ພິທີເປີດໄດ້ເລີ່ມຂື້ນໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2015 ນີ້, ຢູ່ທີຮ້ານອາຫານສົມໃຈ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໂດຍມີນັກກິລາທີ່ມາຈາກພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກສ, ປກຊ, ຫ້າງຮ້ານທຸລະກິດ, ໂຮງຮຽນ, ໂຮງໝໍໍ ຕະຫຼອດຮອດຄຸ້ມບ້ານເຂົ້າຮ່ວມ.
ທ່ານ ສີວັນສອນ ວົງລ້ອມ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ) ປະທານຊີ້ນໍາລວມການແຂ່ງຂັນກ່າວວ່າ: ການແຂ່ງຂັນເປຕັງຊິງຂັນທ່ານຫົວໜ້າ (ສກຂ) ໃນຄັ້ງນີ້ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດ 13 ກໍລະກົດ ຄົບຮອບ 49 ປີ ຄືເລີ່ມຕັ້ງແຕ່ ປີ 1966 – 2015 ນີ້, ທັງເປັນການຄັດເລືອກເອົານັກກິລາເປຕັງສີມືດີ ກຽມເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີແຂວງຊຽງຂວາງເປັນເຈົ້າພາບໃນປີ 2017 , ເຖິງແມ່ນວ່າການແຂ່ງຂັນໃນຄັ້ງນີ້ຈະມີລາງວັນເປັນເດີມພັນແຕ່ກໍບໍ່ສໍາຄັນໄປກວ່າ ນໍ້າໃຈນັກກິລາ, ຮູ້ແພ້ຮູ້ຊະນະ, ຄວາມສາມັກຄີມິດຕະພາບ ແລະ ການເກັບກ່ຽວປະສົບການຂອງຕົນ.
ການແຂ່ງຂັນໃນຄັ້ງນີ້ແບ່ງອອກເປັນ 2 ປະເພດຄື ປະເພດຍິງ ແລະ ຊາຍ ມີທິມເຂົ້າຮ່ວມແຂ່ງຂັນທັງໝົດ 62 ທິມ, ຍິງ 22 ທິມ, ປະເພດຊາຍແບ່ງອອກເປັນ 12 ສາຍ ສ່ວນປະເພດຍິງແບ່ງອອກເປັນ 8 ສາຍ, ຂອງຂວັນລາງວັນທັງ 2 ປະເພດ ຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ຮອງຊະນະເລີດ ຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ, ປະເພດທີ 3 ໄດ້ຮັບເງິນສົດ 700.000 ກີບ ແລະ ປະເພດລາງວັນຊົມເຊີຍ ໄດ້ຮັບເງິນສົດ 500.000 ກີບ. ການແຂ່ງຂັນແມ່ນຈະໄດ້ດໍາເນີນໄປໃຊ້ເວລາ 3 ວັນ ເລີ່ມແຕ່ວັນທີ 10 – 12 ກໍລະກົດ ນີ້, ຈິງສໍາເລັດ.