HomeBaby-ແມ່ແລະເດັກຍ່າງຫຼາຍໆ ຊ່ວຍໃຫ້ເກີດລູກງ່າຍຫຼືບໍ່?

ຍ່າງຫຼາຍໆ ຊ່ວຍໃຫ້ເກີດລູກງ່າຍຫຼືບໍ່?

Published on

1505_content01

ແມ່ຫຼາຍຄົນທີ່ຖືພາຢູ່ ນອກຈາກຢາກໃຫ້ລູກໃນທ້ອງມີສຸຂະພາບແຂງແຮງ ມີພັດທະນາການທີ່ດີແລ້ວ ສິ່ງທີສຳຄັນຄືຢາກໃຫ້ວັນທີ່ເກີດລູກ ເປັນວັນທີ່ລາບລື່ນ  ໃຜເກີດແບບທຳມະຊາດກໍ່ຫວັງວ່າຈະເກີດອອກມາງ່າຍ ບໍ່ເຈັບປວດທໍລະມານຍາວນານ.

ມີເຄັດລັບທີ່ບອກຕໍ່ໆກັນມາວ່າ ຖ້າຊ່ວງຖືພາແມ່ຍິງຖືພາຍ່າງຫຼາຍໆ ຈະເຮັດໃຫ້ເກີດງ່າຍຂຶ້ນ ສຳລັບເລື່ອງນີ້ໃນຄວາມເປັນຈິງແລ້ວ ການເກີດນັ້ນມີປັດໄຈຫຼາຍຢ່າງປະກອບກັນ ບໍ່ວ່າຈະເປັນຂະໜາດໂຕຂອງເດັກນ້ອຍໃນທ້ອງ ການກັບໂຕກັບຫົວຂອງລູກ ຂະໜາດກະດູກອ່າງຊາມຂອງແມ່ ການບີບຮັດໂຕຂອງມົດລູກແລະອື່ນໆ.

ການບອກໃຫ້ແມ່ຍິງຖືພາຍ່າງຫຼາຍໆ ຈະເຮັດໃຫ້ເກີດລູກງ່າຍນັ້ນ ເປັນອຸບາຍໃຫ້ແມ່ຍິງຖືພາຢືດເສັ້ນຢືດສາຍ ເປັນການອອກກຳລັງກາຍທາງອ້ອມ ເພາະການຍ່າງເປັນການອອກກຳລັງກາຍຄ່ອຍໆ ທີ່ເໝາະກັບຊ່ວງຖືພາທີ່ສຸດ ຊ່ວຍໃຫ້ຮ່າງກາຍແມ່ພ້ອມ ມີຄວາມຢືດຢຸ່ນທີ່ດີ ບໍລິຫານອ່າງຊາມແລະຊ່ວຍໃຫ້ມົດລູກບີບໂຕໄດ້ດີ ເພື່ອກຽມພ້ອມສຳລັບການເກີດ.

ເຄັດລັບຊ່ວຍໃຫ້ເກີດງ່າຍຂຶ້ນ

– ອອກກຳລັງກາຍສະໝ່ຳສະເໝີ : ອອກກຳລັງກາຍຄ່ອຍໆ ເບົາໆ ເຊັ່ນ: ຫຼິ້ນໂຢຄະ ຫຼືຍ່າງ ຊ່ວຍເພີ່ມຄວາມແຂງແຮງ ແລະຊ່ວຍເຝິກລົມຫາຍໃຈເພື່ອກຽມ ສຳລັບເກີດລູກ ສຳລັບໂຢຄະຄວນຢູ່ໃນຄວາມດູແລຂອງຜູ້ຊ່ຽວຊານ ເພື່ອຄວາມປອດໄພທັງແມ່ແລະລູກໃນທ້ອງ.
– ຝຶກຫາຍໃຈເພື່ອເບັ່ງລູກ : ສຳຫຼັບແມ່ຍິງຖືພາທີ່ເຂົ້າຫຼັກສູດ ຈະມີການຝຶກລົມຫາຍໃຈ ເພື່ອໃຊ້ຊ່ວຍໃນການເບັ່ງລູກ ເຊິ່ງຄວນເຝິກເປັນປະຈຳໃຫ້ຄຸ້ນເຄີຍໃນ ຕອນເກີດລູກ.
– ຜ່ອນຄາຍ ບໍ່ຄຽດ : ຫາກິດຈະກຳທີ່ຊ່ວຍໃຫ້ຜ່ອນຄາຍ ບໍ່ຄຽດບໍ່ກັງວົນ ເຊັ່ນ: ພັກຜ່ອນ ຟັງເພງ ຫຼືການນວດ ຖ້າມີອາກປວດເມື່ອຍຈາກອາຍຸຄັນທີ່ເພີ່ມຂຶ້ນ  ລອງແຊ່ນ້ຳອຸ່ນ ຫຼືໃຊ້ກະເປົານ້ຳຮ້ອນປະຄົບ.
– ບໍ່ອັ້ນປັດສະວະ : ລະຫວ່າງລໍຖ້າເກີດລູກບໍ່ຄວນອັ້ນປັດສະວະດົນໆ ເພາະກະເພາະປັດສະວະທີ່ເຕັມໄປດ້ວຍ ປັດສະວະຈະກີດຂວາງການຫົດໂຕຂອງມົດລູກ ເຮັດໃຫ້ເກີດລູກຍາກຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...