spot_img
Homeຂ່າວພາຍ​ໃນຫວຍພັດທະນາແຈງ ອອກເລກຄືກັນມັນເປັນເຫດບັງເອີນ

ຫວຍພັດທະນາແຈງ ອອກເລກຄືກັນມັນເປັນເຫດບັງເອີນ

Published on

20150709084235

ພາຍຫຼັງ​ຜົນ​ອອກ​ເລກ​ລາງວັນ​ຫວຍ​ພັດທະນາ ​ງວດ​ຄັ້ງ​ວັນອັງຄານ​ທີ 7 ກໍລະກົດ 2015 ຜ່ານ​ມາ ເລກ​ທີ່​ອອກ 4473 ໃນນັ້ນແມ່ນ​ເລກ 3 ໂຕ 473 ແມ່ນອອກ​ເລກ​ໂຕ​ດຽວ​ກັນ​ກົງ​ກັບ​ງວດຄັ້ງ​ວັນ​ສຸກ​ທີ 3 ກໍລະກົດ 2015 ຄື​ເລກ 3 ໂຕ​ແມ່ນ 473 (ເລກ 4 ໂຕແມ່ນ 5473) ອັນ​ໄດ້​ເຮັດ​ໃຫ້ມີ​ຫາງ​ສຽງ​ຈົ່ມ​ວ່າ ແລະ ວິພາກວິຈານ​ຈາກ​ສັງຄົມ ໂດຍ​ສະເພາະ ຜູ້​ມັກ​ຊິງ​ໂຊກ​ຊິງ​ລາງວັນ ວ່າ​ຫວຍ​ພັດທະນາ​ມີ​ການ​ລ໊ອກຜົນ​ການ​ອອກ​ເລກ​ລາງວັນ ແລະ ອື່ນໆ ທີ່​ຕີ​ລາຄາ​ໄປ​ໃນ​ທາງ​ທີ່​ບໍ່ຖືກຕ້ອງ​ປັ່ນ​ປ່ວນ​ສັງຄົມ.

ຕໍ່​ບັນຫາ​ດັ່ງກ່າວ​ນີ້ ທ່ານ ຄຳເພັງ ທິນນະກອນ ຜູ້ອຳນວຍການບໍລິສັດ ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດທະ​ນາ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ຂ່າວພວກ​ເຮົາ ​ໃນ​ວັນ​ທີ 8 ກໍລະກົດ 2015 ເຊິ່ງ​ທ່ານ​ໄດ້​ໃຫ້​ເຫດຜົນວ່າ: ການ​ອອກ​ເລກ​ລາງວັນ​ຫວຍພັດທະນາ​ທີ່​ໂຕ​ເລກ​ຄື​ກັນ​ກັບ​ຄັ້ງຜ່ານ​ມາ ​ມັນ​ແມ່ນ​ຄວາມ​ບັງເອີນເກີດ​ຂຶ້ນ ແລະ ຜ່ານ​ມາ​ກໍ່​ເຄີຍ​ມີເລື້ອຍໆ​ທີ່​ເປັນ​ແບບ​ນີ້ ຄື​ຄັ້ງ​ງວດວັນ​ທີ 4 ມີນາ 2014 ເລກ​ທີ່​ອອກ 4772 ແລະ ຄັ້ງ​ວັນ​ທີ 27 ພຶດສະພາ 2014 ເລກ​ທີ່​ອອກ 3772 ເຊິ່ງ​ເລກ 3 ໂຕ​ທ້າຍແມ່ນ​ເລກດຽວ​ກັນ ຕໍ່​ກັບ​ຫາງ​ສຽງ​ວ່າ​ມີການ​ລ໊ອກ​ຜົນ​ການ​ອອກ​ລາງວັນນັ້ນ ​ແມ່ນ​ບໍ່​ມີ​ຄວາມ​ຈິງ​ແຕ່​ຢ່າງໃດ ເນື່ອງ​ຈາກ​ການ​ອອກ​ເລກລາງວັນ​ແຕ່​ລະ​ຄັ້ງ​ນັ້ນ ​ໄດ້​ມີ​ຄະນະກຳມະການ 7 ທ່ານ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ສ່ວນ​ອຸປະກອນ​ທີ່​ນຳໃຊ້​ເຂົ້າ​ໃນ​ການ​ໝູນ​ວົງ​ລໍ້ ແລະ ໝາກບານ​ກໍ່​ລ້ວນ​ແລ້ວ​ເປັນ​ຢາງປຣາ​ສະ​ຕິກ​ທັງ​ນັ້ນ ແຕ່​ການ​ອອກເລກ​ລາງວັນ​ຄັ້ງ​ຫຼ້າ​ສຸດ​ນີ້ ​ທາງພວກ​ເຮົາ​ກໍ່​ໄດ້​ປ່ຽນ​ອຸປະກອນໜ່ວຍ​ໝາກ​ຕຸ້ມ​ໃໝ່ ຈາກ​ຢາງປຣາ​ສະ​ຕິກ​ມາ​ເປັນ​ສະ​ແຕນ​ເລດ ແຕ່​ໜ່ວຍ​ໝາກບານ​ຍັງ​ເປັນ​ຢາງຄືເກົ່າ ແລະ ມື້​ອອກ​ເລກ​ລາງວັນ ​ກໍ່​ໄດ້​ມີ​ບັນດາ​ຕົວ​ແທນ​ຈຳໜ່າຍ​ຫວຍ ແລະ ມວນ​ຊົນ​ທົ່ວ​ໄປ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ເປັນຈຳນວນ​ຫຼວງຫຼາຍ ເລກ​ລາງວັນອອກ​ແຕ່​ລະ​ຄັ້ງ​ແມ່ນ​ມີ​ຄວາມປອດ​ໃສ ໂດຍ​ເຫັນ​ນຳ​ກັນ​ຢ່າງຈະແຈ້ງ ແລະ ຖ້າ​ຫາກ​ພາກສ່ວນ​ໃດ ຫຼື ບຸກຄົນ​ໃດ​ຫາກ​ມີຄວາມ​ສົນໃຈ ​ຕໍ່​ກັບ​ການ​ອອກເລກ​ລາງວັນ​ແຕ່​ລະ​ຄັ້ງ​ນັ້ນ​ ກໍ່​ສາມາດ​ມາ​ເບິ່ງ​ດ້ວຍ​ຕົນ​ເອງ​ໄດ້ ​ທີ່​ອາຄານ​ອອກ​ຫວຍ​ບ້ານ​ທົ່ງ​ຂັນ​ຄຳ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງວຽງ​ຈັນ ເລີ່ມ​ແຕ່​ເວລາ 20:00 ໂມງ​ເປັນຕົ້ນ​ໄປ ເຖິງ​ຢ່າງໃດ​ກໍ່ຕາມ ໃຫ້​ສັງຄົມ​ເຂົ້າໃຈ​ວ່າ​ຫວຍພັດທະນາ​ເປັນ​ຫວຍ​ຂອງ​ລັດ​ຖະບານ ໂດຍ​ຢູ່​ພາຍ​ໃຕ້​ການ​ຄຸ້ມຄອງ​ຂອງ​ກະຊວງ​ການ​ເງິນ ​ຈະ​ບໍ່ມີ​ພາກ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ​ມາ​ສຳ​ປະທານ​ແຕ່ຢ່າງໃດ​ທັງ​ນັ້ນ ຕໍ່​ກັບ​ບັນຫາ​ທີ່​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ຖ່າຍ​ທອດ​ສົດ​ພາບ​ອອກ​ອາກາດ​ທາງ​ໂທລະພາບ​ນັ້ນ ປັດຈຸບັນ​ກໍ່​ໄດ້​ສະເໜີ​ຫາ​ຂັ້ນ​ເທິງ​ພິຈາລະນາ​ແລ້ວ ຖ້າ​ເພິ່ນ​ເຫັນ​ດີອະນຸຍາດ ​ກໍ່​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ ຖື​ວ່າ​ປັດຈຸບັນ​ຍັງ​ລໍຖ້າ​ຢູ່.

