “ໄຟຕັດໝອກ” ເຊິ່ງມີປະໂຫຍດຫຼາຍ ຖ້າຫາກໃຊ້ຖືກຕ້ອງຕາມວັດຖຸປະສົງຂອງມັນ ແຕ່ຈະກາຍເປັນດາບສອງຄົມທັນທີຖ້າຫາກໃຊ້ບໍ່ຖືກວິທີ.

“ໄຟຕັດໝອກໜ້າ” ສ່ວນຫຼາຍມັກຈະມີຄວາມເຂັ້ມຂອງແສງໃກ້ຄຽງກັບໄຟຕາໜ້າ ແຕ່ມີຄວາມພິເສດຢູ່ທີ່ລຳແສງທີ່ພຸ່ງອອກມານັ້ນ ຈະຖືກປັບໃຫ້ສ່ອງລົງພື້ນແລະອອກໄປທາງຂ້າງໄດ້ຫຼາຍກວ່າໄປໜ້າປົກກະຕິ ໂດຍມີຈຸດປະສົງດັ້ງເດີມເພື່ອໃຫ້ຜູ້ຂັບສາມາດເບິ່ງເຫັນຂອບທາງໄດ້ງ່າຍຂຶ້ນ ໃນເວລາທັດສະນະວິໄສທາງໜ້າບໍ່ດີ ເຊັ່ນ ຝົນຕົກໜັກ, ໝອກໜາລົງ ແລະອື່ນໆ ຊ່ວຍໃຫ້ຜູ້ຂັບຂີ່ສາມາດປະຄອງລົດໃຫ້ຟູ່ໃນເລນໄປໄດ້ເລື້ອຍໆ.

ຂະນະທີ່ໄຟຕັດໝອກສະໄໝໃໝ່ຈະຖືກ ອອກແບບລຳແສງໃຫ້ສ່ອງຂະໜານ ໄປກັບພື້ນຖະໜົນນຳ ເພື່ອຊ່ວຍເສີມການເຮັດວຽກຂອງໄຟໜ້າ ໃຫ້ຜູ້ຂັບຂີ່ສາມາດເບິ່ງເຫັນໄດ້ຊັດເຈນຂຶ້ນ ເຊິ່ງໄຟຕັດໝອກປະເພດນີ້ພົບໃນລົດ ຈາກຝັ່ງເອີລົບ ແລະຍີ່ປຸ່ນບາງຍີ່ຫໍ້ ໂດຍໄຟລັກສະນະນີ້ຖ້າເຜີເປີດປະໄວ້ ໃນສະພາບອາກາດປົກກະຕິ ຈະບໍ່ກະທົບກັບສາຍຕາລົດທີ່ແລ່ນ ສວນທາງມາພໍເທົ່າໃດ (ຍົກເວັ້ນໜ້າທາງປຽກອາດຈະ ສະທ້ອນແສງເຂົ້າຕາໄດ້ເຊັ່ນກັນ).

980P1060064
ປຸ່ມເປີດ-ປິດ ໄຟຕັດໝອກ

 

ສ່ວນໄຟຕັດໝອກທີ່ຕິດຕັ້ງໃນລົດຍີ່ປຸ່ນ ບາງລຸ້ນມີລັກສະນະການກະຈາຍແສງໄຟ ໄປທາງໜ້າແບບທົ່ວທິດທາງ (ຖ້ານຶກບໍ່ອອກລອງນຶກເຖິງໄຟສາຍທີ່ສາມາດ ກະຈາຍແສງໄດ້ກວ້າງໆນັ້ນລະ) ເຊິ່ງໄຟຕັດໝອກປະເພດນີ້ມີປະໂຫຍດ ໃນການຊ່ວຍໃຫ້ຜູ້ຂັບຂີ່ທີ່ສວນທາງມາ ເບິ່ງເຫັນໄດ້ຈາກໄລຍະໄກຂຶ້ນກວ່າເກົ່າ ໃນສະພາບທີ່ທັດສະນະວິໄສຢູ່ໃນລະດັບ ບໍ່ດີ ແຕ່ຫາກສະພາບອາກາດເປັນປົກກະຕິແລ້ວນັ້ນ ໄຟຕັດໝອກປະເພດນີ້ຈະເຍືອງໃສ່ຕາ ຂອງຜູ້ຮ່ວມທາງຫຼາຍເຊັ່ນກັນ.