ທ່ານ​ຜູ້ອຳນວຍການ​ຫວຍພັດທະນາ ຍັງ​ກ່າວ​ຕື່ມ​ວ່າ: ຕໍ່​ກັບບັນຫາ​ທີ່​ສັງຄົມ​ຈົ່ມ​ວ່າ ຊອກ​ຊື້ເລກ​ລາງວັນ​ທີ່​ຕ້ອງການ​ບໍ່​ໄດ້ ເຕັມ​ກ່ອນ​ນັ້ນ ບັນຫາ​ນີ້​ແມ່ນຍ້ອນ​ວ່າການ​ຂາຍ​ເລກ​ລາງວັນມັນ​ມີ​ເພດານ ດັ່ງນັ້ນ ເລກ​ລາງວັນ​ທີ່​ຄົນ​ນິຍົມ ​ຖ້າ​ຜູ້​ຊື້​ກ່ອນ​ກໍ່​ຈະໄດ້ ແຕ່​ຜູ້​ທີ່​ໄປ​ຊື້​ນຳ​ຫຼັງ ​ບາງ​ຄັ້ງ​ກໍ່ຈະ​ບໍ່​ໄດ້ ແລະ ຖ້າ​ໄດ້​ກໍ່​ບໍ່​ໄດ້​ຕາມຄວາມ​ປະສົງ ຕໍ່​ບັນຫາ​ນີ້ ​ໃຫ້​ສັງຄົມ​ເຂົ້າໃຈ​ວ່າ ເລກ​ລາງວັນ​ແຕ່ລະ​ຮູ​ນັ້ນ ​ມັນ​ມີ​ຈຳກັດ ແລະ ມີ​ເພດານ ຖ້າ​ຂາຍ​ເຕັມ​ແລ້ວ​ກໍ່​ຈະ​ໝົດ ຜ່ານ​ມາ​ມີ​ຫາງ​ສຽງ​ສັງຄົມ​ຈົ່ມວ່າ​ເລກ​ເຕັມ​ຍ້ອນ​ແມ່​ເລກ​ອັ້ນ​ໄວ້ (ບໍ່​ຂາຍ​ໃຫ້) ຢ້ານ​ຄົນ​ຖືກ​ຈະ​ຂາດທຶນ ຕໍ່​ບັນຫາ​ນີ້ ​ບໍ່​ແມ່ນ​ຄວາມ​ຈິງແຕ່​ຢ່າງໃດ ມີ​ແຕ່​ວ່າ​ເລກ​ຮູ​ໃດຂາຍ​ໝົດ​ກໍ່​ໝົດ ​ຈະ​ບໍ່​ມີ​ອີກ​ສຳລັບງວດ​ນັ້ນ.

ຂອບໃຈຂ່າວຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...