ສ່ວນໄຟຕັດໝອກຫຼັງນັ້ນ ຈະມີລັກສະນະເປັນແສງສີແດງ ສ່ອງຊື່ໄປທາງຫຼັງມີຄວາມເຂັ້ມ ຂອງແສງເທົ່າກັບຫຼືຫຼາຍກວ່າໄຟເບຣກເລັກນ້ອຍ ເພື່ອໃຫ້ຜູ້ຂັບຂີ່ທີ່ຕາມມາສາມາດເບິ່ງ ເຫັນໄດ້ຊັດເຈນຍິ່ງຂຶ້ນໃນສະພາວະ ຝົນຕົກໜັກຫຼືໝອກລົງຈັດ ຊ່ວຍປ້ອງກັນອຸບັດເຫດຊົນທ້າຍໄດ້ ດີກວ່າໄຟທ້າຍປົກກະຕິ ແຕ່ແສງທີ່ວ່າຈະເຍືອງຕາຜູ້ຮ່ວມເດິນທາງ ບໍ່ຫຼາຍປານໃດໃນສະພາບປົກກະຕິ.

ແລ້ວຈະຮູ້ໄດ້ຈັ່ງໃດວ່າ ເມື່ອໃດຄວນເປີດໄຟຕັດໝອກ?

ໂດຍປົກກະຕິແລ້ວ ໄຟຕັດໝອກທັງທາງໜ້າແລະທາງຫຼັ ຈະມີການເປີດໃຊ້ກໍຕໍ່ເມື່ອສະພາບອາກາດ ພາຍນອກບໍ່ດີແທ້ໆ ຈົນສົ່ງຜົນກະທົບຕໍ່ທັດສະນະວິໄສເທົ່ານັ້ນ (ຖ້າພຽງຝົນຕົກເລັກໆ ນ້ອຍໆ ແບບທີ່ໃຊ້ໃບປັດນ້ຳຝົນຊ້າໆ ກໍບໍ່ຈຳເປັນຕ້ອງເປີດ) ໃຫ້ສັງເກດເບິ່ງວ່າ ຖ້າເຮົາບໍ່ສາມາດເບິ່ງເຫັນໄຟທ້າຍ ລົດຄັນໜ້າທ່າມກາງສາຍຝົນ ໃນໄລຍະ 50-100 ແມັດ ກໍສາມາດເປີດໄຟຕັດໝອກ ຊ່ວຍໄດ້ແລ້ວ ເມື່ອທັດສະນະວິໄສກັບມາເປັນປົກກະຕິ ກໍໃຫ້ຮີບມອດໄຟຕັດໝອກ ໂດຍທັນທີ.

01418294172

ຂັບລົດທາງໄກມືດໆ ເປີດໄຟຕັດໝອກໜ້າປະໄວ້ດີບໍ?

ແມ່ນຢູ່ວ່າ ເມື່ອເປີດໄຟຕັດໝອກຄູ່ກັບໄຟໜ້າ ຈະເຮັດໃຫ້ໄຟໜ້າເບິ່ງຮຸ່ງສະຫວ່າງຂຶ້ນ ແຕ່ບໍ່ໄດ້ໝາຍຄວາມວ່າ ຈະສ່ອງໄດ້ໄກຂຶ້ນ ແຕ່ຢ່າງໃດ ແຖມຍັງອາດຈະລົບກວນສາຍຕາຜູ້ຮ່ວມ ທາງທີ່ແລ່ນສວນທາງມາອີກ ທາງທີ່ດີຜູ້ທີ່ຕ້ອງຂັບຂີ່ທາງໄກ ຍາມວິການເລື້ອຍໆ ການລົງມືປັບຕັ້ງໄຟໜ້າ ໃຫ້ສ່ອງສະຫວ່າງໄດ້ໄກຂຶ້ນກວ່າປົກກະຕິ ເລັກນ້ອຍ ຈະຊ່ວຍເພິ່ມທັດສະນະວິໄສ ໄດ້ຢ່າງມີປະສິດທິພາບຫຼາຍກວ່າ (ແຕ່ຕ້ອງບໍ່ປັບໃຫ້ສູງຈົນແຍງ ຕາລົດຄັນທີ່ສວຍທາງມາ).

“ໄຟຕັດໝອກ” ຖືເປັນອຸປະກອນ ທີ່ຊ່ວຍເພິ່ມຄວາມປອດໄພໄດ້ຫຼາຍ ຖ້າຫາກໃຊ້ງານຢ່າງຖືກຕ້ອງ ຖ້າຫາກລົດຂອງທ່ານຕິດຕັ້ງມາໃຫ້ແລ້ວ ຢ່າລືມໃຊ້ງານຢ່າງຖືກວິທີແດ່ເດີ.

LV5Rz3

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...